ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ – ສື່ລາວ.ຄອມ
Connect with us

ข่าวไทย

ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ

Published

on

ສາມາດເວົ້າໄດ້ວ່ານາງເປັນນັກສະແດງ ແລະ ນາງແບບທີ່ມີພອນສະຫວັນ

ທີ່ຫຼາຍຄົນຄວນຮູ້ຈັກເປັນຢ່າງດີ. ທີ່ໄດ້ແລ່ນຢູ່ໃນສາຍບັນເທີງສໍາລັບເວລາດົນນານ

ແລະຍັງມີຜົນງານທີ່ໂດ່ງດັງຫຼາຍເລື່ອງ ອາດຈະເວົ້າໄດ້ວ່າຫຼາຍຄົນຄົງຈະຮູ້ຈັກກັນດີກັບ

“ແພນເຄັກ ເຄັມມະນິດ” ເຊິ່ງເປັນດາລາສາວຄົນດັງມາແຕ່ດົນນານແລ້ວຕ້ອງບອກວ່າ.

ຕັ້ງແຕ່ແຕ່ງດອງມາເບິ່ງໜ້າຕາງາມຂຶ້ນກວ່າເກົ່າ ທຸກຢ່າງເບິ່ງດີ ສົງໃສວ່າ

ຜົວຕ້ອງຫມັ່ນເບີ່ງແຍງໃຫ້ດີທີ່ສຸດ ຫຼ້າສຸດ “ແພນເຄັກ ເຄັມມະນິດ”

ຕັດສິນໃຈສັນຍະກຳຫນ້າໃຫ້ງາມເປັນຄັ້ງທຳອິດໃນຊີວິດເລີຍວ່າຊັ້ນ.

ເຮັດ ເພາະກ່ອນໜ້ານີ້ ແພນເຄັກ ມີບັນຫາເລື່ອງຕາຕົກ

ແລະ ມີຫຼາຍຊັ້ນ ເຊິ່ງເມື່ອເຮັດສຳເລັດແລ້ວບອກໄດ້ວ່າງາມ ແລະ ຫວານກວ່າຫຼາຍ.

Continue Reading

ข่าวไทย

ຄລິບເຕັມ! ຮູ້ໜ້າບໍ່ຮູ້ໃຈ ຈັບໄດ້ ສາວງາມລັກເງີນ70ລ້ານກີບ

Published

on

By

ຄລິບເຕັມ! ເຫດຈັບໂຈນລັກເງິນ 70 ລ້ານກວ່າກີບ!!

ເວລາ 8:30 ນາທີຂອງວັນທີ 8 ພຶດສະພາ 2023 , ເກີດເຫດມີຄົນຂີ້ລັກເພດຍິງມາລັກກະເປົາ

ເງິນຂອງແມ່ຄ້າຢູ່ຕະຫລາດສະຫວັນໄຊ ຢູ່ແຂວງສະຫວັນນະເຂດ. ເງິນໃນກະເປົາມີຈໍານວນ 70 ລ້ານກວ່າກີບ,

ສຸດທ້າຍພົນລະເມືອງດີສາມາດຂັບລົດຈັບໄດ້ທັນຢູ່ເຂດເມືອງອຸທຸມພອນ

ຂໍໃຫ້ທຸກທ່ານມີສະຕິລະມັດລະວັງຕົວ

Continue Reading

ข่าวไทย

ເວນກຳ!ຂົນຍາບ່າ7ລ້ານ ເມັດສຸດທ້າຍ ຂັບຕຳກຳແພງ

Published

on

By

ສວມປ້າຍຟ້າ ຄ້າຢາບ້າ 7 ລ້ານເມັດ!!

ໃນຄັ້ງວັນທີ 29 ເມສາ 2023 ເວລາປະມານ 13 ຫາ 14 ໂມງ ລົດກະບະວີໂກ້ ສີປອນທອງ ປ້າຍທະບຽນ ອອ 5659 ກຳແພງນະຄອນ ຕໍາກໍາແພງຮົ້ວຂອງປະຊາຊົນ ຢູ່ບ້ານ ປ່າອ້ອຍ ເມືອງຫ້ວຍຊາຍ

ແຂວງບໍ່ແກ້ວ ແລະ ເຈົ້າມີທະຫານທີ່ປະຈຳຢູ່ຄ້າຍ ປ່າໄລ່ ໄດ້ໄປກວດກາລົດຄັນດັ່ງກ່າວພົບເຫັນຢາເສບຕິດຢາບ້າຈຳນວນຫລາຍ.

ຈາກນັ້ນຈຶ່ງໄດ້ແຈ້ງໃຫ້ກອງບັນຊາການ ປກສ ແຂວງ ບໍ່ແກ້ວ, ທາງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຈຶ່ງໄດ້ຊີ້ນຳໃຫ້ທາງຫ້ອງວິຊາສະເພາະ ກໍຄືເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ

ແລະ ຕ້ານຢາເສບຕິດ ລົງໄປສົມທົບກວດກາກັບເຈົ້າຫນ້າທີ່ທະຫານ ຜ່ານການກວດກາລົດຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 3.553 ມັດ,

ເທົ່າກັບ 7.106.000 ເມັດ, ນ້ຳໜັກ 710,6 ກິໂລກຼາມ ແລະ ຢາໄອສ໌ ຈຳນວນ 1 ຫໍ່, ນ້ຳໜັກ 01 ກິໂລກຼາມ, ປຶ້ມຕຶດຕາມການຂຶ້ນທະບຽນລົດ 1 ຫົວ, ປ້າຍລົດຈຳນວນ 3 ຄູ່ຄື: ກກ 1528 ບໍ່ແກ້ວ ( ປ້າຍສີຟ້າ ), ຮຮ 1889 ກໍາແພງນະຄອນ ( ເອກະຊົນ ) ແລະ ອອ 5659 ກຳແພງນະຄອນ ( ເອກະຊົນ ).

ເຊິ່ງລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ລາວນາ ວ່າງ, ຢູ່ບ້ານ ດົງນາໂຊກ, ເມືອງ ສີໂຄດຕະບອງ, ກຳແພງນະຄອນ, ເຊິ່ງເວລາເກີດເຫດລົດຄັນດັ່ງກ່າວແມ່ນໄດ້ໃສ່ປ້າຍສີຟ້າ ກກ 1528 ບໍ່ແກ້ວ,ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວລົບຫນີ.

Continue Reading

ข่าวไทย

ຂອບໃຈ!ລັດຖະບານເພີ່ມ ຄ່າແຮງຂັ້ນຕ່ຳ ເປັນລ້ານ3ແສນກີບ

Published

on

By

ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ. ສຳລັບການສະເໜີເພີ່ມເປັນອັດຕາໃໝ່ ທີ່ສູງກ່ວາອັດຕາທີ່ໄດ້ກ່າວມານັ້ນ, ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເປັນໃຈກາງສົມທົບກັບກະຊວງການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າຢ່າງຮອບດ້ານຕື່ມ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າຕາມທິດກໍານົດອັດຕາຄ່າແຮງງານຂັ້ນຕໍ່າ ໂດຍແບ່ງເປັນເຂດຕື່ມ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບຕົວຈິງຢູ່ແຕ່ລະບ່ອນ, ພາຍຫຼັງຄົ້ນຄວ້າສໍາເລັດແລ້ວ ໃຫ້ລາຍງານລັດຖະບານ ພິຈາລະນາ ໃນໄຕມາດ 3 ຂອງປີນີ້………..

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້