ກຽມພົບກັບ! ໂຄງການລາວທ່ຽວລາວ ຈະເລີ່ມຂຶ້ນໃນເດືອນກໍລະກົດນີ້ !

ໜັງສືພິມວຽງຈັນທາຍ ໄດ້ລາຍງານວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ຮ່ວມກັບສະມາຄົມຮ້ານອາຫານ ແລະ ໂຮງແຮມ ກຳລັງກະກຽມທີ່ຈະເປີດໂຄງການລາວທ່ຽວລາວ ໃນຕົ້ນເດືອນກໍລະກົດນີ້, ທັງນີ້ ກໍ່ເພື່ອເປັນການສົ່ງເສີມ ແລະ ຊູ້ຍູ້ການທ່ອງທ່ຽວພາຍໃນປະເທດ ໃຫ້ກັບມາຄຶກຄື້ນກວ່າເກົ່າ

ໂດຍທ່ານອິນທີ ເດືອນສະຫວັນ ປະທານໂຄງການລາວທ່ຽວລາວ ໄດ້ເປີດເຜີຍວ່າ: ປະຈຸບັນ ກຳລັງຢູ່ໃນໄລຍະຂອງການຮວບຮວມຂໍ້ມູນຂ່າວສານຂອງແຫຼ່ງທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານຕ່າງໆທີ່ຈະເຂົ້າຮ່ວມໂຄງການ ແລະ ຈະມີການເຜີຍແຜ່ຜ່ານໃນເວັບໄຊ ແລະ ເຟສບຸກ ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມ

ຂໍ້ມູນ: ໜັງສືພິມວຽງຈັນທາຍ