ຂ່າວພາຍໃນ
ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020.

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ. ໃນນີ້, ຈະສຸມໃສ່ຊຸກຍູ້ການຜະລິດກະສິກໍາ, ການປູກຝັງ, ການລ້ຽງສັດ ເພື່ອທົດແທນການນໍາເຂົ້າ ໂດຍສະເພາະການຜະລິດເຂົ້ານາປີ ແລະ ພືດຜັກຕ່າງໆ ເພື່ອຮັບປະກັນດ້ານສະບຽງອາຫານ ໃຫ້ພຽງພໍກັບ ຄວາມຕ້ອງການພາຍໃນ, ມີສ່ວນແຮໄວ້ ແລະ ໃຫ້ມີການສົ່ງອອກເພີ່ມຂຶ້ນ ພ້ອມທັງສືບຕໍ່ຈັດສັນທີ່ດິນສໍາລັບການຜະລິດກະສິກໍາ ໃຫ້ລະອຽດ ແລະ ເປັນລະບົບຕິດພັນກັບ ທ່າແຮງ ການຜະລິດ, ສ້າງໂຄງການ ເພື່ອຊຸກຍູ້ການຜະລິດ ເປັນກຸ່ມ ແລະ ສະຫະກອນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 24 ມິຖຸນາ 2020, ພ້ອມທັງຊີ້ໃຫ້ເຫັນມາດຕະການຊຸກຍູ້ການຜະລິດສິນຄ້າອຸປະໂພກ-ບໍລິໂພກ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ມີມາດຕະການຫລຸດຜ່ອນການນໍາເຂົ້າ, ຄຸ້ມຄອງ ແລະ ດັດສົມລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ໃຫ້ສົມເຫດສົມຜົນ. ພ້ອມກັນນີ້, ຈະຊຸກຍູ້ສົ່ງເສີມ ແລະ ໃຫ້ຄໍາແນະນໍາ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງ ແລະ ສ້າງເງື່ອນໄຂຄົບຖ້ວນ ໃຫ້ສາມາດເຂົ້າເຖິງແຫລ່ງທຶນ ໄດ້ສະດວກ ແລະ ວ່ອງໄວກວ່າເກົ່າ. ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ແລະ ມີຕະຫລາດຈໍາໜ່າຍ.
ສຳລັບມາດຕະການ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ຈະສືບຕໍ່ປະຕິບັດບັນດານະໂຍບາຍ, ມາດຕະການທີ່ໄດ້ກຳນົດ ແລະ ຮີບຮ້ອນ ຄົົ້ນຄວ້າພິຈາລະນາເພີ່ມເຕີມບາງມາດຕະການ ເພື່ອກະຕຸ້ນການທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ໃຫ້ຫລາຍຂຶ້ນ ແລະ ກຽມຄວາມພ້ອມ ເພືີ່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ພາຍຫລັງການລະບາດຂອງພະຍາດ ໂຄວິດ-19 ຖືກຄວບຄຸມໄດ້, ສຸມໃສ່ປັບປຸງການບໍລິການຂົນສົ່ງສິນຄ້າຜ່ານແດນໃຫ້ສະດວກ ແລະ ວ່ອງໄວ ໄປຕາມຫລັກການຂອງສາກົນ, ມີການຕິດຕາມກວດກາ ແລະ ແກ້ໄຂສິ່ງອຸດຕັນຢ່າງເປັນປະຈໍາ, ປັບປຸງຂັ້ນຂອດການບໍລິການ ແລະ ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃຫ້ກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ. ພ້ອມກັນນີ້, ຍັງເລັ່ງຊຸກຍູູ້ບັນດາໂຄງການລົງທຶນພັດທະນາທ່າບົກ (Dry Port) ທີ່ໄດ້ອະນຸຍາດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ສໍາເລັດຕາມແຜນທີ່ວາງໄວ້.
ນອກຈາກນີ້, ລັດຖະບານ ຈະຕ້ອງສຸມໃສ່ສືບຕໍ່ຈັດຕັັ້ງປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂ ແລະ ຫລຸດຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດ ໂຄວິດ-19 ທີ່ໄດ້ປະກາດໄປແລ້ວ ໃຫ້ເປັນຮູບປະທຳ; ມາດຕະການດ້ານການເງິນ-ເງິນຕາ ໂດຍການຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20% ທຽບໃສ່ປີຜ່ານມາ, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ ເໜັງຕີງໃນຂອບອ່ອນຄ່າ ຫລື ແຂງຄ່າ ບໍ່ເກີນ 5% ທຽບໃສ່ປີຜ່ານມາ, ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 3 ເດືອນ, ຊຸກຍູ້ໃຫ້ຍອດເຫລືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫລືອສິນເຊື່ອຂອງຂະແໜງທະນາຄານ ຢູ່ໃນລະດັບ 49,56% ຂອງ GDP ພ້ອມທັງຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3%, ສືບຕໍ່ຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນສະຖຽນລະພາບຂອງຄ່າເງິນກີບຢ່າງເຂັ້ມງວດ.
ຂ່າວ: ມະນີທອນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