ສາວງາມ!ຂີ້ຄ້ານຕວະວ່າ ເປັນອຳມະດົນ ດົນນານກວ່າ20ປີ

ສາວຂີ້ຄ້ານ! ຕົວະວ່າເປັນອຳມະພາດ 20 ປີ ເພື່ອຢາກໃຫ້ຄອບຄົວເປັນຄົນເບິ່ງແຍງທຸກຢ່າງ ສຸດທ້າຍຄວາມລັບກໍແຕກເມືອຫຼານ

ຂອງລາວໄດ້ເຫັນນ້າສາວທີ່ເປັນອຳມະພາດຄົນນີ້ລຸກຍ່າງ.ວັນທີ 7 ມັງກອນ 2022 ທີ່ຜ່ານມາ ຈາກເວບໄຊ້ ETtoday ລາຍງານໃຫ້ຮູ້

ວ່າ: ສາວຈີນ ອາຍຸ 35 ປີ ນອນປ່ວຍຕິດຕຽງເປັນອຳມະພາດດົນເຖິງ 20 ປີ ຕ້ອງຫາຄົນໃນຄອບຄົວເບິ່ງແຍງຕະຫຼອດ ຕັ້ງແຕ່

ເລື່ອງອາຫານຈົນໄປຮອດການພິກໂຕ ໂດຍທີ່ບໍ່ມີໃຜຮູ້ວ່າສາວຄົນນີ້ຂີ້ຕົວະ ຈົນມື້ໜຶ່ງຈຶ່ງໄດ້ຮູ້ຄວາມຈິງ.ຍີງຄົນນີ້ ມີຊື່ວ່າ: ອູກຸ້ຍອິງ

ຄອບຄົວຂອງລາວອາໄສໃນເຫີເປຍ ປະເທດຈີນ, ພໍ່ລາວເສຍຊີວິດໄປແຕ່ຕອນລາວຍັງນ້ອຍ ແລະ ມີແມ່ເປັນເສົາຫຼັກຄອບຄົວ ໂດຍ

ສາວຄົນນີ້ເປັນລູກສາວຫຼ້າ ສຸຂະພາບຂອງລາວບໍ່ແຂງແຮງ ເຮັດໃຫ້ແມ່ຕ້ອງໃຫ້ຄວາມຮັກ ແລະ ເບິ່ງແຍງດູແລທຸກຢ່າງ.ຍ້ອນແນວ

ນັ້ນເຮັດໃຫ້ ອູກຸ້ຍອິງ ກາຍເປັນຄົນເອົາແຕ່ໃຈຕົນເອງ ແລະ ອີດສາອ້າຍເອື້ອຍ. ຈົນມາອາຍຸ 16 ປີ, ອູກຸ້ຍອິງໄດ້ຜິດກັບອ້າຍ

ແລະ ອ້າຍໄດ້ຕົບໜ້ານ້ອງສາວ. ຫຼັງຈາກມື້ນັ້ນ ອູກຸ້ຍອິງ ກໍເລີ່ມຫຼົ້ມປ່ວຍ ແລະ ບອກວ່າຕົນເອງເປັນອຳມະພາດຍ່າງບໍ່ໄດ້.