ทั่วไป
ແຕກສະນັ່ນ!ເຕົາແກັດລະເບີດ ເຈັບສາຫັດ2ຄົນ ຖືກຫາມສົ່ງໂຮງຫມໍແລ້ວ

ເວລາ 19:00 ໂມງ ຂອງວັນທີ 28 ມີນາ 2023, ເຈົ້າໜ້າທີ່ ປກສ ເມືອງຊົນນະບູລີ ໄດ້ຮັບການລາຍງານວ່າເກີດເຫດລະເບີດຢູ່ໃນຮ້ານຂາຍແກັດ ບາງຄົນໄດ້ຮັບບາດເຈັບ ດັ່ງນັ້ນຈຶ່ງໄດ້ປະສານຫາລົດດັບເພີງຂອງເທດສະບານເມືອງໜອງໄຮ ແລະມູນນິທິ Trikhun Dham ເມືອງຊົນນະບູລີ
ໄດ້ເລັ່ງໄປກວດສອບຈຸດເກີດເຫດເປັນຮ້ານຂາຍແກັດ ໝາຍເລກ 100/6 ຕັ້ງຢູ່ລຽບຖະໜົນຊົນນະບູລີ-ບ້ານບຶງ ມ.1, ບ້ານໜອງໄຮ, ເມືອງຊົນນະບູລີ. ພົບເຫັນຜູ້ເຄາະຮ້າຍທີ່ຖືກໄຟໄໝ້ 2 ຄົນ, ນາງ ມາລີວັນ. Permpoolsap, ອາຍຸ 60 ປີ, ແລະທ່ານ Sittinon Permpoolsap, 61 ປີ,

ເຈົ້າຂອງຮ້ານອາຍແກັສ ລາວຖືກໄຟໄໝ້ທີ່ໃບຫນ້າ, ລຳຕົວ ແລະແຂນທັງສອງຂ້າງ, ລາວເຈັບໜັກ. ເພາະເຮືອນຍັງມີກິ່ນອາຍແກັສຢູ່ ຢ້ານທີ່ຈະໄດ້ຮັບບາດເຈັບ ໄປສອບສວນຈຸດເກີດເຫດ ພົບເຫັນຢູ່ບໍລິເວນເຮືອນຄົວຫລັງເຮືອນ.

ເຄື່ອງໃຊ້ໃນເຮືອນຄົວໄດ້ຮັບຄວາມເສຍຫາຍຈາກການລະເບີດຂອງກະບອກອາຍແກັສ. ສ່ວນດ້ານໜ້າເຮືອນມີຖັງແກ໊ສຂາຍ 20 ກວ່າຖັງ ບໍ່ໄດ້ຮັບຄວາມເສຍຫາຍ ຈິ່ງສອບຖາມນາງມາລີວັນ ເຈົ້າຂອງຮ້ານຍັງໃຫ້ເຫດຜົນວ່າ.

ຫຼັງຈາກປິດຮ້ານ, ລາວໄດ້ໄປແຕ່ງກິນຢູ່ໃນເຮືອນຄົວ. ໃນຂະນະທີ່ຈືນຜັກທຽມຂົ້ວ, ອາຍແກັສທັນທີທັນໃດຢຸດແລະປິດເຕົາແກ໊ດ. ທັນໃດນັ້ນກໍ່ມີການລະເບີດຂຶ້ນ. ມີແປວໄຟອອກມາ. ຜູ້ເປັນຜົວເຫັນຈິ່ງເຂົ້າໄປຊ່ວຍ ແລະ ຖືກໄຟໄໝ້ເຊັ່ນດຽວກັນ

ທ່ານ ວິລັດ ມາລິພອນ ພະນັກງານດັບເພີງໃຫ້ຮູ້ວ່າ: ເບື້ອງຕົ້ນເຊື່ອວ່າສາເຫດແມ່ນມາຈາກທໍ່ແກັສຮົ່ວ. ເຮັດໃຫ້ຄວາມກົດດັນອອກມາຈາກຖັງອາຍແກັສ ໃນເວລາທີ່ມີ spark ຈາກການປຸງແຕ່ງອາຫານ ເຮັດໃຫ້ອາຍແກັສລະເບີດ
ຕໍ່ກັບບັນຫານີ້, ເຈົ້າໜ້າທີ່ວິຊາສະເພາະ ຈະລົງໄປກວດກາຈຸດເກີດເຫດ. ເພື່ອຊອກຫາສາເຫດຂອງການລະເບີດ.
ทั่วไป
ຈັບໄດ້!ເປົ້າໝາຍຊື້ຂາຍ ຍາເສຍຕິດ ຈຳນວນ4ຄົນ

