ຊາຮ້ອນ ຊາເຢັນ ປະໂຫຍດ/ໂທດ ຕໍ່ສຸຂະພາບ

ເຄື່ອງດື່ມປະເພດນ້ຳຊາມີມາດົນນານກວ່າ 4700 ປີ ນອກເໜືອຈາກການເປັນເຄື່ອງດື່ມແກ້ກະຫາຍ, ແກ້ງ່ວງ ຍັງພົບວ່າສາມາດແກ້ສາລະພັດໂລກໄດ້ອີກດ້ວຍເຊັ່ນ: ຕ້ານອະນຸມູນອິດສະຫຼະທີ່ເກີດຂຶ້ນພາຍໃນເຊວຮ່າງກາຍ, ຕ້ານການອັກເສບ, ຕ້ານເຊື້ອຈຸລິນຊີໃນລຳໄລ້, ປ້ອງກັນຕັບຈາກສານພິດ ແລະ ໂລກອື່ນໆອີກຫຼາກຫຼາຍທີ່ເກີດຈາກອະນຸມູນອິດສະຫຼະ ເຖິງຢ່າງໃດກໍ່ຕາມ ການທີ່ເຄື່ອງດື່ມຊາໃຫ້ປະໂຫຍດຕໍ່ສຸຂະພາບຫຼາກຫຼາຍ ເນື່ອງຈາກມີອົງປະກອບຂອງສານສຳຄັນໃນໃບຊາທີ່ຮຽກວ່າ ແທນນິນ ຫຼື ທີໂພລີຟິນອລ (Tea Polyphenols) ສານສຳຄັນກຸ່ມນີ້ພົບຫຼາຍໃນພືດເກືອບທຸກຊະນິດ ແຕ່ລະຊະນິດອາດມີໂຄງສ້າງທາງເຄມີທີ່ແຕກຕ່າງກັນໄປ ສານແທນນິນໃນໃບຊາສົດ ຫຼື ຊາຂຽວທີ່ມີລິດທາງຢາສຳຄັນໄດ້ແກ່ສານກຸ່ມທີ່ຊື່ວ່າ ຄາເທັກຊິນ (Catechins) ເຊິ່ງນັກວິທະຍາສາດຄົ້ນພົບວ່າມີລິດຕ້ານໂລກໄພໄດ້ຫຼາກຫຼາຍຫາກດື່ມຊາເປັນປະຈຳ ແຕ່ສານສຳຄັນຈາກໃບຊາມັກຈະສະລາຍຕົວໄດ້ງ່າຍ ແລະ ວ່ອງໄວເມື່ອສຳຜັດກັບອົກຊີໃນອາກາດ ແລະ ຄວາມຮ້ອນ ດັ່ງນັ້ນເຮົາລອງມາພິຈາລະນາເບິ່ງວ່າວິທີການດື່ມຊາແບບໃດທີ່ໃຫ້ປະໂຫຍດຕໍ່ສຸຂະພາບຫຼາຍທີ່ສຸດ ຫຼື ແບບໃດຈະໄດ້ປະໂຫຍດໜ້ອຍທີ່ສຸດ ຫຼື ບໍ່ໄດ້ປະໂຫຍດຕໍ່ສຸຂະພາບເລີຍ ຫຼື ໃນທາງກົງກັນຂ້າມີຜົນເສຍຕໍ່ຮ່າງກາຍກໍ່ເປັນໄປໄດ້.

1. ສຳລັບຜູ້ທີ່ນິົຍມດື່ມນ້ຳຊາຮ້ອນໆ ສານສຳຄັນທີ່ເປັນປະໂຫຍດຄື “ຄາເທັກຊິນ” (Catechins) ຈະຖືກຄວາມຮ້ອນທຳລາຍໄປເກືອບໝົດ ຄົງເຫຼືອແຕ່ຄວາມຫອມ ແລະ ລົດຊາດ ຖ້າຕ້ອງການໃຫ້ໄດ້ປະໂຫຍດຕໍ່ສຸຂະພາບຮ່າງກາຍແຕ່ຍັງນິຍົມຊາຮ້ອນ ຄວນດື່ມນ້ຳຊາທີ່ເຂັ້ມຂຸ້ນເຊັ່ຂດຽວກັບຄົນຈີນແຕ້ຈິວ ທີ່ນິຍົມຊົງຊາຈີນລົດເຂັ້ມຂຸ້ນໃນຈອກຊາໜ່ວຍໜ້ອຍໆ ຄວາມເຂັ້ມຂຸ້ນຂອງໃບຊາຈະເຮັດໃຫ້ມີປະລິມານສານຄາເທັກຊິນທີ່ເຂັ້ມຂຸ້ນ ເຖິງແມ່ນວ່າສານເຫຼົ່ານີ້ຈະສະບາຍຕົວໄປບາງສ່ວນເມື່ອຖືກຄວາມຮ້ອນຈາກນ້ຳຮ້ອນ ແຕ່ຈະຍັງຄົງມີບາງສ່ວນທີ່ຫຼົງເຫຼືອຢູ່ ທີ່ພໍຈະໃຫ້ປະໂຫຍດຕໍ່ສຸຂະພາບໄດ້

