ສາທຸ!!! ພິທີເຄື່ອນ ອົງພຣະຍອດແກ້ວ ອອກສູ່ເມຣຸມາດ

ພິທີເຄື່ອນພຣະສົບ ອົງພຣະຍອດແກ້ວ ອອກສູ່ເມຣຸມາດ !!!

ຕອນບ່າຍວັນທີ 26 ມິຖຸນາ 2020, ໄດ້ມີພິທີ ເຄື່ອນພຣະສົບ ອົງພຣະຍອດແກ້ວ ມະຫາງອນດຳລົງບຸນ ອອກຈາກ ຫໍທັມມະສະພາ ອອກສູ່ເມຣຸມາດ ທີ່ ເດີນສະໜາມຫຼວງ

.

ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ການນໍາພັກ-ລັດ, ພຣະສົງ-ສຳມະເນນ ຕະຫລອດຮອດປະຊາຊົນຈາກຫຼາຍພາກສ່ວນ

.

ສຳລັບພິທີຖວາຍເພີງແມ່ນຈະໄດ້ຈັດຂຶ້ນໃນເວລາ 20:00 ໂມງ ຂອງມື້ນີ້

.