ຮູ້ແລ້ວ! ຍ້ອນສາເຫດນີ້ ທະນາຄານ ຈຶ່ງສັ່ງປິດຮ້ານແລກປ່ຽນເງີນຕາ

ຕັດໄຟແຕ່ຕົ້ນລົມ! ສັ່ງໃຫ້ຮ້ານແລກປ່ຽນເງິນ 100 ກວ່າສາຂາທົ່ວປະເທດຢຸດເຊົາການເຄື່ອນໄຫວ

ໃນວັນທີ 13 ມັງກອນ 2023 ນີ້ ທະນາຄານແຫ່ງ ສປປ ລາວສັ່ງໃຫ້ຮ້ານແລກປ່ຽນເງິນຕາຕ່າງປະເທດ 113 ຮ້ານທີ່ຂຶ້ນກັບ 6 ທະນາຄານທຸລະກິດຢຸດຕິການເຄື່ອນໄຫວແບບສາຍຟ້າແມບ ພາຍຫລັງພົບບັນຫາຊໍາເຮື້ອ ແລະ ແກ້ບໍ່ຕົກ

ກໍລະນີອັດຕາແລກເງິນຕາຕ່າງປະເທດຂຶ້ນໆລົງໆບໍ່ຄົງທີ່…ສ່ວນເງິນກີບອອ່ນຄ່າລົງເລື້ອຍໆສົມທົບກັບອັດຕາໄຟເງິນເຟິ້ປະມານ 39% ເຊິ່ງບັນຫານີ້ໄດ້ປະທົບປາກທ້ອງໄສ້ ແລະ ສ້າງຄວາມເດືອດຮ້ອນໃຫ້ພໍ່ແມ່ປະຊາຊັນ, ພະນັກງານ,ທະຫານຕໍາຫຼວດເປັນວົງກວ້າງ.

ກ່ອນຫນ້ານັ້ນ, ມີນັກວິຊາການ ແລະ ນັກເສດຖະສາດດ້ານເສດຖະກິດເວົ້າຊຸບໆຊິບໃນວົງແຄບວ່າການເປີດໄຂຂຽວໃຫ້ມີການເປີດທຸລະກິດແລກປ່ຽນເງິນແບບຊະຊາຍ ແລະ ມີຈໍານວນຫລາຍເກີນໄປອາດກໍ່ໃຫ້ມີຄວາມສ່ຽງການປັ່ນເງິນເພື່ອກິນກໍາໄລສ່ວນເກິນ….

ແຕ່ເຖິງແນວໃດກໍດີ ມີຫາງສຽງໃນສັງຄົມຈໍາສວນບໍ່ຫນ້ອຍກໍໄດ້ຕົບມືຊົມເຊີຍຕໍ່ ທ່ານ ນາຍົກຄົນໃຫມ່ຂອງ ສປປ ລາວ ເຊິ່ງໄດ້ເລີ່ມສົ່ງສັນຍານໃຫ້ເຫັນລາງອັນອອກມາໃນທິດທາງບວກເພີ່ມຂຶ້ນເລື້ອຍໆ ຍົກຕົວຢ່າງ

1.ສັ່ງເພີ່ມແລ້ວລ້ຽງຊີບ 150.000 ກີບຕໍ່ເດືອນໃຫ້ພະນັກງານລັດຖະກອນ,ທະຫານຕໍາຫຼວດ; 2.ສັ່ງຢຸດຕີການເຄື່ອນໄຫວຮ້ານແລກເງິນ 113 ຮ້ານທົ່ວປະເທດ