ຂ່າວພາຍໃນ
ໃນໄລຍະໂຄວິດ-19 ລະບາດ ປະຊາຊົນລາວ ຈະຫວ່າງງານຫລາຍຂຶ້ນ ແລະ 1 ແສນກວ່າຄົນ ຈະກາຍເປັນຜູ້ທຸກຍາກຕື່ມອີກ

ໃນວັນທີ 30 ມິຖຸນາ 2020, ທີ່ນະຄອນຫລວງວຽງຈັນ ກົມພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຮັບມືຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຢູ່ຊົນນະບົດ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ຈິດ ທະວີໄສ ຜູ້ອຳນວຍການກອງທຶນ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຫົວໜ້າກົມ-ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເຮັດໃຫ້ບັນດາ ຂະແໜງການຕ່າງໆ ມີຄວາມເຂົ້າໃຈອດີຂຶ້ນກວ່າເກົ່າ ກ່ຽວກັບສະພາບການກະທົບ ໃສ່ຄວາມທຸກຍາກຢູ່ຊົນນະບົດ, ລະດົມຄວາມຄິດກ່ຽວກັບທິດທາງ ວິທີການ ໃນການຮັບມືສະກັດກັ້ນແກ້ໄຂ ແລະ ໄດ້ຮັບຜົນດີ.

ໃນໂອກາດດັ່ງກ່າວ, ທ່ານ ລຽນ ທິແກ້ວ ໄດ້ກ່າວວ່າ: ເຖິງວ່າ ສປປ ລາວ ໄດ້ມີຜົນສໍາເລັດໃນການຮັບມື ກັບການລະບາດ ຂອງພະຍາດນັ້ນກໍ່ຕາມ, ແຕ່ຜົນກະທົບທາງເສດຖະກິດຍັງໜັກໜ່ວງ ໂດຍສະເພາະແມ່ນ ການລະບາດ ຂອງພະຍາດ ໄດ້ເຮັດໃຫ້ຄວາມທຸກຍາກເພີ່ມຂຶ້ນ ຄືກັນກັບບັນດາປະເທດໃນໂລກ. ຕາມການປະເມີນ ຂອງອົງການສາກົນ ເຫັນວ່າ ໂດຍລວມແລ້ວ ປະຊາຊົນລາວ 120.000 ກວ່າຄົນ ຈະກາຍເປັນຜູ້ທຸກຍາກຕື່ມອີກ ລວມທັງຢູ່ ຕົວເມືອງ ແລະ ຊົນນະບົດ; ອັນພົ້ນເດັ່ນແມ່ນ ບັນຫາວຽກເຮັດງານທໍາ ທີ່ເກີດຈາກການປິດວິສະຫະກິດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ຢູ່ຕົວເມືອງ ເຮັດໃຫ້ແຮງງານຕ້ອງກັບຄືນບ້ານ ເຊັ່ນດຽວກັນກັບການກັບຄືນ ບ້ານຂອງແຮງງານລາວ ຈາກປະເທດໄທ, ເຊິ່ງທັງສອງພາກສ່ວນນີ້ລວມເຂົ້າ ຄາດວ່າມີຫລາຍກວ່າແສນຄົນ ທີ່ເຂົາເຈົ້າເຄີຍສົ່ງ ເງິນລ້ຽງຄອບຄົວຂອງຕົນ ແຕ່ດຽວນີ້ກາຍມາເປັນຄົນຫວ່າງງານ ກັບຄືນບ້ານ ສ່ວນໃຫ່ຍຢູ່ເຂດຊົນນະບົດ ທີ່ຍັງທຸກຍາກ. ດ້ວຍເຫດນັ້ນ,ຈຶ່ງຄາດຄະເນວ່າ ຢູ່ຊົນນະບົດຈະມີຄວາມທຸກຍາກ ເພີ່ມຂຶ້ນຫລາຍກວ່າຢູ່ຕົວເມືອງ ເຖິງຢ່າງໃດກໍ່ດີແຮງງານດັ່ງກ່າວ, ກໍ່ສາມາດກາຍເປັນກໍາລັງແຮງທີ່ສໍາຄັນ ໃນການຜະລິດກະສິກໍາ ແລະ ພັດທະນາຊົນນະບົດ ໃນສະເພາະໜ້າ ແລະ ຍາວນານ ກົງກັນຂ້າມຖ້າພວກເຮົາບໍ່ມີ ແຜນການການໂຄງການຊຸກຍູ້ຢ່າງເໝາະສົມ ກໍ່ຈະເຮັດໃຫ້ກາຍເປັນບັນຫາ ເສດຖະກິດສັງຄົມລວມ ທັງເກີດປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ຢູ່ຊົນນະບົດ ທີ່ເປັນເປົ້າໝາຍບູລິມະສິດ ຂອງການພັດທະນາ ຂອງພວກເຮົາໃນປັດຈຸບັນ. ດັ່ງນັ້ນ, ລັດຖະ ບານຈຶ່ງໄດ້ມີ 10 ນະໂຍບາຍ ແລະ 9 ມາດຕະການ ແກ້ໄຂຜົນກະທົບຂອງ ການລະບາດພະຍາດ ຕໍ່ເສດຖະກິດສັງຄົມ; ສໍາລັບ ກະຊວງກະສີກໍາ ແລະ ປ່າໄມ້ ກໍ່ໄດ້ມີທິດທາງລວມ ປຸກລະດົມກໍາລັງແຮງ ສັງລວມພາຍໃນຊາດ, ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນທີ່ມີ, ຫັນວິກິດໃຫ້ເປັນໂອກາດ ເພື່ອຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ໃຫ້ມີຄວາມໜັກແໜ້ນ, ຜະລິດສິນຄ້າເພື່ອບໍລິໂພກພາຍໃນ ໃຫ້ໄດ້ໂດຍພື້ນຖານ, ຍູ້ແຮງການຜະລິດສິນຄ້າ ທີ່ເປັນທ່າແຮງຕາມທິດກະສິກໍາ ສະອາດ ເພື່ອສົ່ງອອກຢ່າງແຂງແຮງ, ປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ແກ່ຊາວກະສິກອນແຮງງານລາວ ທີ່ກັບມາຈາກຕ່າງປະເທດ ທີ່ຍັງຫວ່າງງານ, ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ສົມທົບກັບມາດຕະການຂອງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືຂະແໜງອື່ນໆ ເພື່ອຊ່ວຍເຫລືອຜູ້ປະກອບການ, ຜູ້ອອກແຮງງານລາວ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກ ທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ.

