ເກີດເຫດ ຜົວຄາດຕະກຳເມຍ ຍ້ອນເສບຢາບ້າ ແລ້ວຫຶງຫວງເມຍ

ເກີດເຫດຜົວຄາດຕະກຳເມຍ ຍ້ອນເສບຢາບ້າ ແລ້ວຫຶງຫວງເມຍ

ໃນເວລາປະມານ 9 ໂມງ 30 ນາທີ ຂອງວັນທີ່ 05 ມີນາ 2023 ໄດ້ເກີດເຫດຜົວຄາດຕະກຳເມຍ ຍ້ອນຜູ້
ກ່ຽວເສບຢາບ້າ ເກີນຂະໜາດ ແລ້ວເກີດອາການຫຶງຫວງເມຍ ຄິດວ່າ ເມຍຫຼິ້ນບ່າວ ເຫດການນີ້ແມ່ນເກີດຂຶ້ນຢູ່ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ.

ຂໍ້ມູນເບື້ອງຕົ້ນແມ່ນ ປກສ ກຸ່ມບ້ານໄຊຍະມຸງຄຸນໄດ້ສົມທົມກັບໜ່ວຍງານວິຊາສະເພາະ ພະແນກ ຕຳຫຼວດ ໄດ້ແຈ້ງໃຫ້ຮູ້ວ່າ:ໃນເວລາ 9 ໂມງ 30 ນາທີ ຂອງວັນທີ່ 05ມີນາ 2023 ໄດ້ມີ ທ້າວ ຄຳຮັກ ໄຊຍະເດດ ອາຍຸ 42 ປີ ອາຊີບປະຊາຊົນ ຢູ່ໜ່ວຍ 20 ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ,ໄດ້ລົງເຮືອນມາຝີງໄຟຢູ່ໜ້າບ້ານຂອງຕົນເອງ,ຈາກນັ້ນທ້າວ ຄຳຮັກ ຈຶ່ງຫຼຽວເຫັນ ຊາຍ ຄົນໜຶ່ງບໍ່ຮູ້ຊື່ ຍ່າງກາຍໜ້າບ້ານຕົນເອງ,ແລ້ວທ້າວຄຳຮັກຄິດວ່າ ເປັນຊາຍຊູ້ກັບເມຍຕົນເອງ,ຄິດວ່າເມຍຫຼິ້ນບ່າວ,ຈາກນັ້ນທ້າວ ຄຳຮັກຈຶ່ງຈັບເອົາມີດຢູ່ໃນເຮືອນ ຍາວປະມານ 40 ຊັງຕີແມັດຂຶ້ນໄປຖາມ(ເມຍ)ຊື່ນາງ ບົວໄລ ວ່າ:ເຈົ້າຫຼິ້ນບ່າວແມ່ນບໍ່,ແລ້ວນາງ ບົວໄລ ຕອບວ່າ: ບໍ່ໄດ້ຫຼິ້ນ,ຈາກນັ້ນທ້າວ ຄຳຮັກ ຍັງບໍ່ເຊື່ອຄິດວ່າເມຍຕົນເອງຫຼິ້ນບ່າວແທ້ຈຶ່ງໄດ້ຕັດສິນໃຈລົງມືກໍ່ເຫດ,ໄດ້ເອົາມີດແທງໃສ່ ນາງ ບົວໄລ ຈຳປາທອງ ບໍລິເວນໜ້າທອງ 03 ບາດ,ຜູ້ເປັນເມຍພະຍາຍາມຍາດເອົາມີດນຳຜູ່ເປັນຜົວຈິ່ງເຮັດໃຫ້ມີດບາດມືທັງ 2 ເບື້ອງ,ແລ້ວຜູ່ກ່ຽວໄດ້ແທງຊໍ້າເຂົ້າບໍລິເວນໜ້າອົກ 01 ບາດ,


