ເອົາລົດຈົກມາຕັນທາງ ໃຜຜ່ານເກັບເງິນ 10 ລ້ານກີບ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເອົາລົດຈົກມາຕັນທາງ ໃຜຜ່ານເກັບເງິນ 10 ລ້ານກີບ

Published

on

ຕາມຂ່າວສານ ຂປລ ໃຫ້ຮູ້ວ່າ ມື້ນີ້ກ້າວສູ່ມື້ທີ 3 ທີ່ບໍລິສັດຈັກກະວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດ ໄດ້ຍື່ນໃບສະເໜີຫາພາກສ່ວນກ່ຽວຂ້ອງຂອງແຂວງຄຳມ່ວນ ພາຍຫລັງປະສົບຄວາມເດືອດຮ້ອນໃນການຂົນສົ່ງ ແລະ ສັນຈອນໄປມາຕາມເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ ໂດຍສະບັບທຳອິດຍື່ນຫາຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນໃນວັນທີ 22 ມິຖຸນາ, ສະ ບັບທີສອງ ໄດ້ຍື່ນຫາຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນໃນມື້ດຽວກັນ ແລະ ຫລ້າສຸດ ຍື່ນຫາປະທານກວດກວດພັກ-ລັດແຂວງຄຳມ່ວນໃນວັນທີ 23 ມິຖຸນາ 2020.


ໃບສະເໜີທັງ 3 ສະບັບທີ່ຍື່ນໃຫ້ 3 ພາກສ່ວນສຳຄັນຂອງແຂວງຄຳມ່ວນນັ້ນ, ບໍລິສັດຈັກກະ ວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດ ໄດ້ຍົກບັນຫາຄວາມເດືອດຮ້ອນ ຄວາມຫຍຸ້ງຍາກໃນການຂົນສົ່ງ ສິນຄ້າເຂົ້າອອກຂອງບໍລິສັດ ເພາະຈຳເປັນຕ້ອງໄດ້ທຽວທາງເສັ້ນບັນຫານີ້ມາຕະຫລອດ, ແຕ່ບັນຫາກໍ່ເກີດຂຶ້ນເມື່ອບໍລິສັດນະຄອນຫລວງສີຫາລາດກໍ່ສ້າງ ແລະ ຂົວທາງ ທີ່ກໍ່ສ້າງເສັ້ນທາງນີ້ໄປອອກມາຫ້າມບໍ່ໃຫ້ທຽວເສັ້ນທາງນີ້ ແຕ່ຖ້າທຽວຕ້ອງໄດ້ເສຍເງິນຄັນລະ 10 ລ້ນກີບ.ໃນເນື້ອໃນໃບສະເໜີ ໄດ້ຕັ້ງຂໍ້ສັງເກດວ່າ: ບໍລິສັດນະຄອນຫລວງສີຫາລາດ ກໍ່ສ້າງ ແລະ ຂົວທາງ ໄດ້ສິດພິເສດມາຈາກໃສ ອົງການໃດມອບສິດໃຫ້ ຈຶ່ງມີສິດມາລັດ ມາຮຽກຮ້ອງເອົາເງິນຄ່າທຽວທາງເສັ້ນນີ້.

ຈາກເຫດການດັ່ງກ່າວ ພວກເຮົາໄດ້ຕິດຕໍ່ຫານັກຂ່າວແຂວງຄໍາມ່ວນ ເພື່ອປະສານງານສອບຖາມໃຫ້ ແລະ ນັກຂ່າວແຂວງດັ່ງກ່າວລາຍງານພາຍຫລັງໄປສອບຖາມໂດຍພະແນກແຜນການ ແລະການ ລົງທຶນແຂວງ ບອກໃຫ້ນັກຂ່າວໄປປະສານງານກັບພະແນກ ຍທຂແຂວງ ແລະ ເມື່ອໄປຫາພະແນກ ຍທຂ , ແຕ່ກໍບໍໄດ້ຮັບຄຳຕອບທີ່ກະຈ່າງແຈ້ງ, ບອກວ່າຍັງຈະຈັດກອງປະຊຸມຫາລືກັບຂະແໜງການກ່ຽວຂ້ອງອາທິດໜ້າ…


ມີຄຳເຫັນຈາກຜູ້ທີ່ພົວພັນບັນຫາ ແລະໄດ້ຮັບຜົນກະທົບ ບອກວ່າຄວາມຈິງແລ້ວ, ບໍ່ຄວນແກ່ຍາວບັນຫານີ້ມາເຖິງສອງສາມມື້ ຫລື ໄປຮອດອາທິດໜ້າ ເພາະ ອາດຈະຕົກຢູ່ໃນກໍລະນີທີ່ບໍລິສັດທີ່ເດືອດຮ້ອນ ສົງໄສກໍ່ເປັນໄປໄດ້.ມາເຖິງເວລານີ້ ຢ່າໃຫ້ຄຳສົງໄສເປັນຈິງພຽງແຕ່ຮັບຊາບເລື່ອງແລ້ວກໍຈັບມືກັນໄປບ່ອນເກີດເຫດ ຮ່ວມກັນແກ້ໄຂທັນທີ ເພາະຄວາມເດືອດຮ້ອນ ຄວາມຫຍຸ້ງຍາກບໍ່ຕົກສະເພາະແຕ່ບໍລິສັດຈັກກະວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດເທົ່ານັ້ນ, ການຂົນ ສົ່ງສິນຄ້າຂອງປະຊາຊົນທີ່ໃຊ້ເສັ້ນທາງນີ້ກໍພົບບັນຫາຄືກັນ. ຫົວໃຈສຳຄັນຂອງອົງການຈັດຕັ້ງພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ຄືກຽດສັກສີທີ່ໄດ້ຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ!

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້