ເຫດ ພໍ່ຍິງລູກເສຍຊີວິດ ຍ້ອນລັກງົວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເຫດ ພໍ່ຍິງລູກເສຍຊີວິດ ຍ້ອນລັກງົວ

Published

on

ໃນຕອນແລງຂອງວັນທີ 22 ມິຖຸນາ 2020 ຢູ່ຈຸດເກີດເຫດບ້ານຫ້ວຍຕອງ, ເມືອງໄຊ, ແຂວງອຸດົມໄຊເຈົ້າໜ້າທີວິຊາສະເພາະໄດ້ນຳຕົວຜູ້ຖືກຫາຊື່ທ້າວ ວືຊົງ, ອາຍຸ 55 ປີ, ອາຊີບເຮັດສວນ, ຢູ່ບ້ານຫ້ວຍຕອງ,ເມືອງໄຊ ແຂວງອຸດົມໄຊ ມາທົດສະກຳຄືນສາເຫດຍິງລູກຊາຍຕົນເອງ ຊື່ທ້າວ ນູຊົງ , ອາຍຸ 24 ປີ, ອາຊີວາງງານ,ຢູ່ບ້ານຫ້ວຍຕອງ ຈົນເສຍຊີວິດ.

ທ້າວວືຊົງ (ຜູ້ຖືກຫາ) ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີວ່າ: ກ່ອນເກີດເຫດໃນວັນທີ 18/6/2020 ເວລາ 09 ໂມງຜູ້ກ່ຽວໄດ້ຢ່າງໄປເບິ່ງງົວຢູ່ສະໜ່ຳແລ້ວບໍເຫັນງົວ ຈຳນວນ 01 ໂຕ, ເຊິ່ງເປັນງົວເທິກ, ສີເທົາ, ບໍ່ຮູ້ວ່າແມ່ນໃຜເປັນຄົນລັກເອົາໄປ ແຕ່ສົງໄສວ່າແມ່ນລູກຊາຍຂອງຕົນເອງຊື່ທ້າວນູຊົງ ເປັນຄົນລັກ

ຈາກນັ້ນ ຕົນໄດ້ສັ່ງຄວາມນຳທ້າວ ປໍຈົວ ຄົນບ້ານດຽວກັນທີ່ມາຕັດຝື່ນຢູ່ສະໜ່ຳໃຫ້ໄປບອກລູກຊາຍຂອງຕົນອີກຜູ້ໜຶ່ງຊື່ທ້າວບຸນມີວ່າ: ງົວເສຍແລ້ວ, ໃຫ້ມາຊອກຊ່ວຍກັນ, ແຕ່ລູກຊາຍກໍ່ປະຕິເສດ ບໍ່ໄດ້ມາຊ່ວຍພໍ່ມີແຕ່ຟາກຄວາມນຳເຂົາໃຫ້ທ້າວ ປໍຈົວມາຊອກງົວຊ່ວຍຕົນ, ແຕ່ຊອກບໍ່ເຫັນ, ມາຮອດວັນທີ 21 ເດືອນດຽວກັນ ຕົນໄດ້ຢ່າງໄປຊອກງົວຕາມແຄມທາງລົດ ຈົນຮອດເວລາ 15 ໂມງ

ຕົນຈຶ່ງໄດ້ໄປພົບເຫັນງົວຖືກມັດໄວ້ຢູ່ຕົ້ນໄມ້ແຄມທາງເບື້ອງລຸ່ມ, ກົງກັນຂ້າມກັບໂຮງງານຂອງຄົນຈີນ, ແລ້ວຕົນຄິດວ່າຕ້ອງມີຄົນມາຊື້ງົວໂຕດັ່ງກ່າວ, ແລ້ວຈຶ່ງຢ່າງໄປຢູ່ສະໜໍ່າລ້ຽງງົວ, ຮອດເວລາ 20 ໂມງຂອງວັນດຽວກັນຕົນກໍ່ໄດ້ເອົາປືນແກັບຍັດໃສ່ໝື້, ລູກໂດດ, ລູກຫວານ ແລະ ໝາກແກັບພ້ອມ,

ເຊິ່ງເປັນປືນແກັບຂອງລູກຊາຍຊື່ທ້າວ ນູຊົງ ( ຜູ້ເສຍຊີວິດ ) ທີ່ເອົາຊຸກເຊື່ອງໄວ້ຢູ່ຖຽງສະໜ່ຳພ້ອມກັບຖົງໝື້ຢ່າງລົງມາພົກຢູ່ຈຸດທີ່ຄົນເອົາງົວມາພົກໄວ້, ຮອດເວລາ 21 ໂມງ ຕົນໄດ້ເຫັນລົດຮຸນໄດ, ສີຂາວ ບໍ່ຈື່ໝາຍເລກທະບຽນ ຂັບຂີ່ຂຶ້ນມາຈອດຢູ່ແຄມທາງລົດ, ຕິດກັບຈຸດມັດງົວ ແລະ ໄດ້ເຫັນລູກຊາຍກັບໝູ່ອີກຄົນຊື່ທ້າວຕົວຊົງ ຫຼື ລີເຊັງຊົງ ຄົນບ້ານດຽວກັນ ຍ່າງໄປຈູງເອົາງົວທີ່ມັດໄວ້, ກຽມຈະຈູງງົວຂຶ້ນລົດ,

ເມື່ອຮູ້ດີວ່າລູກຊາຍລັກເອົາງົວມາຂາຍໃຫ້ຄົນອື່ນແທ້ ຈຶ່ງໄດ້ເອົາປືນແກັບຍິງໃສ່ດ້ານຫຼັງລູກຊາຍ ຈຳນວນ 01 ນັດ ແລ້ວໄດ້ຍິນສຽງລູກຊາຍຮ້ອງຂຶ້ນ 01 ບາດ, ສວນໝູ່ລູກຊາຍ ພ້ອມກັບຜູ້ຂັບລົດຮຸນໄດແມ່ນໄດ້ຂັບຂີ່ລົດໜີໄປທາງໂຮງງານຄົບຫີນ, ຫຼັງຈາກນັ້ນຕົນກໍ່ໄດ້ຍ່າງອອກໄປເບິ່ງລູກຊາຍ ເຫັນວ່າລູກຊາຍໄດ້ເສຍຊີວິດແລ້ວ

ຈຶ່ງຍ່າງກັບໄປນອນຢູ່ສະໜ່ຳ, ຮອດຕອນເຊົ້າຂອງວັນທີ 22 ເດືອນດຽວກັນ ລູກຊາຍຊື່ທ້າວບຸນມີ ໄດ້ໂທລະສັບມາບອກວ່າ: ມີຄົນຍິງທ້າວນູຊົງເສຍຊີວິດແລ້ວ, ຕົກມາຮອດເວລາ 09 ໂມງ ຈຶ່ງມີເຈົ້າໜ້າທີ່ມາກວດກາຊາກສົບຂອງລູກຊາຍ, ໃນເວລາຕໍ່ມາ ຕົນເອງກັບຍາດພີ່ນ້ອງກໍ່ໄດ້ນຳເອົາຊາກກສົບລູກໄປມ້ຽນຄາບສົ່ງສະການ ແລ້ວກໍ່ໄດ້ມາລາຍງານຕໍ່ອຳນາດການປົກຄອງບ້ານວ່າ: ຕົນເອງເປັນຄົນຍິງລູກຊາຍຈົນເສຍຊີວິດ%.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້