2. ຊາຂຽວ ຫຼື ສານສະກັດຈາກໃບຊາສົດ ຫາກນຳມາກຽມເປັນເຄື່ອງດື່ມແຊ່ເຢັນ ຄວາມເຢັນຈະຊ່ວຍຮັກສາຄຸນຄ່າຂອງສານສຳຄັນໃນໃບຊາໄວ້ໄດ້ດີ ເຖິງຢ່າງໃດກໍ່ຕາມຫາກຂະບວນການຜະລິດເຄື່ອງດື່ມຊາຂຽນທີ່ຕ້ອງຜ່ານຂະບວນການຕົ້ມ ຫຼື ເຮັດໃຫ້ຮ້ອນໃນຂະບວນການຂ້າເຊື້ອຈຸລິນຊີກ່ອນບັນຈຸໃນຕຸກ/ຂວດ ປະລິມານສານສຳຄັນໃນນ້ຳຊາກໍ່ຈະຖືກທຳລາຍ ຫຼື ຫຼຸດໜ້ອຍລົງໄປເຊັ່ນກັນ

3. ການດື່ມນ້ຳຊາບໍ່ວ່າຈະຊາຮ້ອນ ຫຼື ຊາເຢັນ ບໍ່ຄວນແຕ່ງລົດດ້ວຍນົມທຸກຊະນິດ ບໍ່ວ່າຈະນ້ຳນົມສົດ, ນົມຂຸ້ນຫວານ ຫຼື ນົມຜົງ ເພາະໂປຣຕີນໃນນົມຈະໄປຈັບກັບສານສຳຄັນໃນຊາ ແລະ ທຳລາຍປະສິດທິພາບສານອອກລິດທີ່ເປັນປະໂຫຍດຕໍ່ຮ່າງກາຍ ວິທີການດື່ມຊາຂຽວໃຫ້ເກີດປະໂຫຍດຕໍ່ສຸຂະພາບ ຈຶ່ງຄວນດື່ມນ້ຳຊາແທ້ໆບໍ່ຄວນປຸງແຕ່ງ ສຳລັບຜູ້ທີ່ມັກຊາເຢັນໃຫ້ນົມ ຈະບໍ່ໄດ້ປະໂຫຍດຈາກໃບຊາເລີຍ

4. ຜູ້ຮັບປະທານວິຕາມິນເສີມເຊັ່ນ: ທາດເຫຼັກ, ເກືອແຮ່ ຫຼື ຢາທີ່ຄ້າຍຄືກັນ ຄວນຫຼີກລ້ຽງການດື່ມນ້ຳຊາ ເພາະສານສຳຄັນຈາກໃບຊາຈະໄປຕົກຕະກອນທາດເຫຼັກ ຫຼື ເກືອແຮ່ບໍ່ໃຫ້ຖືກດູດຊຶມເຂົ້າສູ່ຮ່າງກາຍ ໃນກໍລະນີທີ່ດື່ມນ້ຳຊາຮ່ວມກັບການຮັບປະທານອາຫານ ແຮ່ທາດຕ່າງໆຈາກຜັກໃບຂຽນ ຫຼື ຈາກໝາກໄມ້ກໍ່ຈະຖືກສານສຳຄັນຈາກຊາຈັບໄວ້ໝົດບໍ່ໃຫ້ດຶດຊຶມເຂົ້າສູ່ຮ່າງກາຍເຊັ່ນກັນ

5. ໂທດຂອງການດື່ມຊາຕໍ່ຮ່າງກາຍກໍ່ມີລາຍງານເຊັ່ນກັນ ໂດຍສະເພາະຢ່າງຍິ່ງສານສຳຄັນຄືແທນນິນ ເຊິ່ງຈະໄປຕົກຕະກອນໂປຣຕີນ ແລະ ແຮ່ທາດຕ່າງໆຈາກອາຫານທີ່ຮັບປະທານເຮັດໃຫ້ຫຼຸດການດູດຊຶມຂອງສານອາຫານທີ່ມີຄຸນຄ່າຕໍ່ຮ່າງກາຍ ດັ່ງນັ້ນ, ຈຶ່ງມັກຈະມີຄຳແນະນຳບໍ່ໃຫ້ເດັກນ້ອຍດື່ມນ້ຳຊາ ບໍ່ວ່າຈະເປັນຊາຂຽວແຊ່ເຢັນ ຫຼື ຊາຮ້ອນ ເພາະຈະເຮັດໃຫ້ຮ່າງການຂາດສານອາຫານໄດ້