ປກສ ແຂວງວຽງຈັນ ຈັບເປົ້າໝາຍຊື້-ຂາຍຢາເສບຕິດ ໄດ້ 4 ຄົນ
ວັນທີ 6 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງກວດກາຕິດຕາມເປົ້າໝາຍ ສາມາດຈັບຕົວເປົ້າໝາຍໄດ້ 4 ຄົນ ຄື:

1. ທ້າວ ວັນໄຊ, ອາຍຸ 27 ປີ ອາຊີບກຳມະກອນ ພ້ອມຂອງກາງຢາບ້າຈໍານວນ 182 ເມັດ,
2. ທ້າວ ໂກມິນ, ອາຍຸ 33 ປີ ອາຊີບຊາວນາ ພ້ອມຂອງກາງຢາບ້າ ຈໍານວນ 92 ເມັດ ທັງສອງແມ່ນຢູ່ ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ,
3. ທ້າວ ໝີ ອາຍຸ 46 ປີ ອາຊີບ ຊາວນາ ຢູ່ບ້ານ ບໍ່ ພ້ອມຂອງກາງຢາບ້າ ຈໍານວນ 13 ເມັດ,
4. ທ້າວ ຄອນສະຫວັນ ອາຍຸ 48 ປີ ອາຊີບ ຊາວນາ ຢູ່ບ້ານເກີນເໜືຶອ ທັງສອງແມ່ນຢູ່ເມືອງທຸລະຄົມແຂວງວຽງຈັນ ພ້ອມຂອງກາງຢາບ້າ ຈໍານວນດັ່ງກ່າວມາທໍາການສອບສວນ.

ຜ່ານການສືບສວຍ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ພວກຖືກຫາກທັງ 4 ຄົນຮັບສາລະພາບວ່າ: ໄດ້ເຄື່ອນໄຫວຊື້-ຂາຍ ຢາເສບຕິດປະເພດຢາບ້າມາແລ້ວຫຼາຍຄັ້ງ. ແຕ່ຄັ້ງນີ້ໄດ້ຖືກເຈົ້າໜ້າທີ່ຈັບໄດ້.
ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ກໍາລັງດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 4 ຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່ໄປຕື່ມອີກ.
ຂ່າວ: ຈັນດາລາ
ทั่วไป
ເຜີຍແຜ່!ແຜນພັດທະນາ ການທ່ອງທ່ຽວ ເມື່ອງເຟື່ອງ

ເຜີຍແຜ່ແຜນພັດທະນາການທ່ອງທ່ຽວ ເມືອງເຟືອງ
ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ແລະ ອົງການປົກຄອງແຂວງວຽງຈັນ ຈັດກອງປະຊຸມເຜີຍແຜ່ ແຜນພັດທະນາການທ່ອງທ່ຽວ ເມືອງເຟືອງ ສຳລັບປີ 2023-2033 ຢູ່ເມືອງເຟືອງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຜູ້ປະກອບການ, ທຸລະກິດຮ້ານອາຫານ-ການ ທ່ອງທ່ຽວພາຍໃນເມືອງເຟືອງເຂົ້າຮ່ວມ.
ທ່ານ ອຸ່ນທວງ ຂາວພັນ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງ ເພື່ອນຳເອົາແຜນພັດທະນາການທ່ອງທ່ຽວ ເມືອງເຟືອງ ສຳລັບປີ 2023-2033 ລົງເຜີຍແຜ່ໃຫ້ແກ່ບັນດາຊາວເມືອງເຟືອງ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຈຸດປະສົງຂອງແຜນການພັດທະນາ ແຫລ່ງທ່ອງທ່ຽວໃນເມືອງເຟືອງແບບຍືນຍົງ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການນຳສະເໜີແຜນພັດທະນາການທ່ອງທ່ຽວເມືອງເຟືອງ, ເຊິ່ງຍົກໃຫ້ເຫັນເຖິງສະພາບເສດຖະກິດ-ສັງຄົມ ໂດຍລວມ, ທ່າແຮງດ້ານການທ່ອງທ່ຽວຂອງເມືອງເຟືອງ, ວິເຄາະຈຸດດີ-ຈຸດອ່ອນ ສິ່ງທ້າທາຍຕ່າງໆ, ຈຸດໝາຍລວມຂອງການພັດທະນາການທ່ອງທ່ຽວຂອງເມືອງ, ຄາດໝາຍສູ້ຊົນ ແລະ ຮັບຟັງການສະເໜີແນວຄວາມຄິດໃນການພັດທະນາ ແລະ ການກຳນົດກິດຈະກຳການທ່ອງທ່ຽວໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງ ແທດເໜາະກັບເຂດດັ່ງກ່າວ.

