ຂ່າວດີ!ເບຍຜົງມາແລ້ວ ກິນຍູ່ໃສກະໄດ້ ພົກພາສະບາຍ

ໂຮງເບຍໃນ ເຢຍລະມັນ ພັດທະນາເບຍຜົງ ຄົນໃສ່ນ້ຳແລ້ວດື່ມໄດ້ເລີຍ ເພື່ອຫຼຸດການປ່ອຍກ໊າສຄາບອນໄດອອກໄຊ ແລະ ເພື່ອປະຫຍັດເຊື້ອເພີງໃນການຂົນສົ່ງ.

ອີງຕາມສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມີນາ 2023 ຜ່ານມານີ້, ໂຮງງານເບຍໃນເຢຍລະມັນ ຕາເວັນອອກໄດ້ ໄດ້ພັດທະນາເບຍໃນຮູບແບບຜົງ ເພື່ອຊ່ວຍຫຼຸດການປ່ອຍກາສ ໃນປະລິມານທີ່ຫຼາຍມາຈາກການສົ່ງອອກເບຍ.
ທ່ານ ສະເຕຟານ ຟິດເຊ ຜູ້ຈັດການທົ່ວໄປຂອງໂຮງງານເບຍ (Klosterbrauerei Neuzelle) ໄດ້ກ່າວວ່າ: ເຮົາສາມາດຫຼຸດການປ່ອຍກາສຈ ຈາກການຂົນສົ່ງໄດ້ ແລະ ຖ້າທັງໂລກເຮັດໄດ້ກໍຈະສາມາດຫຼຸດໄດ້ຢ່າງຫຼວງຫຼາຍ ແລະ ຜົງເບຍຈະເຮັດໃຫ້ ນ້ຳ, ແກ້ວ, ລັງ ແລະ ຖັງ ເປັນສິ່ງຫຼ້າສະໄໝໃນການຂົນສົ່ງເບຍລະຫວ່າງປະເທດ ເຊິ່ງມັນຈະຊ່ວຍຫຼຸດນ້ຳໜັກ ແລະ ການສິ້ນເປືອງເຊື້ອໄຟໃນການຂົນສົ່ງ.

ເຊິ່ງການທົດລອງລົດຊາດຂອງຜົງເບຍມີແນວໂນ້ມທີ່ດີ ແລະ ມີວິທີການເຮັດຈະຕ້ອງໃຊ້ຜົງເບຍ 2-3 ບ່ວງ ຄົນປະສົມກັບນ້ຳ ກໍສາມາດເປັນເບຍທີ່ຮັບປະທານໄດ້.

ນອກຈາກນີ້ ຍັງມີເບຍຜົງທີ່ບໍ່ມີທາດເອວກໍຮໍ ເຊິ່ງກຳລັງຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ ຫຼັງຈາກການວິໄຈ 2 ປີ ແລະ ຄາດວ່າຈະມີຜະລິດຕະພັນ ທີ່ພ້ອມອອກສູ່ຕະຫຼາດພາຍໃນທ້າຍປີ 2023 ນີ້.

ຂ່າວ:ຂ່າວອອນລາຍ7HD