6. ໃບຊາຍັງມີອົງປະກອບທີ່ໃຫ້ໂທດຕໍ່ຮ່າງກາຍທີ່ຍັງບໍ່ຄ່ອຍມີຄົນກ່າວເຖິງຄື ມີອົງປະກອບຂອງຟຣູອໍໄຣຣາຍໃນປະລິມານທີ່ຂ້ອນຂ້າງສູງ ແລະ ສູງກວ່າປະລິມານໃນນ້ຳປະປາ ການທີ່ຮ່າງກາຍໄດ້ຮັບເຂົ້າໄປທຸກມື້ຈາກການດື່ມນ້ຳຊາເປັນປະຈຳ ຈະເກີດການສະສົມ ມີຜົນໃຫ້ໄຕວາຍ (ໝາກໄຂ່ຫຼັງ), ເກີດມະເຮັງລຳໄສ້, ໂລກກະດູດຜ່ອຍ (Osteofluorosis), ໂລກຂໍ້ (ປະບົງ), ແລະ ໂລກອື່ນໆທີ່ຄ້າຍກັບກະດູກ ແຕ່ຜູ້ທີ່ດື່ມບໍ່ຫຼາຍ ກໍ່ຄົງບໍ່ຕ້ອງເປັນຫວງຫຍັງ

7. ໃບຊາຍັງມີສານທີ່ບໍ່ດີຕໍ່ສຸຂະພາບອີກຄື: ສານທີ່ຊື່ວ່າ “ອອກຊາເຣດ Oxalate” ເຖິງວ່າສານຊະນິດນີ້ຈະມີຢູ່ໜ້ອຍ ແຕ່ຫາກຜູ້ທີ່ມັກການດື່ມຊາຫຼາຍ ແລະ ດື່ມເລື້ອຍໆເປັນປະຈຳ ຈະສະສົມສານອອກຊາເຣດໃນຮ່າງກາຍໄດ້ ສານຊະນິດນີ້ມີລາຍງານວ່າມີຜົນທຳລາຍໝາກໄຂ່ຫຼັງ

8. ໃບຊາມີສານຄາເຟອີນ ໃນປະລິມານສູງ ອາດສູງກວ່າໃນກາເຟກໍ່ເປັນໄດ້ ພຽງແຕ່ການດື່ມຊາ ສານແທນນິນຈາກນ້ຳຊາຈະປ້ອງກັນ ຫຼື ຫຼຸດການດູດຊຶມຂອງຄາເຟອິນເຂົ້າສູ່ຮ່າງກາຍ ເຮັດໃຫ້ລິດການກະຕຸ້ນຫົວໃຈ ແລະ ສະໜອງໜ້ອຍກວ່າກາເຟຫຼາຍ

ຈາກທີ່ກ່າວໄປຂ້າງເທິງ ພໍສະຫຼຸບໄດ້ວ່າເຄື່ອງດື່ມຊາມີທັງຄຸນ ແລະ ໂທດຕໍ່ຮ່າງກາຍ ຂຶ້ນຢູ່ກັບການບໍລິໂພກ ຖ້າຫຼາຍເກີນໄປຈະເປັນໂທດໄດ້ ຜູ້ທີ່ນິຍົມນຳສານສະກັດຈາກຊາຂຽນໄປເຮັດສະປາ ໂດຍການໝັກໃບໜ້າ ແລະ ຜິວໜັງຄວນປະສົມກັບນ້ຳເຢັນ ບໍ່ຄວນປະສົມນ້ຳນົມເດັດຂາດ ເພາະຈະໄປທຳລາຍຄຸນຄ່າຂອງສານສະກັດຊາຂຽນຕາມທີ່ກ່າວໄປແລ້ວຂ້າງເທິງ ການນຳສານສະກັດຊາຂຽນໄປປະສົມກັບອາຫານອື່ນໆ ຫາກຕ້ອງນຳໄປເຮັດໃຫ້ຮ້ອນເຊັ່ນ: ເຂົ້າໜົມເຄັກ ຄຸນຄ່າຊາຂຽວຈະໝົດໄປ ເຫຼືອໄວ້ແຕ່ກິ່ນ ແລະ ລົດຊາດເທົ່ານັ້ນ ດັ່ງນັ້ນ, ຄວນຫຼີກລ້ຽງການນຳຜະລິດຕະພັນທີ່ປະສົມສານສະກັດຊາຂຽນໄປຜ່ານຂະບວນການຄວາມຮ້ອນ ເພື່ອຄົງຄຸນຄ່າຂອງຊາຂຽນຕໍ່ສຸຂະພາບຮ່າງກາຍ

ຈາກ: ມະຫາວິທະຍາໄລມະຫິດົນ ຄະນະເພສັດຊະສາດ