ຂ່າວຕ່າງປະເທດ
ພໍ່ແມ່ສົງໃສລູກຫຼໍ່ເກີນໄປ ພາໄປກວດ DNA ເຖິງກັບເງີບເມື່ອຮູ້ຄວາມຈິງ…!

ເວັບໄຊຂ່າວຈີນ ເດີະເປເປີ ລາຍງານຈາກເມືອງຊຽງໄຮ້ ປະເທດຈີນ ເມື່ອວັນທີ 2 ກໍລະກົດວ່າ ຜົວເມຍຄູ່ໜຶ່ງໃນເມືອງຊຽງໄຮ້ລ້ຽງລູກຊາຍທີ່ຄິດວ່າເປັນລູກຂອງຕົນເອງມາເປັນເວລາ 28 ປີ ຂະນະທີ່ໃນໃຈຂອງພວກເຂົາກໍ່ມີຂໍ້ສົງໃສໃນ ໂຕລູກ ວ່າເປັນຫຍັງຄືໜ້າຕາດີເກີນພໍ່ແມ່ ດ້ວຍຄວາມສົງໃສດັ່ງກ່າວເຮັດໃຫ້ທັງຄູ່ຜິດຖຽງກັນ ເພາະຜູ້ເປັນຜົວຄິດວ່າເມຍນອກໃຈແລ້ວມີລູກຊາຍຄົນນີ້ເກີດມາ ທັງສອງຢ່າຮ່າງກັນໃນປີ 2547 ຈາກນັ້ນຜົວຈຶ່ງຂໍໃຫ້ມີການກວດພິສູດ DNA ຂອງລູກຊາຍ

ເພື່ອໃຫ້ຄວາມຈິງໄດ້ຮັບການພິສູດ ແລະແລ້ວກໍ່ພົບວ່າ DNA ຂອງຜູ້ເປັນລູກບໍ່ກົງກັບຂອງພໍ່ ແລະ ແມ່ ເຮັດໃຫ້ພວກເຂົາຕັ້ງຂໍ້ສົງໃສຂື້ນມາວ່າ ຄວາມຜິດພາດອາດເກີດຂື້ນຕັ້ງແຕ່ຕອນເກີດທີ່ໂຮງໝໍຊຽງໄຮ້ໃນປີ 2532 ແລ້ວ ໂດຍມີຄວາມເປັນໄປໄດ້ວ່າ ພະຍາບານຈະອຸ້ມເດັກຜິດຄົນມາສົ່ງໃຫ້ກັບພວກເຂົາ
ຜູ້ເປັນແມ່ເປີດເຜີຍກັບນັກຂ່າວວ່າ ພວກເຂົາມັກເດືອດຮ້ອນເພາະຮູບລັກສະນະຂອງລູກຊາຍ ທີ່ພວກເຂົາຕັ້ງຊື່ໃຫ້ວ່າ ຫວັງ ເຍ່ ສະເໝີ ເນື່ອງຈາກໃບໜ້າຂອງຫວັງ ເຍ່ ແຕກຕ່າງຈາກພວກເຂົາຫຼາຍເຊັ່ນ ມີດວງຕາທີ່ໃຫຍ່ແລະດັງໂມ ເຊິ່ງເປັນສິ່ງທີ່ພໍ່ແມ່ຂອງລາວບໍ່ມີ ໂດຍສະເພາະຜູ້ເປັນພໍ່ເຊິ່ງບໍ່ໜ້າຕາດີປານໃດ ເຮັດໃຫ້ພໍ່ກັບລູກມີໃບໜ້າຂ້ອນຂ້າງແຕກຕ່າງກັນ

ເມື່ອຄວາມຈິງໄດ້ຖືກພິສູດອອກມາແລ້ວ ທ້າວ ຫວັງ ເຍ່ ກ່າວວ່າ ລາວເອງກໍ່ຕົກໃຈເຊັ່ນກັນ ເນື່ອງຈາກທັງໝົດຢູ່ຮ່ວມກັນເປັນຄອບຄົວມາດົນແລ້ວ ແລະຍັງເຮັດໃຈໃຫ້ເຊື່ອຄວາມຈິງດັ່ງກ່າວບໍ່ໄດ້ ປະຈຸບັນຜູ້ເປັນແມ່ກຳລັງດຳເນີນເລື່ອງຟ້ອງຮ້ອງໂຮງໝໍຊຽງໄຮ້ ເອີ້ນຄ່າເສຍຫາາຍ 1.3 ລ້ານຢວນ ແລະ ຕ້ອງການຊອກລູກ ທີ່ແທ້ຈິງໃຫ້ພົບ ແລະ ຕາມຫາພໍ່ແມ່ທີ່ແທ້ຈິງໃຫ້ກັບ ຫວັງເຍ່ ດ້ານໂຮງໝໍທີ່ຕົກເປັນຜູ້ຕ້ອງສົງໃສວ່າເຮັດຜິດພາດ ກໍ່ກຳລັງສອບສວນເລື່ອງດັ່ງກ່າວຢູ່ເຊັ່ນກັນ
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