ອັນຕະລາຍ! ຊີຊຽມ-137 ອາດແຜ່ລາມທົ່ວ ຮອດປະເທດລາວ

ວັນທີ 19 ມີນາ ທາງການໄທ ກວດພົບ ຊີຊຽມ-137 ໃນໂຮງງານຫຼອມເຫຼັກແຫ່ງໜຶ່ງໃນແຂວງປາຈີນບຸລີ ເຊິ່ງມັນກໍໄດ້ຖືກຫຼອມໄປແລ້ວ ຄວາມອັນຕະລາຍຈາກສານກຳມັນຕະພາບລັງສີ ທີ່ຈະສົ່ງຜົນຕໍ່ສິ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມ.

ໂດຍເຈົ້າໜ້າທີ່ໄທພົບວ່າ ຊີຊຽມ-137 ໃນຝຸ່ນແດງ ບັນຈຸໃນບິກແບັກ ກຽມຂົນສົ່ງໄປຂາຍຕໍ່ ແຕ່ກໍຍັງບໍ່ທັນສົ່ງອອກໄປ.

ເບື້ອງຕົ້ນ ໄດ້ກວດລົດບັນທຸກທີ່ຂົນສົ່ງເຄື່ອງຂອງໂຮງງານບໍ່ພົບກຳມັນຕະພາບລັງສີ ລວມເຖິງອ້ອມຮອບໂຮງງານ ພາຍໃນ 5 ກິໂລແມັດ ຍັງບໍ່ພົບສານກຳລັງຕະພາບລັງສີ.

ຍັງບໍ່ພົບສິນຄ້າເຫຼັກທີ່ປົນເປື້ອນສານ ຊີຊຽມ-137 ທີ່ຜະລິດໃນຄັ້ງທຳອິດ ແຕ່ໃນຄັ້ງທີ 2 ມີການພົບການປົນເປື້ອນ ແຕ່ທາງເຈົ້າໜ້າທີ່ໄດ້ເອົາດິນປົນເປື້ອນນັ້ນມາເກັບໄວ້ບ່ອນດຽວກັນກັບ ຝຸ່ນແດງທີ່ພົບການປົນເປື້ອນ ເຊິ່ງຖືກຈຳກັດເຂດ ກຽມຂົນຍ້າຍນຳໄປເກັບໄວ້ເພື່ອຖ້າການຍ່ອຍສະຫຼາຍຢ່າງປອດໄພ.

ຊີຊຽມ-137 ແມ່ນຫຍັງ

ຊີຊຽມ-137 ແມ່ນສານກຳມັນຕະພາບລັງສີ ຖືກໃຊ້ໃນໂຮງງານ ແລະ ເປັນເຄື່ອງມືທາງການແພດໃນການຮັກສາມະເຮັງ.

ຜົນກະທົບ ຊີຊຽມ-137 ຕໍ່ຮ່າງກາຍ

ຊີຊຽມ-137 (Cesiuem-137) ເປັນສານກຳມັນຕະພາບລັງສີຊະນິດໜຶ່ງ ທີ່ສຳຜັດໄລຍະສັ້ນໆອາດບໍ່ສົ່ງຜົນຕໍ່ຮ່າງກາຍຢ່າງຊັດເຈນ ແຕ່ຖ້າສຳຜັດໃນໄລຍະເວລາດົນ ແລະ ປະລິມານສູງ ມັນກໍຈະສົ່ງຜົນກະທົບຄື:

  • ຜື່ນແດງຕາມຜິວໜັງ
  • ຜົມລົ່ນ
  • ເຊວຕາຍ
  • ບາດເປື່ອຍ
  • ເກີດເນື້ອເສັ້ນໃຍຈຳນວນຫຼາຍຢູ່ປອດ
  • ເກີດມະເຮັງເມັດເລືອດຂາວ
  • ເກີດເປັນຕາຕໍ້ກະຈົກ

ທັ້ງນີ້ ອາການຈະມີຫຼາຍຫຼືໜ້ອຍແມ່ນຂຶ້ນກັບປະລິມານຂອງ ຊີຊຽມ-137 ທີ່ໄດ້ຮັບ ເມື່ອຮ່າງກາຍສຳຜັດ ມັນຈະເຂົ້າໄປໃນຮ່າງກາຍກະຈາຍໄປທົ່ວຮ່າງກາຍ ສ່ວນຫຼາຍຈະສະສົມຢູ່ເນື້ອເຍື່ອ ແລະ ສ່ວນໜ້ອຍຢູ່ຕັບ ແລະ ໄຂກະດູກ ແຕ່ຈະຖືກຂັບຖ່າຍອອກມາທາງເຫື່ອ ແລະ ຍ່ຽວ.

ຜົນກະທົບ ຊີຊຽມ-137 ຕໍ່ສິ່ງແວດລ້ອມ

ການປົນເປື້ອນຂອງ ຊີຊຽມ-137 ສາມາດຕົກຄ້າງໄດ້ໃນສິ່ງແວດລ້ອມເຊັ່ນ ແຫຼ່ງນ້ຳ ພືດ ສັດ ຈາກນັ້ນກໍແຜ່ເຂົ້າສູ່ຮ່າງກາຍຂອງຄົນ ແລະ ສັດ ຜ່ານທາງຕ່ອງໂສ້ອາຫານ ດ້ວຍການບໍລິໂພກອາຫານ ຫຼື ຊີ້ນສັດທີ່ປົນເປື້ອນຊີຊຽມ-137 ເປັນເວລາຕໍ່ເນື່ອງກັນ.

ຖ້າທໍ່ຂອງສານຊີຊຽມ-137 ຖືກນຳໄປຂາຍທີ່ໂຮງແປຮູບເຫຼັກ ແລະ ຖືກຫຼອມໃນເຕົາເຜົາເຫຼັກ ຈະເຮັດໃຫ້ກຳມັນຕະພາບລັງສີຖືກປ່ອຍອອກມາທາງຄວັນ ກະຈາຍໄປສິ່ງແວດລ້ອມ ເຊິ່ງມັນເປັນສານກໍ່ມະເຮັງຢ່າງຮຸນແຮງໃນສະພາບແວດລ້ອມໃນວົງກວ້າງ.

ທີ່ມາ Thairath