ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6% – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%

Published

on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດວ່າ:

ຍ້ອນມີຜົນກະທົບຈາກຫລາຍປັດໄຈ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນຳໃຊ້ຂໍ້ມູນ 3 ເດືອນຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີປະມານ 175.720 ຕື້ກີບ.

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.

ທ່ານນາຍົກ ທອງລຸນ ບອກ ...

ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາມາດປະຕິບັດໄດ້ປະມານ 85.477 ເຮັກຕາ, ຄາດຄະເນຜົນຜະລິດ ຈະໄດ້ຮັບປະມານ 813.970 ກວ່າໂຕນ ເທົ່າກັບ 68% ຂອງແຜນການ; ການຜະລິດພືດລະດູແລ້ງ ປະຕິບັດໄດ້ໃນເນື້ອທີ່ 24.578 ກວ່າເຮັກຕາ; ສະເພາະການຜະລິດເຂົ້າສົ່ງອອກໄປ ສປ ຈີນ ບັນລຸໄດ້ 15.000 ໂຕນ.

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 6,8% ຫລຸດແຜນການ 1,5%; ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າກັບ 24,44% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ.

ສ່ວນຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ ຊຶ່ງເຫັນວ່າຈະສາມາດປະຕິບັດໄດ້ພຽງ 1,7% ຫລຸດແຜນການ 5,2% ແລະ ອາດຈະຫລຸດລົງເຖິງ -4,5%.

ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງເຮົາ ໃນ 5 ເດືອນ ຕົົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫລຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຂະນະທີ່ ການຂົນສົ່ງທາງອາກາດ ແລະ ທາງບົກຜູ້ໂດຍ ສານຫລຸດລົງກວ່າ 90%.

ນອກຈາກນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ: ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫລຸດລົງ 6,1%, ການນໍາເຂົ້າຫລຸດລົງ 8,1%.

ຄາດວ່າໝົດປີຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫລື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ.

ລັດຖະບານ ໄດ້ຕິດຕາມ ແລະ ແກ້ໄຂຫລາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ.

ສ່ວນຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້ 18.808 ລ້ານ ກິໂລວັດໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ, ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ ກິໂລວັດໂມງ ມີມູນຄ່າປະມານ 21.286 ຕື້ກີບ ຊຶ່ງເຫັນວ່າລື່ນແຜນເລັກຫນ້ອຍ.

ຢ່າງໃດກໍຕາມ ພາຍຫລັງທີ່ໄດ້ປະກາດນໍາໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ເຫັນວ່າມີຫາງສຽງສັງຄົມທີ່ຂັດຂ້ອງຈົ່ມວ່າຫລາຍສົມຄວນ.

ດັ່ງນັ້ນ, ລັດຖະບານ ຈິ່ງໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົົ້ນຄວ້າປັບລາຄາກະແສໄຟຟ້າຄືນ ໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຊຶ່ງລາຍລະອຽດຂະແໜງການກ່ຽວຂ້ອງຈະຊີ້ແຈງຕໍ່ກອງປະຊຸມຕື່ມ.

ສໍາລັບດ້ານແຮ່ທາດ: ຜະລິດໄດ້5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ, ທຽບກັບໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 8% ຍ້ອນບາງໂຄງການໄດ້ຢຸດການຜະລິດ, ຄາດຄະເນໝົດປີການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການປະມານ 13%.

ໃນຂະນະທີ່ ທະນາຄານພັດທະນາອາຊີ (ເອດີບີ) ຄາດຄະເນວ່າເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວຢູ່ໃນລະດັບ 3,5% ໃນປີ 2020, ແຕ່ຜົນການຄົ້ນຄວ້າຫລ້າສຸດເຫັນວ່າອາດຈະຕິດລົບເຖິງ -0,5% ຍ້ອນຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ທີ່ແກ່ຍາວ;

ໃນນີ້ ອາດເຮັດໃຫ້ການບໍລິການຕິດລົບ -3,2% ແລະ ຜົນຜະລິດກະສິກຳ ຈະໄດ້ຮັບຜົນກະທົບຍ້ອນໄພທຳມະຊາດ (ໄພແລ້ງ ແລະ ຝົນຕົກໜັກ).

ເຊັ່ນດຽວກັບ ທະນາຄານໂລກ ກໍໄດ້ຄາດຄະເນເສດຖະກິດລາວ ຈະເຕີບໂຕພຽງ 1% ແຕ່ຖ້າຜົນກະທົບຈາກໂຄວິດ-19 ແກ່ຍາວ ຫລື ອາດຈະເຮັດໃຫ້ຕິດລົບ -1,8%; ສ່ວນອົງການກອງທຶນການເງິນສາກົນ(IMF) ໄດ້ຄາດຄະເນໃຫ້ພຽງ 0,7% ເທົ່ານັ້ນ.

ຂ່າວ: ມະນີທອນ, ພາບ: ອ່າຍຄຳ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້