ຂ່າວພາຍໃນ
ພະນັກງານຮ້ານລ້າງລົດລັກລົດລູກຄ້າສຸດທ້າຍຖືກຈັບ

ສໍາລັບລົດຈັກຄັນດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ຕາງໜ້າໃຫ້ ປກສ ເມືອງຈັນທະບູລີ ນວ ໄດ້ມອບລົດຈັກ ຈໍານວນ 1 ຄັນ ຄືນໃຫ້ເຈົ້າຂອງເດີມແລ້ວ ໃນວັນທີ 12 ມິຖຸນາ 2020. ທ້າວ ທະວີໄຊ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່່ ວ່າ: ໃນເວລາປະມານ 8:00 ໂມງ ຂອງເດືອນມິຖຸນາ 2020 ຕົນເອງ ໄດ້ໄປເຮັດວຽກ ຢູ່ຮ້ານແປງລົດຂອງ ທ້າວວິທະຍາ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນວ.

ຫຼັງຈາກນັ້ນ, ປະມານສອງອາທິດ ໄດ້ມີຜູ້ຍິງຂັບຂີ່ລົດຈັກ ສີແດງ ປ້າຍທະບຽນ ດລ 3464 ເຂົ້າມາລ້າງລົດຢູ່ຮ້ານແປງລົດ ບ່ອນທີ່ຕົນເຮັດວຽກຢູ່; ສ່ວນຜູ້ຍິງນັ້ນ ແມ່ນເຮັດວຽກຢູ່ຮ້ານພິດຊ້າ ຂ້າງຮ້ານແປງລົດ. ຕົນເອງຢາກໄດ້ລົດຈັກຄັນດັ່ງກ່າວຈຶ່ງໃຊ້ເລ່ຫຼ່ຽມ ໂດຍບອກເຈົ້າຂອງຮ້ານແປງລົດວ່າ: ຕົນເອງຈະເອົາລົດລູກຄ້າໄປຊື້ເຂົ້າຈີ່.

ຈາກນັ້ນ, ໄດ້ໃຊ້ລົດຄັນດັ່ງກ່າວໄປເຂດບ້ານຈອມມະນີ ເມືອງໄຊເສດຖາ ນວ ເພື່ອຊ່ຽນກຸນແຈໄວ້ 1 ລູກ ແລ້ວຕົນເອງ ໄດ້ຂັບຂີ່ກັບມາຮ້ານ ແລະ ຈອດໄວ້ບ່ອນເກົ່າ. ຫຼັງຈາກນັ້ນ ອີກ 5 ວັນ ໃນເວລາ ປະມານ 10:00 ໂມງ, ຕົນເອງ ໄດ້ເຫັນລົດຈັກຄັນດັ່ງກ່າວ ໄດ້ໃຊ້ກຸນແຈທີ່ລັກຊ່ຽນມາໄປຕິດຈັກລົດ ແລ້ວຂີ່ຫຼົບໜີ ມຸ່ງໜ້າໄປເຂດບ້ານ ທ່າງ່ອນ ເມືອງໄຊທານີ ນວ.

ຈົນຮອດເວລາປະມານ 20:00 ໂມງ ຂອງວັນທີ 5 ມິຖຸນາ 2020 ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວ ຢູ່ເຮືອນພັກ ເຂດບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມຂອງກາງລົດຈັກ 1 ຄັນ. ລະວັງ… ຄວາມໄວ້ວາງໃຈ ອາດເປັນໄພພາໃຫ້ເສຍຊັບ ໃນວັນທີ 12 ມິຖຸນາ 2020 ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ໄດ້ເປີດເຜີຍຂໍ້ມູນກ່ຽວກັບການແກ້ໄຂຄະດີລັກຊັບພົນລະເມືອງ (ລົດຈັກ) ລາຍໜຶ່ງໃຫ້ຮູ້ວ່າ:

ຜູ້ທີ່ລົງມືກໍ່ເຫດລັກລົດຈັກ ຢູ່ຮ້ານພິດຊ້າແຫ່ງໜຶ່ງ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນວ ໄດ້ຢ່າງງ່າຍດາຍ ແມ່ນຍ້ອນເຈົ້າຂອງລົດໄດ້ມາໃຊ້ບໍລິການລ້າງລົດ ຢູ່ຮ້ານທີ່ຕົນເຮັດວຽກຢູ່ ແລ້ວໄດ້ປະລົດພ້ອມກະແຈໄວ້ນໍາ (ຍ້ອນຄວາມໄວ້ໃຈ). ດັ່ງນັ້ນ, ຜູ້ລົງມືກໍ່ເຫດ ຈິ່ງອອກກົນອຸບາຍ ຂໍຢືມລົດຈັກຄັນດັ່ງກ່າວ ໄປຊື້ອາຫານນໍາເຈົ້າຂອງຮ້ານ ເນື້ອແທ້ແມ່ນນໍາລົດອອກໄປສ່ຽນກະແຈໄວ້ ເພື່ອນໍາມາໃຊ້ກໍ່ເຫດລັກລົດໄດ້ຢ່າງສະບາຍ.

ຕໍ່ກັບການແກ້ໄຂຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ໄດ້ໃຫ້ຮູ້ວ່າ: ພາຍຫຼັງ ໄດ້ຮັບແຈ້ງຄວາມຈາກເຈົ້າຂອງລົດຈັກ ໃນເວລາປະມານ 10:00 ໂມງ ວັນທີ 2 ມິຖຸນາ 2020 ວ່າ: ລົດຈັກຂອງຕົນຖືກຄົນຮ້າຍລັກໄປ ໃນເວລາປະມານ 8:00 ໂມງ ວັນທີ 2 ມິຖຸນາ 2020; ເຊິ່ງຕົນເອງໄດ້ຂັບຂີ່ໄປຈອດໄວ້ ຮ້ານພິດຊ້າ ຢູ່ທາງຂ້າງຮ້ານແປງລົດຈັກ. ດັ່ງນັ້ນ, ເຈົ້າໜ້າທີ່ປກສ ເມືອງຈັນທະບູລີ ຈິ່ງຮີບຮ້ອນປະສານສົມທົບກັບ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນວ ເພື່ອເກັບກໍາຂໍ້ມູນຫຼັກຖານ ແລ້ວກໍານົດເປົ້າໝາຍ. ຫຼັງຈາກນັ້ນ ກໍສາມາດຮູ້ເປົ້າໝາຍ ແລ້ວສືບຕໍ່ຕິດຕາມນໍາຕົວມາສອບສວນໄດ້ ໃນວັນທີ ວັນທີ 5 ມິຖຸນາ 2020 ຜູ້ຖືກຫາ ແມ່ນ ທ້າວ ທະວີໄຊ ອາຍຸ 25 ປີ ອາຊີບກໍາມະກອນ ບ້ານທ່າງ່ອນ ເມືອງໄຊທານີ ນວ ຢູ່ເຮືອນພັກ ເຂດບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມຂອງກາງຄະດີ ລົດຈັກ 1 ຄັນ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