ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ – ສື່ລາວ.ຄອມ
Connect with us

ทั่วไป

ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

Published

on

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ

ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ

Continue Reading

ทั่วไป

ຮູ້ແລ້ວ!ສາເຫດທີ່ຫົວພັນ ປ່ອຍຕົວນັກໂທດ ກ່ອນກຳນົດການ

Published

on

By

ວັນທີ 26 ພຶດສະພາ 2023 ຜ່ານມາ, ສານປະຊາຊົນ ແຂວງຫົວພັນ ໄດ້ປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈໍານວນ 7 ຄົນ; ໃນນີ້ ມີ…

Continue Reading

ทั่วไป

ປະໂທ້!ລາຄານ້ຳມັນ ລົງອີກແລ້ວ ແອັດຊັງ-50ກີບ

Published

on

By

ປັບລາຄານໍ້າມັນເຊື້ອໄຟ ເລີ່ມ ປະຕິບັດ​ 6​ ໂມງເຊົ້າ​ຂອງວັນທີ​ 1 ມິຖຸນາ​ 2023

Continue Reading

ทั่วไป

ດີບໍ່!ກົມສ້າງຄູຫາລື ລະດັບຊາດ ກັບນະໂຍບາຍຄູ

Published

on

By

ການພັດທະນາ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບນະໂຍບາຍຄູ ໃນ ສປປ ລາວ ແມ່ນວຽກງານບູລິມະສິດໜຶ່ງຂອງແຜນພັດທະນາ

5 ປີ (2021-2025) ຂອງຂະແໜງການສຶກສາທິການ ແລະ ກິລາ ເພື່ອຕອບສະໜອງກັບຄວາມມຸ່ງໝັ້ນຂອງ ລັດຖະບານ ໃນການ

ຮັບປະກັນໃຫ້ຄູອາຈານ ແລະ ນັກການສຶກສາ ໄດ້ຮັບການສົ່ງເສີມດ້ານວິຊາຊີບ, ໄດ້ຮັບການບັນຈຸເຂົ້າເຮັດວຽກ,………..

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້