ຂ່າວພາຍໃນ
ລັດຖະມົນຕີ ຮສສ ຊີ້ແຈງການປະຕິບັດນະໂຍບາຍ ຊ່ວຍເຫລືອແຮງງານລາວໄລຍະ ໂຄວິດ-19…

ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຖາມເຈາະຈີ້ມກ່ຽວກັບນະໂຍບາຍ ແລະ ມາດຕະການຊ່ວຍເຫລືອແຮງງານລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ(ໂຄວິດ-19) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2020 ເປັນຕົ້ນ ແມ່ນການໄດ້ຕິດຕາມ ຄຸ້ມຄອງຜູ້ອອກແຮງງານລາວ ຢູ່ພາຍໃນ ແລະ ມາຈາກຕ່າງປະເທດ, ການສ້າງນະໂຍບາຍ ແລະ ນິຕິກຳ, ລວມທັງນະໂຍບາຍປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນໄລຍະການລະບາດ, ນະໂຍ ບາຍອຸດໜູນວ່າງງານສະເພາະ ໃຫ້ຜູ້ປະກັນຕົນ ໃນລະບົບປະກັນສັງຄົມພາກວິສາຫະກິດ ແລະ ອື່ນໆ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ຜ່ານການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ຢູ່ແຕ່ລະແຂວງ ໄດ້ມີພົນລະເມືອງລາວເດີນທາງກັບຄືນຈາກຕ່າງປະເທດ ໂດຍຜ່ານຊ່ອງທາງຕ່າງໆເຊັ່ນ: ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ອື່ນໆ ຊຶ່ງສາມາດເກັບກໍາຂໍ້ມູນຜູ້ທີ່ເຂົ້າມາຜ່ານດ່ານສາກົນໃນຂອບເຂດທົ່ວປະເທດ ແຕ່ວັນທີ 20 ມີນາ ຫາ ວັນທີ 15 ມິຖຸນາ 2020 ໄດ້ທັງໝົດ 117.843 ຄົນ; ສໍາລັບຜູ້ອອກແຮງງານລາວທີ່ກັບຈາກປະເທດໃກ້ຄຽງ (ໄທ) ມີທັງໝົດ 56.852 ຄົນ, ຍິງ 46.628 ຄົນ ແລະ ເດັກນ້ອຍ 1.229 ຄົນ. ກະຊວງ ຮສສ ກໍໄດ້ເອົາໃຈໃສ່ປະສານງານ ກັບກອງເລຂາຄະນະສະເພາະກິດ ຂອງກະຊວງການຕ່າງປະເທດ, ກະຊວງທີ່ກ່ຽວຂ້ອງ, ສູນບໍລິການຈັດຫາງານ ແລະ ບັນດາບໍລິສັດຈັດຫາງານ ໃນການຕິດຕາມ ຮັບຜູ້ອອກແຮງງານລາວ ພ້ອມເກັບກໍາຕົວເລກຂອງພົນລະເມືອງລາວ ທີ່ເດີນທາງມາຈາກປະເທດໄທ ຢູ່ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນ ເພື່ອນໍາເຂົ້າໄປສູ່ສູນກັກກັນ ແລະ ສົ່ງກັບຄືນທ້ອງຖິ່ນ. ນອກຈາກນີ້, ຍັງຕິດຕາມຊຸກຍູ້ ແລະ ໃຫ້ການຊ່ວຍ ເຫລືອຜູ້ອອກແຮງງານລາວ ຢູ່ບັນດາແຂວງທີ່ມີດ່ານຊາຍແດນຕິດກັບປະເທດໃກ້ຄຽງ ເຊັ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ. ພ້ອມກັນນັ້ນ, ກໍໄດ້ສະໜອງຂໍ້ມູນຂ່າວສານແກ່ຜູ້ອອກແຮງງານ ແລະ ໃຫ້ການຊ່ວຍເຫລືອ ໃນສິ່ງທີ່ຈໍາເປັນ ໂດຍສະເພາະແມ່ນ ອາຫານ, ນໍ້າດື່ມ, ຜ້າອັດປາກ ແລະ ນໍ້າຢາລ້າງມືຢູ່ບັນດາສູນກັກກັນ ແຫ່ງຕ່າງໆ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປຶກສາຫາລື ແລະ ປະສານສົມທົບກັບສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສູນຄົ້ນຄວ້ານະໂຍ ບາຍກະຊວງແຜນການ ແລະ ການລົງທຶນ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ສະມາຄົມອຸດສາຫະກໍາຕັດຫຍິບ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ຄົ້ນຄວ້າອອກນິຕິກໍາລຸ່ມກົດໝາຍ, ນະໂຍບາຍ ແລະ ມາດຕະການ ຊ່ວຍເຫລືອຕໍ່ຜູ້ປະກອບການ, ຜູ້ອອກແຮງງານລາວ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດພະຍາດໂຄວິດ-19.
ຢ່າງໃດກໍຕາມ, ບັນດາ ສສຊ ຍັງໄດ້ຢໍ້າຕື່ມກ່ຽວກັບການແກ້ໄຂບັນຫາກ່ຽວກັບກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບທີ່ຍັງບໍທັນຊັດເຈນ ແລະ ຈະແຈ້ງເທື່ອ. ພ້ອມນີ້ ຍັງມີບັນຫາກ່ຽວກັບການ ກຳນົດລະບຽບ ແລະ ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ.
ແຫຼ່ງທີ່ມາ: ຂປລ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