ອາຖັນ! ຕົວຕາຍຕົວແທນ ລ່າສຸດ ມີຄົນມາໂດດຂົວອີກແລ້ວ

ໃນຄືນວັນທີ 22 ມີນາ 2023 ຕາມເຟສບຸກຂອງນາງ ຫນີງ ນຸງຫນີງເລົ່າຄວາມໃນໃຈ ແລະ ອາໄລອາວອນຊາຍຫນຸ່ມຕາມທີ່ເຫັນໃນພາບວ່າ:“ ກັບມາຫາຂ້ອຍກັບລູກສາເຈົ້າໄປລີ້ຂ້ອຍຢູ່ໃສກະຟ້າວອອກມາເດີ …ຢ່າຈາກກັນໄປແບບນີ້ໃດ…ຮູ້ບໍ່ໃຈຂ້ອຍຊິຂາດແລ້ວ😭😭😭
ຂໍໃຫ້ສິ່ງສັກສິດເອົາຜົວຜູ້ຂ້າກັບມາເດີ🙏🙏🙏.


ຈາກຂໍ້ມູນຜູ້ເຫັນເຫດການຫລາຍຄົນເວົ້າວ່າຜູ້ຊາຍຄົນນີ້ຂີ່ລົດແລ່ນມາຂົວຂ້າມລະຫວ່າງນະຄອນປາກເຊ ແລະ ເມືອງໂພນທອງ ຫລັງຈາກນັ້ນຈອດລົດໄວ້ແລ້ວໂດດລົງນໍ້າຂອງ ເຖິງປັດຈຸບັນຍັງສູນຫາຍ ແລະ ບໍ່ເຫັນຜູ້ກ່ຽວ….ເມຍ ແລະ ພໍ່ແມ່ໄດ້ແຕ່ວິງວອນໃຫ້ກັບມາ.


ປີ 2022 ຜ່ານມີຄົນໂດດແຫ່ງນີ້ 2 ລາຍ.