ແຈ້ງການຂອງຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ທອງລຸນ ສີສຸລິດ ຈະເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ລັດຖະບານລາວ

ຈະເດີນທາງໄປຢ້ຽມຢາມລັດຖະກິດຢູ່ສາທາລະນະລັດປະຊາຊົນຈີນ ແຕ່ວັນທີ 29 ພະຈິກ-01 ທັນວາ 2022.