ຊົມເຊີຍ! ຕຳຫຼວດລາວ ນຳຈັບຜູ້ຖືກຫາທີ່ທາງການໄທຕ້ອງການ ແລະ ມອບໃຫ້ຕຳຫຼວດໄທດຳເນີນຄະດີ

ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ສົ່ງຕົວຜູ້ຖືກຫາ ໃຫ້ກອງບັນຊາການຕຳຫຼວດແຫ່ງຊາດ ຊະອານາຈັກໄທ ຈຳນວນ 3 ຄົນ.

ໃນນີ້ 2 ຄົນ ເປັນຜູ້ຖືກຫາກໍ່ເຫດປຸ້ນຊັບແລ້ວເອົາຕົວມາລີ້ຊ້ອນຢູ່ ສປປ ລາວ ແລະ ເຂົ້າເມືອງບໍ່ຖືກຕ້ອງຕາມລະບຽບກົດໝາຍ 1 ຄົນ.

ການມອບຕົວຜູ້ຖືກຫາຄັ້ງນີ້ຈັດຂຶ້ນທີ່ດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ຈັງຫວັດໜອງຄາຍ ຣາຊະອານາຈັກໄທ ໃນວັນທີ 30 ພະຈິກ 2022; ໂດຍການເຂົ້າຮ່ວມຂອງ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ພົນເອກ ສຸລະເຊດ ຫັກພານ ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ ຣາຊະອາອາຈັກໄທ ພ້ອມເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຈົ້າໜ້າທີ່ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 3 ພະຈິກ 2022 ກົມໃຫຍ່ຕໍາຫຼວດ ໄດ້ຮັບເອກະສານຂໍຄວາມຮ່ວມມື ຈາກຕໍາຫຼວດພູທອນ ພາກ 4 ປະເທດໄທ ກ່ຽວກັບ ການຂໍຄວາມຮ່ວມມືກວດສອບ, ຕິດຕາມ, ຈັບຕົວຜູ້ຖືກຫາຊື່ ທ້າວ ພັນທະຣັດ ຫານສຸຣີ ຫຼື ໂກ້ ເຊື້ອຊາດ-ສັນຊາດ ໄທ ຕຳບົນບ້ານເປັດ, ອຳເພີເມືອງ ຂອນແກ່ນ ແລະ ທ້າວ ຈີຣາວຸດ ທອງສືບສາຍ ເຊື້ອຊາດ-ສັນຊາດໄທ ຕຳບົນທ່ານະ ອຳເພີເມືອງຂອນແກ່ນ ຈັງຫວັດຂອນແກ່ນ ທີ່ຮ່ວມກັນປຸ້ນຊັບ ໂດຍຄົນໃດຄົນໜຶ່ງມີອາວຸດປືນ ໃຊ້ຍິງໃນຂະນະທີ່ກໍ່ເຫດເຮັດໃຫ້ຄົນອື່ນເສຍຊີວິດ.

ຈາກນັ້ນ, ກໍໄດ້ເອົາຕົວມາລີ້ຊ້ອນຢູ່ ສປປ ລາວ.
ຜ່ານການສືບສວນ-ສອບສວນ ຂອງເຈົາຫນ້າທີ່ຕຳຫຼວດ ສປປ ລາວ ສືບຮູ້ວ່າ:

ພວກກ່ຽວທັງສອງໄດ້ເອົາຕົວມາລີ້ຊ້ອນຢູ່ເມືອງໄຊເສດຖາ ແລະ ໃນເວລາ 11:00 ໂມງ ຂອງວັນທີ 3 ພະຈິກ 2022 ຈຶ່ງຈັບຕົວທ້າວ ພັນທະຣັດ ແລະ ທ້າວ ຈິຣະວຸດ ຢູ່ຈອມມະນີ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສຳເລັດ.

ພາບ-ຂ່າວ: ບຸນຖິນ