ເວນກຳ!ຂົນຍາບ່າ7ລ້ານ ເມັດສຸດທ້າຍ ຂັບຕຳກຳແພງ

ສວມປ້າຍຟ້າ ຄ້າຢາບ້າ 7 ລ້ານເມັດ!!

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ ຕໍາກໍາແພງຮົ້ວຂອງປະຊາຊົນ ຢູ່ບ້ານ ປ່າອ້ອຍ ເມືອງຫ້ວຍຊາຍ

ແຂວງບໍ່ແກ້ວ ແລະ ເຈົ້າມີທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວພົບເຫັນຢາເສບຕິດຢາບ້າຈຳນວນຫລາຍ.

ຈາກນັ້ນຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ, ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ

ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າຫນ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ,

ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ ຢາໄອສ໌ ຈຳນວນ 1 ຫໍ່, ນ້ຳໜັກ 01 ກິໂລກຼາມ, ປຶ້ມຕຶດຕາມການຂຶ້ນທະບຽນລົດ 1 ຫົວ, ປ້າຍລົດຈຳນວນ 3 ຄູ່ຄື: ກກ 1528 ບໍ່ແກ້ວ ( ປ້າຍສີຟ້າ ), ຮຮ 1889 ກໍາແພງນະຄອນ ( ເອກະຊົນ ) ແລະ ອອ 5659 ກຳແພງນະຄອນ ( ເອກະຊົນ ).

ເຊິ່ງລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ລາວນາ ວ່າງ, ຢູ່ບ້ານ ດົງນາໂຊກ, ເມືອງ ສີໂຄດຕະບອງ, ກຳແພງນະຄອນ, ເຊິ່ງເວລາເກີດເຫດລົດຄັນດັ່ງກ່າວແມ່ນໄດ້ໃສ່ປ້າຍສີຟ້າ ກກ 1528 ບໍ່ແກ້ວ,ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວລົບຫນີ.