ດ່ວນໆ!ແຈ້ງການຢຸດເຊົາ ຕະຫຼາດກາງສີຫອມ ກະທັນຫັນ

ຊາວຄ້າຂາຍງົງ! ສັ່ງຍົກຍ້າຍໃຫ້ຫນີອອກຈາກຕະຫລາດກາງຄືນສີຫອມແບບສາຍຟ້າແມບ

ພວມເປັນຈຸດດຶງດູດນັກທ່ອງທ່ຽວ#ຈະໃຫ້ແມ່ຄ້າໄປຂາຍໃສຕໍ່?#ສະຖານທີ່ຍອດນິຍົມ#ອູກໃຈຫາເງິນຍາກ#ອາດຈະມີການປັບປຸ່ງໃຫມ່#ຂໍໃຫ້ໃຈເຢັນໆ

ວັນທີ 23 ມີນາ 2023 ອີງຕາມແມ່ຄ້າລະບາຍຄວາມອຸກໃຈຜ່ານຕິກຕອກຊື່:

puttyphout ວ່າມີເຈົ້າຫນ້າທີ່ໃຊ້ປາກອາໂຫລຍ່າງເລາະປະກາດເປັ້ງໆວ່າຂໍໃຫ້ພໍ່ຄ້າແມ່ຄ້າທັງຫມົດຫລາຍຮ້ອຍໃຫ້ຍົກຍ້າຍອອກຈາກຕະຫລາດມືດສີຫອມ ເມືອງຈັນທະບູລີດ່ວນພາຍໃນວັນທີ 24 ມີນາ 2024.

ນາງ ແອມ ແມ່ຄ້າຂາຍຕໍາສົ້ມຫຸ່ງ ແລະ ທອດລູກຊີ້ນກ່າວວ່າ“ຊີວິດຂອງຈັ່ງມີບາບມີເວນແທ້ເດ!…ເຈົ້ານາຍເອີຍ! ຫາກໍລອດພົ້ນໂຄວິດຫມາດ….ຫາເງິນກໍຍາກ…ນັບແຕ່ໄດ້ມາຂາຍຢູ່ນີ້ກໍພໍມືນຕາອ້າປາກຂຶ້ນແນ່ເພາະໄດ້ຂາຍດີ…ມີລາຍໄດ້ເລັກໆນ້ອຍໆ…ສາມາດສົ່ງລູກນຽນ ແລະ ແກ້ໄຂເສດຖະກິດຄອບຄົວ…ເມື່ອເພີ່ນມາບອກໃຫ້ຍ້າຍຫນີດ່ວນ…ຂ້ອຍບໍ່ຮູ້ຊິເຮັດອີກ….ງົງເລີຍ!”ຄວາມຈິງຕະຫລາດກາງຄືນສີຫອມຫາກໍເປີດໄດ້ບໍ່ເຖິງປີ

ແຕ່ສະຖານທີ່ດັ່ງກ່າວກັບກາຍເປັນບ່ອນແລນມາກແຫ່ງໃຫມ່ຂອງນະຄອນຫລວງວຽງຈັນທີ່ກາຍຖະຫນົນຄົນຍ່າງ,ລິ້ມລົດອາຫານ, ພົບປະສັງສັນ ແລະ ວາງສະແດງອາຫານລາວພື້ນເມືອງໃຫ້ຊາວໂລກຮູ້.

ນັກທ່ອງທ່ຽວຕ່າງປະເທດຫລາຍ 70% ຈະມາແວ່ຊື້ອາຫານ ແລະ ກິນອາຫານແຊບຂ້ອຍ.ທ້າວ ຕິກ ພໍ່ຄ້າຂາຍເສື້ອຜ້າເວົ້າຈັ່ງແມ່ນກໍາເປັນເວນໄປຕັ້ງຮ້ານຂາຍເຄື່ອງຢູ່ຕະຫລາດກາງເຈົ້າອານຸວົງ….ກໍເກັບຄ່າເຊົ່າແພງ

ຍ້າຍມາຂາຍເຄື່ອງຫລັງວັດອົງຕື້ກໍພົບວ່າເຈົ້າຂອງໂຮມເຮືອນພັກອອ້ມຂ້າງໄປຟ້ອງ ແລະ ສົ່ງຂ່າວໃຫ້ພໍ່ຄ້າແມ່ຄ້າຍ້າຍຫນີເພາະ“ເຫດຂັດສົນການສັນຈອນ ແລະ ແຂກເຂົ້າໂຮງແຮມເຮືອນພັກ…ຕໍ່ມາຍ້າຍມາຢູ່ຕະຫລາດກາງຄືນສີຫອມກໍຖືກສັ່ງໃຫ້ຍ້າຍອີກ

ສຸດທ້າຍເອົາດີ! ຈະໃຫ້ໃສ່ກັນແທ້…ຖ້າໃຫ້ໄປຂາຍແຄມຂອງນັ້ນແມ່ນບໍ່ຢາກໄປເພາະຄ່າເຊົ່າແພງ….ອີກຢ່າງຫນຶ່ງບໍ່ເຫມາະສົມ.

ຄລິບ