ທ່ານ ລຽນ ທິແກ້ວ ກ່າວຕື່ມວ່າ: ເພື່ອເປັນການປະສານສົມທົບ ບັນດານະໂຍບາຍ ແລະ ມາດຕະການຕ່າງໆ ໃຫ້ມີຄວາມເອກະພາບ ເປັນລວງດຽວກັນ ກອງປະຊຸມໃນຄັ້ງນີ້, ກະຊວງກະສິກໍາ ແລະ ປ່າໄມ້ ທີ່ຮັບຜິດຊອບວຽກງານພັດທະນາ ຊົນນະບົດລຶບລ້າງຄວາມທຸກຍາກ ຈຶ່ງໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ທາງດ້ານນະໂຍບາຍມາດຕະການ, ເພີ່ມທະວີການປະສານງານກັນໃນການແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະແມ່ນ ສະກັດກັ້ນບໍ່ໃຫ້ຄວາມທຸກຍາກໃນຕົວເມືອງ ກໍ່ຄືຊົນນະບົດເພີ່ມຂຶ້ນ ສ້າງເງື່ອນໄຂພື້ນຖານອັນດີ ໃຫ້ແກ່ລະດົມແຫລ່ງທຶນ ເຂົ້າໃສ່ບັນດາໂຄງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ໂດຍສະເພາະແມ່ນລຶບລ້າງ ຄວາມທຸກຍາກແຕ່ນີ້ ຫາ ປີ 2030 ໃຫ້ບັນລຸຕາມຄາດໝາຍທີ່ວາງອອກ.
ຂ່າວ ສົມຫວັງ ຂປລ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