ທ່ານ ດາວເຮືອງ ນັນທະວົງ ໄດ້ມີຄຳເຫັນວ່າ: ການສ້າງແຜນພັດທະນາການທ່ອງທ່ຽວ ຂອງເມືອງເຟືອງ ກໍແມ່ນໜຶ່ງໃນຍຸດທະສາດ ຂອງການພັດທະນາທີ່ເປັນລະບົບ ເພື່ອຄຸ້ມຄອງ ແລະ ຄວບຄຸມການຂະຫຍາຍຕົວ ຂອງວຽກງານການທ່ອງທ່ຽວໃນຕໍ່ໜ້າ ໃຫ້ມີຄວາມຍືນຍົງ ແລະ ຮັກສາໄດ້ດ້ານນຳໃຊ້ຊັບພະຍາກອນການທ່ອງທ່ຽວຢ່າງເໝາະສົມ, ການຮັກສາສິ່ງແວດລ້ອມ-ວັດທະນະທຳສັງຄົມ ທີ່ເປັນເອກະລັກ ໄວ້ກັບທ້ອງຖິ່ນຕະຫລອດໄປ,

ສາມາດດຶງດູດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວ ເມືອງເຟືອງ ກໍຄືແຂວງວຽງຈັນໃຫ້ຫລາຍຂຶ້ນ. ເພື່ອເຮັດໃຫ້ແຜນພັດທະນາດັ່ງກ່າວນີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຮູບປະທຳນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດ ການພັດທະນາ ແລະ ຄຸ້ມຄອງວຽກງານທ່ອງທ່ຽວ ຂອງເມືອງເຟືອງ ໃຫ້ໄປຕາມແຜນແມ່ບົດຢ່າງເຂັ້ມງວດ ພ້ອມທັງນຳເອົາແຜນພັດທະນາດັ່ງກ່າວນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ບັນດານັກທຸລະກິດ-ຜູ້ປະກອບການຢູ່ພາຍໃນເມືອງ ໃຫ້ຮັບຊາບ ແລະ ປະຕິບັດຕາມ ພ້ອມທັງເອົາເຂົ້າເປັນສ່ວນໜຶ່ງ ຂອງແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງເຟືອງ ຕາມແຕ່ໄລຍະ.
ทั่วไป
ດ່ວນໆ!ອຸບັດຕິເຫດ ລົດປີ້ນ ຍູ່ສີ່ແຍກຕະຫຼາດເຊົ້າ

ອຸບັດເຫດລົດປີ້ນຢູ່ສີ່ແຍກຕະຫລາດເຊົ້າ

ເວລາ 6ໂມງເຊົ້າ ຂອງວັນທີ 8 ມິຖຸນາ 2023 ນີ້ ເກີດອຸບັດເຫດລົດປີ້ນ

ຢູ່ທີ່ສີ່ແຍກໄຟແດງຕະຫລາດເຊົ້າ ແຕ່ຍັງບໍ່ມີລາຍງານຜູ້ບາດເຈັບ ແລະ ສາເຫດທີ່ແທ້ຈິງຂອງອຸບັດເຫດດັ່ງກ່າວ.

ຫາກມີຄວາມຄືບໜ້າຄືແນວໃດ ທີມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ.

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