ຊາວລາວ 21 ຄົນ ຖືກນາຍໜ້າຄົນໄທ ແລະ ລາວ ຕົວະໄປຂາຍແຮງງານຢູ່ປະເທດໄທ ສຸດທ້າຍຖືກເຈົ້າໜ້າທີ່ໄທຈັບໄດ້ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຊາວລາວ 21 ຄົນ ຖືກນາຍໜ້າຄົນໄທ ແລະ ລາວ ຕົວະໄປຂາຍແຮງງານຢູ່ປະເທດໄທ ສຸດທ້າຍຖືກເຈົ້າໜ້າທີ່ໄທຈັບໄດ້

Published

on

ເມື່ອເວລາ 19:00 ທີ່ຜ່ານມາ 1 ກໍລະກົດ 2020 ເຈົ້າໜ້າທີ່ດ່ານກວດຄົນເຂົ້າ ເມືອງເຂັມມະລາດ ຈັງຫັວດອຸບົນລາດຊະທານີ ນຳໂດຍ ພຕທ. ຫຍິງໄພລິນ ຢູ່ຍິ່ງ ພ້ອມເຈົ້າໜ້າທີ່ທັງໃນແລະນອກເຄື່ອງແບບສົນທິກຳລັງກັບ ຮທ.ນັນທະວັດ ກ້ອນທອງ ຜບ.ຮ້ອຍ ທພ.2309 ພຕທ.ສິດທິພົງ ສີກຸນບຸດ ຜບ.ຮ້ອຍ ຕຊດ.277 ພຕຕ.ພິຈັກ ພົງບຸບຜາ ຫົວໜ້າໜ່ວຍຕຳຫຼວດນຳ້ເຂັມມະລາດ ພຕທ.ຊະນັດພົງ ອື້ງຕະກຸນ ສະລາວັດປາບປາມ ສພ ເຂັມມະລາດ

ນຮຂ.ເຂດ ອບ.ກກລ.ສຸນາລີ ແລະ ຝ່າຍປົກຄອງ ຈັບກຸມຊາຍແລະຍິງຊາວລາວ ຈຳນວນ 21 ຄົນ ເຊິ່ງແຍກເປັນເດັກນ້ອຍຈຳນວນ 6 ຄົນ ແລະ ຜູ້ໃຫ່ຍ 15 ຄົນ ທີ່ພາກັນລັກລອບນັ່ງເຮືອຫາງຍາວຂ້າມແມ່ນຳ້ຂອງເຂົ້າມາໃນລາດຊະອານາຈັກໄທໂດຍບໍ່ໄດ້ຮັບອະນຸຍາດ ໂດຍເຈົ້າໜ້າທີ່ຈັບກຸມໄດ້ທີ່ບໍລິເວນຊາຍແດນ ໄທ-ລາວ ແຄມຝັ່ງແມ່ນຳ້ຂອງ ບໍລິເວນສວນມັນຕົ້ນຂ້າງຖະໜົນເຂົ້າໝູ່ບ້ານ ລາດຈະເລີນ ຕ.ນາແວງ ອ.ເຂັມມະລາດ ຈັງຫັວດອຸບົນລາດຊະ

ທານີ ເຊິ່ງຊາວລາວສາລະພາບວ່າເດີນທາງຂ້າມນຳ້ຂອງມາຈາກ ເມືອງຊະນະສົມບູນ ແຂວງຈຳປາສັກ ສປປ ລາວ ແລະກຳລັງຖ້າລົດມາຮັບເພື່ອເຂົ້າໄປຂາຍແຮງງານທີ່ກຸງເທບ ແຕ່ຊຳ້ພັດມາຖືກເຈົ້າໜ້າທີ່ຈັບຕົວກ່ອນ ຊາວລາວບອກວ່າ ທຸກຄົນແມ່ນໄດ້ເສຍຄ່ານາຍໜ້າໃຫ້ຄົນ ໄທ ແລະ ຄົນລາວ ເພື່ອເດີນທາງ

ເຂົ້າໄປເຮັດວຽກທີ່ ກຸງເທບມະຫານະຄອນ ຄັນໄປແລ້ວແມ່ນໄດ້ເສຍຄົນລະ 5400 ບາດ ເຊິ່ງແຍກເປັນຄ່າເຮືອຄົນລະ 2200 ບາດ ແລະຄ່າລົດອີກຄົນລະເຂົ້າໄປເຮັດວຽກທີ່ ກຸງເທບມະຫານະຄອນ ຄັນໄປແລ້ວແມ່ນໄດ້ເສຍຄົນລະ 5400 ບາດ ເຊິ່ງແຍກເປັນຄ່າເຮືອຄົນລະ 2200 ບາດ ແລະຄ່າລົດອີກຄົນລະ
3200 ບາດ ຊາວລາວຍັງບອກອີກວ່າ ດ້ວຍຄວາມທຸກ ຄວາມຍາກຈົນ ໄຮ່ນາກໍ່ແຫ້ງແລ້ງ ບໍ່ມີຈະກິນຈະໃຊ້ ຈຶ່ງຕັດສິນໃຈ ຫອບເອົາເມຍເອົາລູກໜີຕາຍມາ

ຂາຍແຮງງານທີ່ປະເທດໄທ ຕາມຄຳບອກຂອງນາຍໜ້າຊາວໄທວ່າ ປະເທດໄທເປີດປະເທດໃຫ້ຊາວລາວເຂົ້າມາຂາຍແຮງງານໄດ້ປົກກະຕິແລ້ວ ແຕ່ສຸດທ້າຍກັບຖືກຕົວະ ແລະຖືກຈະຖືກຄວບຄຸມຕົວແລະຜັກດັນກັບປະເທດຕໍ່ໄປ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້