ຈີນອອກຮ່າງກົດໝາຍໃໝ່ “ຫ້າມຄ້າສັດປ່າ ແລະ ຫ້າມກິນຊີ້ນໝາ” – ສື່ລາວ.ຄອມ
Connect with us

ທົ່ວໄປ

ຈີນອອກຮ່າງກົດໝາຍໃໝ່ “ຫ້າມຄ້າສັດປ່າ ແລະ ຫ້າມກິນຊີ້ນໝາ”

Published

on

ເວັບໄຊ posttoday.com ລາຍງານວ່າ ເທດສະການກິນຊີ້ນໝາຊື່ດັງຂອງຈີນເລີ່ມຕົ້ນຂຶ້ນໃນວັນທີ 21-30 ມິຖຸນານີ້ ເຊິ່ງເປັນເທດສະການປະຈຳປີທີ່ເມືອງ ອີ້ຫຼິນ ເຂດປົກຄອງຕົນເອງກວາງຊີຈ້ວງ ຄາດວ່າການຈັດງານໃນປີນີ້ອາດເປັນປີສຸດທ້າຍ ເນື່ອງຈາກວ່າ ມັນໄດ້ສວນທາງກັບການລົນນະລົງຂອງລັດຖະບານຈີນໃນການປັບປຸງສະຫວັດດີການສັດ ແລະ ຫຼຸດຄວາມສ່ຽງຕໍ່ສຸຂະພາບຕໍ່ການບໍລິໂພກຊີ້ນສັດແປກໆ ຫຼັງຈາກເກີດການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ແລະ ເຮັດໃຫ້ປະຊາຄົມໂລກຈັບຕາເບິ່ງພຶດຕິກຳການກິນຊີ້ນສັດປ່າຂອງພົນລະເມືອງຈີນ.

ຕາມປົກກະຕິແລ້ວ, ເທດສະການດັ່ງກ່າວໃນແຕ່ລະປີຈະມີຜູ້ເຂົ້າຮ່ວມງານຫຼາຍພັນຄົນ ແຕ່ນັກລົນນະລົງເພື່ອສິດທິສັດລາຍງານວ່າ ຕົວເລກຜູ້ເຂົ້າຮ່ວມງານໃນປີນີ້ຫຼຸດໜ້ອຍລົງ.

ເມື່ອເດືອນເມສາທີ່ຜ່ານມາ ກະຊວງກະສິກຳຈີນຕັດສິນໃຈທີ່ຈະຈຳແນກໝາໃຫ້ເປັນສັດລ້ຽງແທນທີ່ຈະເປັນປະສຸສັດ (ສັດທີ່ສາມາດກິນໄດ້) ເຊິ່ງຖືເປັນບາດກ້າວສຳຄັນທີ່ຈະນຳໄປສູ່ການບັງຄັບໃຫ້ປະຊາຊົນຢຸດຕິການກິນຊີ້ນໝາທີ່ກໍ່ໃຫ້ເກີດພາບລັກອັນບໍ່ດີຕໍ່ສາຍຕາປະຊາຄົມໂລກ ແລະ ມີບາງເມືອງໄດ້ຫ້າມກິນຊີ້ນໝາເດັດຂາດແລ້ວເຊັ່ນ: ເມືອງ ເຊິນເຈິ້ນ.

ລັດຖະບານຈີນກຳລັງຮ່າງກົດໝາຍໃໝ່ເພື່ອຫ້າມການຄ້າສັດປ່າ ແລະ ປົກປ້ອງສັດລ້ຽງ ເຊິ່ງນັກລົນນະລົງຫວັງວ່າປີນີ້ຈະເປັນປີສຸດທ້າຍທີ່ມີການຈັດງານເທດສະການກິນຊີ້ນໝາ.

Continue Reading

ທົ່ວໄປ

ປູຕິນເດືອດ!ຖ້າໂລກບໍ່ມີຣັດ ເຊຍກໍຈະບໍ່ມີ ປະເທດໃດຍູ່ໄດ້ຄືກັນ

Published

on

By

ຣັສເຊຍ ມີຈຳນວນຫົວຮົບນິວເຄຼຍ ຫລາຍກວ່າ ເມກາ ເເລະກຸ່ມປະເທດ NATO ລວມກັນ. ຣັສເຊຍ 6257ລູກ ເມກາ NATO ມີ 6.065ລູກຫາກໂລກນີ້ບໍ່ຕ້ອງການຣັສເຊຍ

ຣັສເຊຍກໍບໍ່ມີເຫດຜົນທີ່ຈະຮັກສາໂລກໜ່ວຍນີ້ເອົາໄວ້.. (ອ້າວ ຊວຍບະກູ)“..ເປັນຫຍັງພວກເຮົາຈິ່ງຍັງຕ້ອງການໂລກອີກ.. ຫາກພວກເຮົາບໍ່ໄດ້ຢູ່ໃນໂລກ.?.”

