ປີໃໝ່!ລາວປີ2023ນີ້ ຕ້ອງມີແຕ່ ຄວາມສະຫງົບປອດໄພ

ກອງປະຊຸມຜ່ານແຜນປ້ອງກັນໃນໄລຍະສະເຫລີມສະຫລອງປີໃໝ່ລາວ (14-16 ເມສາ 2023) ທີ່ຈັດຂຶ້ນວັນທີ 6 ເມສາ 2023 ຜ່ານມາ ຢູ່ກອງບັນຊາການ ປກສ ນວ.

ທ່ານ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃນນາມເປັນປະທານກອງປະຊຸມ ກ່າວເນັ້ນວ່າ: ບັນດາຫ້ອງ, ກອງພັນ, ເມືອງ, ຄ້າຍຄຸ້ມຂັງ-ດັດສ້າງ, ຕ້ອງເອົາໃຈໃສ່ຕິດຕາມກວດກາການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ໂດຍສະເພາະແມ່ນບັນດາເມືອງທີ່ມີກິດກະກຳຕ່າງໆ; ພ້ອມທັງສ້າງແຜນປະຈໍາການ ແລະ ເຂົ້າປະຈໍາການຕະຫລອດ 24 ຊົ່ວໂມງ ເພື່ອກຽມຄວາມພ້ອມໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ…………