ຈາກນັ້ນກໍ່ໄດ້ຍູ້ນາງ ບົວໄລ ລົ້ມລົງພື້ນເຮືອນ,ແລ້ວທ້າວ ຄຳຮັກ ກໍ່ເອົາມີດແທງຊໍ້າ ກ້ານຄໍດ້ານຫຼັງ ຈົນເຮັດໃຫ້ນາງ ບົວໄລ ເສຍຊີວິດຄາທີ່ ຢູ່ເຮືອນຂອງຜູ່ກ່ຽວເອງ,ສາຍເຫດຈຸງໃຈໃນການຄາດຕະກຳເມຍໃນຄັ້ງນີ້ຍ້ອນ ທ້າວ ຄຳຮັກ ໄຊຍະເດດ ເສບຢາບ້າ ເກີນຂະໜາດ ເຮັດໃຫ້ຜູ່ກ່ຽວເກີດອາການຂາດສະຕິ,ແລະ ຫຶງຫວງເມຍ ເລີຍຄິດວ່າ ເມຍຂອງຕົນເອງຫຼິ້ນບ່າວ.ທ້າວ ຄຳຮັກ ໄຊຍະເດດ ວັນເດືອນປີເກີດ 01 / 09 / 1982 ເກີດທີ່ ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ, ຢູ່ປະຈຸບັນຢູ່ ໜ່ວຍ 20 ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ,ຊື່ພໍ່ທ້າວ ເຄື່ອນ ອາຍຸ 60 ປີອາຊີບປະຊາຊົນ,ຢູ່ບ້ານໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ຊື່ແມ່ ( ຕ ) ໄດ້ສ້າງຄອບຄົວກັບ ນາງ ບົວໄລ ຈຳປາທອງ ວັນເດືອນປີເກີດ 05 / 05 / 1984 ບ້ານ ເກີດ ບ້ານ ຊົມຍາງ ເມືອງໂຂງ ແຂວງຈຳປາສັກ ບ້ານຢູ່ປະຈຸບັນ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ສ້າງ ຄອບຄົວຮ່ວມກັນ ໃນປີ 2006 ພາຍຫຼັງຢູ່ກິນນຳກັນມີລູກຮ່ວມກັນ 02 ຄົນ ຍິງ 02 ຄົນ,ລູກສາວກົກອາຍຸໄດ້ 16 ປີ,ລູກສາວຫຼ້າ ອາຍຸໄດ້ 12 ປີ .

ຄືດັ່ງເຫດການທີ່ເກີດຂຶ້ນບັນຫາດັ່ງກ່າວ ຍ້ອນ ບັນຫາຢາເສບຕິດ ( ຢາບ້າ ) ເປັນຜິດໄພຕໍ່ສັງຄົມ,ຜູ້ເສບເປັນບ້າ
ເຮັດໃຫ້ປະສາດຫຼອນ,ເຮັດໃຫ້ຂາດສະຕິ,ມີອາການໃຈຮ້າຍ,ເມື່ອຍຫີວ,ຫຶງຫວງ,ໃຈກ້າບໍ່ຢ້ານກົມຕໍ່ສິ່ງໃດ,ຂາດສະຕິໃນຄວາມເປັນຄົນ,ທີ່ເປັນເຫດເຮັດໃຫ້ສັງຄົມມີຄວາມສຫຸ້ວນວາຍ,ສັງຄົມບໍ່ມີຄວາມສະຫົງບສະນັ້ນຜູ່ຂຽນຂໍຝາກເຖິງຊາວໜຸ່ມ,ໄວໜຸ່ມ,ທີ່ຍັງຫຼົງໄຫຼຕົກເປັນທາດຂອງຢາເສບຕິດວ່າ:ຈົ່ງຢຸດເຊົາແຕ່ມື້ນີ້ເປັນຕົ້ນໄປ,ຫຼີກລ້ຽງຮ້າງໄກຈາກຢາເສບຕິດ,ມັນຍັງບໍ່ສວຍ

ເກີດໄປທີ່ພວກເຮົາຈະກັບຕົວກັບໃຈເປັນຄົນດີຂອງສັງຄົມ( ເພາະວ່າ ຢາເສບຕິດທຸກສະນິດຕິດແລ້ວຕາຍ,ຜູ້ກິນເປັນບ້າ,ຜູ້ຄ້າຂາຍຕິດຄຸກ,ຜູ້ທຸກແມ່ນພໍ່ແມ່ ແລະ ສັງຄົມ ) ຈົ່ງຮ່ວມແຮງຮ່ວມໃຈກັນຕ້ານ ໄພຢາເສບຕິດ. ສັງຄົມຈ່ງມີຄວາມສະຫງົບ.

ລາຍງານໂດຍ: ບຸນສີ ພາດີ, ນັກຂ່າວ ປກສ ເມືອງປາກລາຍ