ຝົນເຫຼືອງ ກາບາບແຫ່ງສົງຄາມ ທີ່ອາເມຣິກາ ຝາກໄວ້ໃຫ້ຄົນຫວຽດນາມ ຈົນເຖິງທຸກວັນນີ້

ສົງຄາມຫວຽນາມເຖິງແມ່ນວ່າຈະຜ່ານພົ້ນໄປກວ່າ 40 ປີແລ້ວກໍ່ຕາມ ແຕ່ຜູ້ໄດ້ຮັບຜົນກະທົບຈຳນວນຫຼວງຫຼາຍ ຍັງຕ້ອງທົນທຸກທໍລະມານກັບສິ່ງທີ່ເກີດຂຶ້ນໃນອະດີດ ໜຶ່ງໃນຜົນກະທົບທີ່ຮ້າຍແຮງທີ່ສຸດຄື “ຝົນເຫຼືອງ” (Agent Orange) ທີ່ຖືກໃຊ້ໃນສົງຄາມຫວຽດນາມ ລະຫວ່າງປີ 1961-1971 ເຊິ່ງເປັນສານເຄມີກຳຈັດພືດຊະນິດຮຸນແຮງທີ່ສຸດຊະນິດໜຶ່ງເທົ່າທີ່ມະນຸດເຄີຍຄິດຄົ້ນມາ ມັນບໍ່ພຽງແຕ່ທຳລາຍພືດ ແຕ່ມັນຍັງສາມາດທຳລາຍປ່າໄດ້ທັງປ່າ ເພື່ອບໍ່ໃຫ້ຖືກໃຊ້ເປັນກຳບັງຂອງທະຫານຫວຽດນາມເໜືອ ແລະ ກອງກຳລັງຫວຽດກົງ ຢູ່ພາກໃຕ້ຂອງຫວຽດນາມ

ນອກນີ້ ຍັງເປັນການທຳລາຍພືດທີ່ເປັນສະບຽງອາຫານຂອງກອງທັບຫວຽດນາມເໜືອອີກດ້ວຍ.

ກອງທັບສະຫະລັດ ອາເມຣິກາ ໄດ້ນຳໃຊ້ຝົນເຫຼືອງເຂົ້າໃນປະຕິບັດການ “Operation Ranch Hand” ໃນສົງຄາມຫວຽດນາມກວ່າ 77 ລ້ານລິດ, ໂດຍມີເປົ້າໝາຍທຳລາຍປ່າ ເພື່ອໃຫ້ສາມາດເບິ່ງເຫັນພື້ນຜ່ານທາງອາກາດໄດ້ ໂດຍໃຊ້ທັງຍົນເຮລິຄັອບແຕ ແລະ ຍົນລຳລຽງໂຮຍຝົນເຫຼືອງລົງສູ່ພື້ນກວ່າ 3.1 ລ້ານເຮັກຕາ.

ຝົນເຫຼືອງ ມາຈາກຊື່ພາລາອັງກິດວ່າ Agent Orange ເປັນສານເຄມີທີ່ປະສົມມາຈາກສານເຄມີ 2 ຊະນິດຄື: 2,4,5-T ແລະ 2,4-D ທີ່ເປັນສານກຳຈັດພືດໃນກຸ່ມ Chlorophenoxy herbicide.

ໂດຍໃນສານ 2,4,5-T ແລະ 2,4-D ມີສານປະກອບສຳຄັນທີ່ມີພິດຮ້າຍແຮງທີ່ສຸດໃນໂລກຄື 2,3,7,8-tetraclorodibenzo-p-dioxin (TCDD) ຫຼື ຮູ້ຈັກກັນດີໃນຊື່ dioxin, ເຊິ່ງ dioxin ເປັນກຸ່ມສານເຄມີ non-biodegradable ຄືຍ່ອຍສະຫຼາຍຍາກໃນທຳມະຊາດ ແລະ dioxin ນີ້ເອງທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊີວິດຂອງຄົນຫວຽດນາມໃຕ້ມາຫຼາຍຊ່ວງອາຍຸຄົນ.

ຝົນເຄມີດັ່ງກ່າວ ນອກຈາກຈະເຮັດໃຫ້ໃບໄມ້ຂອງປ່າທັງປ່າລົ່ນແລ້ວ ຍັງມີລິດສົ່ງຜົນກະທົບຕໍ່ຊີວິດມະນຸດມາຫຼາຍຊົ່ວຄົນ, ໂດຍມີຫຼັກຖານເປັນຈຳນວນຫຼາຍເຊື່ອມໂຍງ ຝົນເຫຼືອງເຂົ້າກັບອາການຜິດປົກກະຕິທາງຮ່າງກາຍຂອງຜູ້ໄດ້ຮັບພິດ ແລະ ໄດ້ເຮັດໃຫ້ເດັກນ້ອຍເກີດໃໝ່ພິການແຕ່ກຳເນີດ ເນື່ອງຈາກສານພິດດັ່ງກ່າວໄດ້ຖ່າຍທອດຈາກລຸ້ນສູ່ລຸ້ນ, ເຊິ່ງອົງການກາແດງຫວຽດນາມໄດ້ລາຍງານເມື່ອປີ 2015 ວ່າ: ປະຊາຊົນຫວຽດນາມຫຼາຍກວ່າ 3 ລ້ານຄົນໄດ້ຮັບຜົນກະທົບຈາກສານພິດດັ່ງກ່າວ ແລະ ມີເດັກນ້ອຍກວ່າ 150,000 ຄົນພິການແຕ່ກຳເນີດ, ເຊິ່ງນີ້ຖືເປັນໜຶ່ງໃນກາບາບຂອງສະຫະລັດ ອາເມຣິກາ ທີ່ຝາກໄວ້ໃຫ້ກັບປະຊາຊົນຫວຽດນາມມາຈົນເຖິງທຸກວັນນີ້.