ຊາດຊົ່ວ!ເສຍຍາບ້ າຈົນຫຼອນ ກັບເຮືອນມາຂ້ າເມຍທີ່ຍູ່ນຳກັນ17ປີ

ເສບຢາບ້າຈົນຫຼອນມີດແທງເມຍຕາຍ!!

ເກີດເຫດຊາຍອາຍຸ 42 ປີ ເສບຢາບ້າເກີນຄະໜາດຈົນປະສາດຫຼອນ ກ່ອນໃຊ້ມີດແທງເມຍ ແລ້ວປາດຄໍຊໍ້າ ຈົນເສຍຊີວິດຄາເຮືອນ ຍ້ອນຫຶງຫວງ ໂດຍອ້າງວ່າ ເມຍຫຼີ້ນຊູ້;

ເຫດການເກີດໃນເວລາປະມານ 9:30 ໂມງຂອງວັນທີ 5 ມີນາ 2023 ຢູ່ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ.

ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊຍະມຸງຄຸນ ລາຍງານເບື້ອງຕົ້ນວ່າ: ຜູ້ກໍ່ເຫດ ຊື່ ທ້າວ ຄຳຮັກ ອາຍຸ 42 ປີ ປະຊາຊົນ ບ້ານ ໄຊຍະມຸງຄຸນ

ເມືອງປາກລາຍ, ຜູ້ເສຍຊີວິດ ຊື່ ນາງ ບົວໄລ ເມຍຂອງຜູ້ກ່ຽວ; ກ່ອນເກີດເຫດ ທ້າວ ຄຳຮັກ ໄດ້ນັ່ງຜີງໄຟຢູ່ໜ້າເຮືອນຕົນເອງ,

ຈາກນັ້ນ ທ້າວ ຄຳຮັກ ຈຶ່ງຫຼຽວເຫັນ ຜູ້ຊາຍຄົນໜຶ່ງບໍ່ຮູ້ຊື່ ຍ່າງກາຍໜ້າເຮືອນຕົນເອງ, ໃນຄະນະນັ້ນ, ທ້າວ ຄໍາຮັກ

ຄິດວ່າ ເປັນຊາຍຊູ້ກັບເມຍຕົນເອງ, ຈາກນັ້ນ ທ້າວ ຄຳຮັກ ຈຶ່ງຈັບເອົາມີດຢູ່ໃນເຮືອນ ຍາວປະມານ 40 ຊັງຕີແມັດ

ຂຶ້ນໄປຫາເມຍຢູ່ເທິງເຮືອນ ແລ້ວຖາມ ເມຍ ຊື່ ນາງ ບົວໄລ ວ່າ: ເຈົ້າຫຼິ້ນບ່າວແມ່ນບໍ່? ແລ້ວ ນາງ ບົວໄລ ຕອບວ່າ:

ບໍ່ໄດ້ຫຼິ້ນ, ແຕ່ ທ້າວ ຄຳຮັກ ຍັງບໍ່ເຊື້ອ ຜິດຖຽງກັນຢ່າງແຮງ ຄິດວ່າເມຍຕົນເອງຫຼິ້ນຊູ້ແທ້, ຈຶ່ງໄດ້ໃຊ້ມີດທີ່ຖືມານັ້ນ

ແທງໃສ່ ນາງ ບົວໄລ ບໍລິເວນໜ້າທອງ 3 ບາດ, ໃນຄະນະນັ້ນ ຜູ້ເປັນເມຍພະຍາຍາມຍາດເອົາມີດນຳຜູ່ເປັນຜົວຈິ່ງ

ເຮັດໃຫ້ມີດບາດມືທັງ 2 ເບື້ອງ, ແລ້ວຜູ່ກ່ຽວໄດ້ແທງຊໍ້າເຂົ້າບໍລິເວນໜ້າເອິກ 1 ບາດ ເຮັດໃຫ້ ນາງ ບົວໄລ ລົ້ມລົງ

ພື້ນເຮືອນ, ແລ້ວ ທ້າວ ຄຳຮັກ ກໍ່ເອົາມີດແທງຊໍ້າ ຢູ່ຄໍດ້ານຫຼັງ ຈົນເຮັດໃຫ້ນາງ ບົວໄລ ເສຍຊີວິດຄາທີ່.

>>> ຜ່ານການສຶບສວນ – ສອບສວນ ທ້າວ ຄໍາຮັກ ຮັບສາລະພາບວ່າ ຕົນເອງໄດ້ມີການເສບຢາເສບຕິດແຕ່ໄລ

ຍະທ້າຍປີ 2022 ເປັນຕົ້ນມາ ກ່ອນລົງມືແທງເມຍ ແມ່ນໄດ້ເສບຢາບ້າ 3 ເມັດ ຈຶ່ງເຮັດໃຫ້ຂາດສະຕິ ຄິດວ່າເມຍຫຼີ້ນ

ຈຶ່ງໄດ້ລົງມືກໍ່ເຫດຄາດຕະກໍາເມຍ ທີ່ຢູ່ກິນນໍາກັນເປັນເວລາ 17 ປີ ຢ່າງໂຫດຫ້ຽມ.