ຈີນ, ລາວ, ມຽນ​ມາ ແລະ ໄທ​ໄດ້​ເລີ່ມຕົ້ນ​ປະ​ຕິ​ບັດ​ກົດ​ໝາຍ​ແລະລາດ​ຕະ​ເວນ​ຄັ້ງ​ທີ 94 ຮ່ວມ​ກັນ​ຕາມ​ແມ່​ນ້ຳ​ຂອງ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຈີນ, ລາວ, ມຽນ​ມາ ແລະ ໄທ​ໄດ້​ເລີ່ມຕົ້ນ​ປະ​ຕິ​ບັດ​ກົດ​ໝາຍ​ແລະລາດ​ຕະ​ເວນ​ຄັ້ງ​ທີ 94 ຮ່ວມ​ກັນ​ຕາມ​ແມ່​ນ້ຳ​ຂອງ

Published

on

ວັນ​ທີ 24 ມິ​ຖຸ​ນາ​ນີ້, ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ​ແຈ້ງ​​ໃຫ້​ຮູ້ວ່າ: ເນື່ອງ​ໃນ​ວັນຕ້ານ​ຢາ​ເສບ​ຕິດ​ສາ​ກົນ​ຄັ້ງ​ທີ 33 ຈະ​ໝູນ​ວຽນ​ມາ​ເຖິງ, ເວ​ລາ 9 ໂມງ​ເຊົ້າ​ຂອງ​ວັນ​ທີ
23 ມິ​ຖຸ​ນາ​ນີ້, ເຮືອ​ປະ​ຕິ​ບັດ​ກົດ​ໝາຍ 3 ລຳ​ຂອງ​ຝ່າຍ​ຈີນ ແລະ 1 ລຳ​ຂອງ​ຝ່າຍ​ລາວ​ຕ່າງ​​ກໍ​ໄດ້​ແລ່ນ​ອອກ​ຈາກ​ທ່າ​ເຮືອ​ຈິງ​ຮາ​ຈີນ

ແລະ ທ່າ​ເຮືອ​ບ້ານມອມ​​ຂອງລາວ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ, ລາວ, ມຽນ​ມາ
ແລະ ໄທ​ໄດ້​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​​ຄັ້ງ​ທີ 94 ​ຮ່ວມ​ກັນ​ຕາມ​ແມ່​ນ້ຳ​ຂອງ.

​ກ່ອນ​ອອກ​ເດີນ​ທາງເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ 4 ປະ​ເທດ​ດັ່ງ​ກ່າວ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວຽກ​ງານ​ຮ່ວມ​ລາດ​ຕະ​ເວນ,
ປະ​ຕິ​ບັດ​ກົດ​ໝາຍ ແລະ ປາບ​ປາມ​ຢາ​ເສບ​ຕິດ​ຕາມ​ແມ່​ນ້ຳ​ຂອງ​ໃນ​ຮູບ​ແບບ​ຜ່ານ​ວິ​ດີ​ໂອ

ໂດຍ​ໄດ້​ທົບ​ທວນຄືນ​ໝາກ​ຜົນ​ດ້ານ​ການ​ຮ່ວມ​ມື​​ປາບ​ປາມ​ຢາ​ເສບ​ຕິດ​ນັບ​ແຕ່​ປີ 2011ເປັນ​ຕົ້ນ​ມາ ແລະ ວິ​ເຄາະ​ສະ​ພາບ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຕິດ​ພັນ​ກັບຍ​ຢາ​ເສບ​ຕິດ​​ຕາມ​​ລ້ອງແມ່​ນ້ຳ​ຂອງ​ໃນ​ປັດ​ຈຸ​ບັນພ້ອມ​ທັງ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ການ​ຮ່ວມ​ກັນ​​ຕໍ່​ຕ້ານ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນແລະ ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ. ກອງ​ປະ​ຊຸມ​ໄດ້​ຜ່ານ​ການ​ຮັບ​ຮອງ “ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ໃນ​ການ​ຮ່ວມ​ລາດ​ຕະ​ເວນ

ປະ​ຕິ​ບັດ​ກົດ​ໝາຍ ແລະ ປາບ​ປາມ​ຢາ​ເສບ​ຕິດ​ຕາມ​​ແມ່​ນ້ຳ​ຂອງ” ແລະ​ໄດ້​ກ້າວ​ເຖິ​ງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງ​ພື້ນ​ຖານ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ໜັກ​ແໜ້ນກວ່າ​ເກົ່າ,
ປັບ​ປຸງ​ແລະ​ບູ​ລະ​ນະ​ການ​ສ້າງ​ກົນ​ໄກ, ເພີ່ມ​​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ປາບ​ປາມ​ຢາ​ເສບ​ຕິດ​ແລະຕໍ່​ຕ້ານການ​ຄ້າ​ຂາຍ​ຢາ​ເສບ​ຕິດ
ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ອື່ນໆ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້