ດມິທຣີ ກີເຊລຢອຟ ຫົວໜ້າຝ່າຍໂຄສະນາຣັສເຊຍ ກ່າວ ມື້ນີ້..ເຂົາເສີມວ່າ: “..ເຮືອດຳນ້ຳຣັສເຊຍ ສາມາດຍິງນິວເຄຼຍໄດ້ເຖິງ 500 ລູກ ມັນພຽງພໍທີ່ຈະທຳລາຍລ້າງອະເມຣິກາ

ແລະປະເທດນາໂຕໃຫ້ຮາບຄາບໄດ້..ຍັງບໍ່ລວມເຖິງກ ງກຳລັງມິສໄຊລ໌ພາກພື້ນດິນ ອາກາດ ແລະອະວະກາດ ທີ່ປະສົມປະສານກັບເທັກໂນໂລຍີສະໄໝໃໝ່ໄຮເປີຣ໌ໂຊນິກ

ເຊິ່ງພວກນັ້ນຢູ່ລະດັບປາຍແຖວ ບໍ່ມີທາງຈະຮັບມືໄດ້..” ກີເຊລຢອຟ ກ່າວ..“..ບໍ່ມີຣັສເຊຍຄົນໃດຕ້ອງການໃຫ້ມັນເປັນແບບນີ້.. ຢູເຄຣນຄືພີ່ນ້ອງຂອງເຮົາ

ແຕ່ບາງຄັ້ງເຮົາກໍຕ້ອງໄດ້ສັ່ງສອນພີ່ນ້ອງຂອງເຮົາທີ່ມີຄວາມຄິດໂງ່ໆເຂົ້າມາໃນຫົວຂອງມັນ..” ກີເຊລຢອຟ ກ່າວ..

Continue Reading

ທົ່ວໄປ

ພົບແລ້ວ!ຊາຍໜຸ່ມໂດດຂົວ ອາຖັນຍູ່ປາກເຊ ແຂວງຈຳປາສັກ

Published

on

By

ພົບສົບແລ້ວຈາກເຫດການຄົນໂດດຂົວນໍ້າຂອງປາກເຊ ໃນຕອນກາງຄືນຂອງວັນທີ 22 ມີນາ 2023 ທີ່ຜ່ານມາ

ທີ່ຜູ້ເສຍຊີວິດໄດ້ຂຶ້ນນັ່ງງອຍຄານຂົວຂ້າມນໍ້າຂອງປາກເຊ, ເຊິ່ງໄດ້ມີພົນລະເມືອງໄດ້ເຂົ້າໄປລົມນຳ ແລະ ຖາມວ່າມາຫຍັງ ຜູ້ເສຍຊີວິດໄດ້ຕອບວ່າ: ມານັ່ງແນມຫາເອື້ອຍອິນແຕງ.

ຄັນສິເຂົ້າໃກ້ເພິ່ນ ເພິ່ນກະຂູ່ສິໂດດລົງນໍ້າຂອງ ລາວກໍຍອມຄືກັນ ເບິດແນວສິອອຍລະ ບໍ່ຮູ້ສິຊ່ອຍແນວໃດໄດ້ແຕ່ບອກເຈົ້າໜ້າທີ່ມາອອຍຊ່ວຍ,

ສຸດທ້າຍຜູ້ເສຍຊີວິດກໍໄດ້ຕັດສິນໃຈໂດດຂົວ ແລະ ເຈົ້າໜ້າທີ່ກໍໄດ້ພົບສົບຜູ້ເສຍຊີວິດໃນຕອນບ່າຍຂອງມື້ນີ້.

ຄລິບ

Continue Reading

ທົ່ວໄປ

ອາຖັນ! ຕົວຕາຍຕົວແທນ ລ່າສຸດ ມີຄົນມາໂດດຂົວອີກແລ້ວ

Published

on

By

ໃນຄືນວັນທີ 22 ມີນາ 2023 ຕາມເຟສບຸກຂອງນາງ ຫນີງ ນຸງຫນີງເລົ່າຄວາມໃນໃຈ ແລະ ອາໄລອາວອນຊາຍຫນຸ່ມຕາມທີ່ເຫັນໃນພາບວ່າ:“ ກັບມາຫາຂ້ອຍກັບລູກສາເຈົ້າໄປລີ້ຂ້ອຍຢູ່ໃສກະຟ້າວອອກມາເດີ …ຢ່າຈາກກັນໄປແບບນີ້ໃດ…ຮູ້ບໍ່ໃຈຂ້ອຍຊິຂາດແລ້ວ😭😭😭
ຂໍໃຫ້ສິ່ງສັກສິດເອົາຜົວຜູ້ຂ້າກັບມາເດີ🙏🙏🙏.


ຈາກຂໍ້ມູນຜູ້ເຫັນເຫດການຫລາຍຄົນເວົ້າວ່າຜູ້ຊາຍຄົນນີ້ຂີ່ລົດແລ່ນມາຂົວຂ້າມລະຫວ່າງນະຄອນປາກເຊ ແລະ ເມືອງໂພນທອງ ຫລັງຈາກນັ້ນຈອດລົດໄວ້ແລ້ວໂດດລົງນໍ້າຂອງ ເຖິງປັດຈຸບັນຍັງສູນຫາຍ ແລະ ບໍ່ເຫັນຜູ້ກ່ຽວ….ເມຍ ແລະ ພໍ່ແມ່ໄດ້ແຕ່ວິງວອນໃຫ້ກັບມາ.


ປີ 2022 ຜ່ານມີຄົນໂດດແຫ່ງນີ້ 2 ລາຍ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້