ມື້ພັກປະຈຳປີ! ອາດປ່ຽນເປັນເງິນໄດ້ ອີງຕາມກົດໝາຍແຮງງານ ມາດຕາ 58

ໃກ້ຈະໝົດປີແລ້ວ ! ທ່ານໃຊ້ມື້ພັກປະຈໍາປີ ຂອງທ່ານ ໝົດແລ້ວ ຫຼືຍັງ ? ທ່ານເຄີຍບໍ່! ເຮັດວຽກມາໃກ້ຈະໝົດປີ ມີມື້ພັກປະຈໍາປີຈໍານວນໜື່ງທີ່ຈະມາພັກ ໃນທ້າຍປີ ເພື່ອໄປທ່ອງທ່ຽວພັກຜ່ອນ ກັບຄອຍຄົວ,ຄົນຮັກ, ໝູ່ເພື່ອນ ແຕ່… ບໍ່ໄດ້ພັກ ຍ້ອນເຫດຜົນ ຂອງນາຍຈ້າງເອງ ທ່ານຄວນໄດ້ຮັບສິດຍັງແນ່ເພື່ອຊົດເຊີຍມື້ພັກດັ່ງກ່າວ?

ອີງຕາມກົດໝາຍ ວ່າດ້ວຍ ແຮງງານ(ສະບັບປັບປຸງ) ໄດ້ລະບຸເຖີງ ການນໍາໃຊ້ມື້ພັກວຽກປະຈຳປີຂອງຜູ້ອອກແຮງງານໃນ ມາດຕາ 57(ປັບປຸງ) ວ່າດ້ວຍການພັກວຽກປະຈຳປີດັ່ງນີ້:

1) ຜູ່ອອກແຮງງານ(ລູກຈ້າງ) ທີ່ໄດ້ເຮັດວຽກຕິດຕໍ່ກັນຄົບ ຫນຶ່ງປີ ມີສິດໄດ້ພັກປະຈໍາປີ 15 ວັນ. ສາລັບຜູ່ອອກແຮງງານທີ່ເຮັດວຽກໃນຂະແຫນງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 51 ຂອງກົດຫມາຍສະບັບນີ້ ມີສິດພັກວຽກປະຈໍາປີ 18 ວັນ ໂດຍແມ່ນຜູ່ໃຊ້ແຮງງານ(ນາຍຈ້າງ) ເປັນຜູ່ກຳນົດວັນພັກດັ່ງກ່າວລ່ວງຫນ້າ ໃຫ້ຜູ່ອອກແຮງງານ ຫຼື ຕາມການຕົກລົງເຫັນດີ ລະຫວ່າງ ຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ.

2) ການພັກປະຈຳປີ ທັງສອງກໍລະນີຂ້າງເທິງນີ້ ຜູ່ອອກແຮງງານ(ລູກຈ້າງ) ມີສິດໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເຕັມຕາມປົກກະຕິ.

3) ວັນພັກປະຈໍາອາທິດ, ວັນພັກທາງລັດຖະການ, ວັນພັກບຸນປະເພນີ ແລະ ວັນພັກກິດທຸລະ ສ່ວນຕົວ ບໍ່ໃຫ້ນັບເຂົ້າໃນວັນພັກວຽກປະຈຳປີ.

4) ຖ້າຜູ່ອອກແຮງງານ(ລູກຈ້າງ) ຫາກບໍ່ໄດ້ພັກວຽກປະຈໍາປີ ອັນເນື່ອງມາຈາກເຫດຜົນຂອງຜູ່ໃຊ້ແຮງງານ(ນາຍຈ້າງ)ນັ້ນ ຜູ້ໃຊ້ແຮງງານ(ນາຍຈ້າງ)ຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມໃຫ້ຜູ່ອອກແຮງງານເທົ່າກັບ ຮ້ອຍສ່ວນຮ້ອຍ ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ.(ໝາຍຄວາມວ່າທ່ານຄວນຈະໄດ້ຮັບເງິນເທົ່າກັບເງິນສະເລຍຄ່າແຮງງານຕໍ່ມື້ຂອງທ່ານ.)

ເຖີ່ງຢ່າງໃດກໍ່ຕາມ ໃນການຈັດຕັ້ງປະຕິບັດໂຕຈິງ ຫົວໜ່ວຍທີ່ນຳໃຊ້ແຮງງານ ຈະມີນະໂຍບາຍສະເພາະກໍ່ຕາມ ແຕ່ຕ້ອງບໍ່ຂັດຕໍ່ສິດຜົນປະໂຫຍດຂອງຜູ່ອອກແຮງງານ ເຊັ່ນກໍ່ລະນີດັ່ງຕໍ່ໄປນີ້:

ກໍລະນີ 1. ໃນບາງບໍລິສັດ ຫຼື ອົງກອນ ແມ່ນກໍານົດໃຫ້ພະນັກງານຕ້ອງໃຊ້ມືພັກປະຈໍາປີຂອງຕົນໃຫ້ຫມົດພາຍໃນປີນັ້ນໆ ແລະ ບໍ່ສາມາດສະສົມ ຫຼື ແລກປ່ຽນເປັນເງິນໄດ້.

ກໍລະນີ 2. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈໍາປີ ຫມົດໃນປີນັ້ນໆ ຍ້ອນເຫດຜົນຂອງບໍລິສັດ ຫຼື ອົງກອນ ແມ່ນສາມາດຍົກໄປສະສົມເປັນມື້ພັກປະຈຳປີໃນປີຕໍ່ໄປໄດ້ ການສະສົມມື້ພັກປະຈໍາປີຕ້ອງບໍ່ກ່າຍ 30 ມື້ ເປັນຕົ້ນ.

ກໍລະນີ 3. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈຳປີ ຫມົດໃນປີນັ້ນໆ ແມ່ນສາມາດຂາຍມື້ພັກປະຈຳປີໃຫ້ເພື່ອນຮ່ວມງານໄດ້ ຫຼື ແລກປ່ຽນເປັນເງິນກັບຜູ່ໃຊ້ແຮງງານໄດ້ ອີງຕາມຄ່າສະເລ່ຍຄ່າແຮງງານຕໍ່ມື້ຂອງຜູ່ອອກແຮງງານ.

ບົດຂ່າວ: ອິນທະສອນ