ຫຼວງນໍ້າທາ ຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ໂຄງການທາງລົດໄຟກວ່າ 70% ແລ້ວ

ໂຄງການກໍ່ສ້າງເສັ້ນທາງ ລົດໄຟ ລາວ – ຈີນ ແຕ່ແຂວງ ຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີລວງຍາວທັງໝົດ 409 ກິໂລແມັດ. ໃນນີ້, ຜ່ານແຂວງຫຼວງນໍ້າທາ 17 ກິໂລແມັດ, ປະກອບມີ 2 ສະຖານີ ຄື: ສະຖານີບໍ່ເຕັນ ເປັນສະຖານີໂດຍສານ ແລະ ສະຖານີນາເຕີຍ ເປັນສະຖານີຄ່ຽນຖ່າຍສິນຄ້າ ສາມາດຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການແລ້ວ 74% ແລະ ອີກ 26% ຈະປະຕິບັດໃຫ້ສໍາເລັດພາຍໃນປີ 2021.

ທ່ານ ທອງແດງ ສິດທິສົນ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຄະນະໄກ່ເກ່ຍ ແລະ ເບີກຈ່າຍຄ່າຊົດເຊີຍ ຜົນກະທົບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງຫຼວງນໍ້າທາ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ປັດຈຸບັນແຂວງຫຼວງນໍ້າທາ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາດໍາເນີນການກໍ່ສ້າງແລວທາງໄດ້ທັງໝົດແລ້ວ ຍັງເຫຼືອແຕ່ເຂດທີ່ຈະສ້າງສະຖານີເທົ່ານັ້ນ, ຍ້ອນຄະນະຮັບຜິດຊອບພາກສ່ວນຕ່າງໆ

ສາມາດແກ້ໄຂໄກ່ເກ່ຍຜົນກະທົບ ແລະ ເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງແລ້ວ 3 ບ້ານ ຄື: ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະ ບ້ານຕີນຕົກ, ສ່ວນບ້ານນາເຕີຍ ເຊິ່ງເປັນບ້ານທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ຍ້ອນຢູ່ຈຸດກໍ່ສ້າງສະຖານີໃຫຍ່ ກວມເອົາເນື້ອທີ່ເຖິງ 80 ເຮັກຕາ ເຮັດໃຫ້ມີຜົນກະທົບຕໍ່ປະຊາຊົນ 191 ຄອບຄົວ, ແຕ່ຄະນະຮັບຜິດຊອບໄດ້ເບີກຈ່າຍໃຫ້ຜູ້ໄດ້ຮັບຜົນກະທົບຈຳນວນໜຶ່ງແລ້ວ ເປັນຕົ້ນ: ດິນປຸກສ້າງ, ດິນສວນ, ດິນນາ, ຜົນລະປູກ ແລະ ອື່ນໆ.

ສ່ວນສິ່ງປຸກສ້າງຍັງບໍ່ທັນໄດ້ເບີກຈ່າຍ ເພາະໂຄງການມີແຜນຈະຈັດສັນທີ່ຢູ່ໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ຂອບເຂດພື້ນທີ່ສະຖານີ ໂດຍຈະນຳໃຊ້ເງິນຊ່ວຍເຫຼືອລ້າຈາກລັດຖະບານຈີນ ຈຳນວນ 325 ຕື້ກີບ ເພື່ອຈັດສັນບ້ານໃໝ່ ຈຳນວນ 4 ບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການ.

ທ່ານ ທອງແດງ ສິດທິສົນ ໃຫ້ຮູ້ອີກວ່າ: ປັດຈຸບັນໄດ້ເບີກຈ່າຍເງິນຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການແລ້ວທັງໝົດ 7 ງວດ ຈໍານວນ 131 ຕື້ 916 ລ້ານກີບ ມີ 218 ຄອບຄົວ ເທົ່າກັບ 74% ຂອງມູນຄ່າທີ່ໄດ້ຮັບຜົນກະທົບທັງໝົດ 321 ຄອບຄົວ ໃນມູນຄ່າທັງໝົດ 179 ຕື້ກີບ;

ປັດຈຸບັນຄະນະຮັບຜິດຊອບກໍາລັງຂຶ້ນແຜນເບີກຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟ ລາວ – ຈີນ ງວດທີ 8 ຈໍານວນ 46 ຕື້ກີບ ເຊິ່ງຢູ່ໃນເຂດຂອງສະຖານທີ່ຈະສ້າງສະຖານີລົດໄຟ 2 ແຫ່ງ ຈຳນວນ 21 ຄອບຄົວ ເພື່ອສ້າງອາຄານຜູ້ໂດຍສານ ແລະ ທາງເຂົ້າຫາສະຖານີນາເຕີຍ ໃຫ້ສຳເລັດໃນທ້າຍປີ 2021.