ປະຫວັດຫຍໍ້ຂອງ ພຣະມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປະຫວັດຫຍໍ້ຂອງ ພຣະມະຫາງອນ ດຳຣົງບຸນ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ

Published

on

ປະຫວັດຫຍໍ້ຂອງ ພຣະມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ ແຕ່ງຕັ້ງເປັນປະມຸກສົງ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເມື່ອວັນທີ 17 ທັນວາ ພ.ສ. 2558 (ຄ.ສ.2015) ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ຍາທ່ານເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ ບັນພະຊາ ເມື່ອພຸດທະສັງກາດ 2486 (ຄ.ສ. 1943) ຍາທ່ານບັນພະຊາເປັນ ສາມະເນນ ເມື່ອອາຍຸ 13 ປີ ໃນມື້ ຂຶ້ນ 7 ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງ ນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ

ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ. ອຸປະສົມບົດ ເມື່ອອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ ຕຳແໜ່ງ

– ພ.ສ. 2518 (ຄ.ສ. 1975) ໄດ້ຮັບແຕ່ງຕັ້ງເປັນ ກັມມະຖານສູນກາງອົງການພຸດທະສາສະໜາສັມພັນ ຂອງ ສປປ ລາວ

– ພ.ສ. 2521-2550 (ຄ.ສ. 1978-2007) ໄດ່ຮັບການແຕ່ງຕັ້ງເປັນ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ທັງເປັນກັມມະການ ສູນກາງ ອພສ ແລະ ຄະນະກັມມະການສູນກາງແນວລາວສ້າງຊາດ

– ພ.ສ.2554(ຄ.ສ.2011)ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ອົງທີ 1 ແລະຮັບຜິດຊອບທັງໝົດ 5 ແຂວງພາກໃຕ້

– ພ.ສ. 2558(2015) ວັນທີ 17 ທັນວາ 2015 ໄດ້ຮັບການແຕ່ງຕັ້ງເປັນ ອົງພຣະສັງຄະ ປະທານາທິບໍດີ ສະກົນມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ຕາມສຸວັນນະຈາຣຶກວ່າ ອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ດຳຣົງບຸນມະຫາເຖຣະເຈົ້າ ສະກົນມະຫາສັງຄະປາໂມກ.

 – ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກວ່າ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ. 

ການສຶກສາ :

– ພ.ສ. 2487 (ຄ.ສ. 1944) ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດ ສູດມົນຕ່າງໆ ໃນສະໄໝນັ້ນ ມົນນ້ອຍ ມົນກາງ ມົນເດິກ.

– ພ.ສ. 2492(ຄ.ສ. 1949) ຈົບນັກທັມເອກ ແລະ ພາສາຝຣັ່ງເສດ. – ພ.ສ. 2500 (ຄ.ສ. 1957) ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ.

ມາຮອດວັນອັງຄານ ວັນທີ 24 ມີນາ 2020 ພຣະພຸດທະສັງກາດ ໒໕໖໒ (2020) ທີ່ ໂຮງໝໍ 103 ນະຄອນຫຼວງວຽງຈັນ ພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ ກໍ່ໄດ້ດັບຂັນ ຈາກພວກເຮົາໄປເຫລືອໄວ້ແຕ່ທັມມະ ບົດເທດ ບົດສອນ ຄຸນງາມຄວາມດີທີເພິ່ນສ້າງໄວ້.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້