ອຸທາຫອນຄົນມັກທ່ຽວກາງຄືນ ເຫດໂຈນປຸ້ນຫວັງຊິງຊັບ ເຂດບ້ານ ນາສາລາ

ໃນວັນທີ 1/07/2020 ເວລາ 22:13 ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 5432 3636 ວ່າມີຄົນຖືກປຸ້ນຈີ້ຊີງຊັບແລະຖືກຕີເອົາລົດຈັກແຕ່ບໍ່ໄດ້ລົດໄດ້ແຕ່ ໂທລະສັບ ແລະກະເປົາເງິນ ຢູ່ບ້ານ ນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ

ທີມກູ້ໄພອາສາເພື່ອປະຊາຊົນ ຈື່ງອອກກວດສອບເຫດພົບຜູ້ບາດເຈັບເປັນເພດຊາຍ 2 ຄົນ ຜູ້ທີ່1 ອາການເບື້ອງຕົ້ນແມ່ນຖືກກະທົບໃບຫນ້າຫົວແຕກເລືອດອອກຫູ ຄາດວ່າຖືກຄ້ອນຟາດ ຜູ້ທີ 2 ມີອາການໃບຫນ້າໃຂ່

ດັ່ງນັ້ນທີມກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ປະຖົມພະຍາບານເບື່ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ.

ອຸປະຕິເຫດສຸກເສີນທ : 020 5432 3636 ສາຍດ່ວນ 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

.

.

.

.

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນປະຈຳການ ບ້ານບໍເຫລັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 5558 7678 ທີມກູ້ໄພອາສາເພື່ອປະຊົນ