ສຸດຍອດ ຄອບຄົວຕົວແບບລ້ຽງປາຂາຍ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖາ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວຍການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລານຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ.

ທ່ານ ວິລະຈິດ ບຸບຜາສາລີ ໄດ້ຕາງໜ້າຄອບຄົວຕົວແບບດີເດັ່ນ ໄດ້ລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ເມື່ອວັນທີ 27 ທັນວາ 2022 ນີ້ວ່າ: ພາຍໃນຄອບຄົວຂອງຕົນມີ 3 ຄົນ,ຍິງ 1 ຄົນ,ມີແຮງງານຕົ້ນຕໍ 3 ຄົນ,ຍິງ 1 ຄົນ,ມີເນື້ອທີ່ເຮັດການຜະລິດ 1 ເຮັກຕາເຄິ່ງ,ຜ່ານມາໄດ້ເຮັດທຸລະກິດຄ້າຂາຍ ແລະ ເຮັດບໍລິສັດກໍ່ສ້າງຂົວທາງ ແຕ່ທຸລະກິດດັ່ງກ່າວໄດ້ພົບບັນຫາທາງດ້ານການເງິນ,

ມາຮອດປີ 2012 ໂດຍອິງໃສ່ນະໂຍບາຍຂອງພັກ-ລັດຖະບານ,ໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດໃຫ້ມີຢູ່ມີກິນ,ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ພ້ອມທັງໄດ້ສຶກກ່ຽວກັບເຕັກນິກການລ້ຽງປາ ແລະໄດ້ຕັດສິນໃຈນໍາໃຊ້ທຶນຂອງຕົນເອງຈຳນວນໜຶ່ງ ຈົກໜອງປາ ຈຳນວນ 2 ໜອງ ໃນມູນຄ່າ 55 ລ້ານກີບ ເພື່ອທໍາການຜະລິດ ເຮັດໃຫ້ຜົນຜະລິດຈາກການລ້ຽງປາ ໄດ້ມີການຊື້ຂາຍເລັກນ້ອຍ ແຕ່ບໍ່ທັນເປັນສິນຄ້າຫຼາຍປານໃດ ເນື່ອງຈາກວ່າ ໜອງຍັງມີຈຳນວນໜ້ອຍ ຈຶ່ງເຮັດຜົນຜະລິດບໍ່ຫຼາຍ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມ,

ປັດຈຸບັນທາງຄອບຄົວໄດ້ຂະຫຍາຍໜອງເພີ່ມຕື່ມອີກ 2 ໜອງ ແລະ ໄດ້ສຶກສາການລ້ຽງປາແບບໃຊ້ເຕັກນິກ ດ້ວຍການຫຼຸດຕົ້ນທຶນ ໂດຍການນໍາໃຊ້ແໜແດງ ແລະຜັກຕົບເກືອປາ ເພື່ອຫຼຸດຜ່ອນລາຍຈ່າຍ ຈາກການຊື້ຫົວອາຫານ ສຳເລັດຮູບລົງໄດ້ຈຳນວນໜຶ່ງ,ເຮັດໃຫ້ຜົນໄດ້ຮັບຈາກການຂາຍປາ ສະເລ່ຍ 140 ລ້ານກີບຕໍ່ປີ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ນອກຈາກການລ້ຽງປາແລ້ວ ທາງຄອບຄົວຍັງໄດ້ລ້ຽງ ງົວ 20ໂຕ ແລະ ລ້ຽງແບ້ 14ໂຕ,ເຊິ່ງຜົນສໍາເລັດທັງໝົດນັ້ນແມ່ນຍ້ອນການຕັດສີນໃຈຂອງຄອບຄົວ,ໂດຍການສະໜັບສະໜູນດ້ານວິຊາການ ລ້ຽງສັດ ແລະ ການປະມົງ ຂອງເມືອງ ແລະ ແຂວງ ບວກກັບການຊອກຮູ້ຮໍ່າຮຽນຈາກສື່ໂຄສະນາຕ່າງໆ .

ທ່ານ ວິລະຈິດ ບຸບຜາສາລີ ໄດ້ໃຫ້ຮູ້ຕື່ມວ່າ: ເພື່ອເປັນການສູ້ຊົນຂະຫຍາຍກິດຈະການ ແລະ ເພີ່ມລາຍຮັບໃຫ້ສູງຂື້ນເລື້ອຍໆ ທາງຄອບຄົວຈະສຶບຕໍ່ປັບປຸງຂະຫຍາຍກິດຈະການດັ່ງກ່າວເພື່ອໃຫ້ເປັນສິນຄ້າ ຫຼາຍຂຶ້ນ ແລະ ຕອບລະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ທົ່ວແຂວງ.

ທີ່ມາ: ຂ່າວສານອັດຕະປື (ສິດຕິພອນ)