ສຸວັນນະຣາຊະຫົງ (ພຣະຍາຫົງຄຳ) ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສຸວັນນະຣາຊະຫົງ (ພຣະຍາຫົງຄຳ) ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ

Published

on

ຫົງ ມາຈາກເຄົ້າພາສາປາລີວ່າ ຫັງສະ ເປັນນົກໃນນິຍາຍ ເຊິ່ງເປັນນົກໃນຕະກູນສູງ ແລະເປັນສັດ ໃນປ່າຫິມະພານຊະນິດຫນຶ່ງ ເຊິ່ງອາໄສຢູ່ໃນ ຖ້ໍາຄໍາ ເທິງຍອດ ພູເຂົາຄິດຊະກູດ ແລະເປັນສັດມຸງຄຸນ ທີ່ ເຊື່ອວ່າ ຈະເຮັດຫນ້າທີ່ຄຸ້ມຄອງອັນຕະຣາຍ ໃນທາງເບື້ອງເທິງ ເນື່ອງຈາກມີຄວາມເຊື່ອວ່າ ເປັນຣາຊາແຫ່ງ
ສັດປີກທັງປວງ ສັດປີກທັງຫຼາຍຢູ່ໃນຄວາມດູແລເບິ່ງແຍງຂອງຫົງ ແລະພຣະຍາຫົງ ຈະປົກປ້ອງຄຸ້ມຄອງ ຮັກສາໃຫ້ລອດພົ້ນຈາກໄພອັນຕະຣາຍຕ່າງໆ. ຫົງກັບພຣະພຸດທະສາສະຫນາ

ໃນທາງພຣະພຸດທະສາສະຫນາ ຫົງປາກົດຢູ່ໃນນິທານຊາດົກຫຼາຍເລື່ອງ ເຊັ່ນ ໃນຄັ້ງຫນຶ່ງພຣະ ທັມມະເສນາບໍດີສາຣີບຸດເຖຣະເຈົ້າ ເກີດເປັນກະສັດ ປົກຄອງສາຄະລະນະຄອນ ໃນຄັ້ງນັ້ນ ພຣະສັມມາ ສັມພຸດທະເຈົ້າຂອງເຮົາ ເມື່ອຍັງບໍາເພັນປາຣະມີເພື່ອພຣະໂພທິຍານເປັນພຣະມະຫາສັດເຈົ້າຢູ່ ໄດ້ເກີດເປັນ ພຣະຍາຫົງຄໍາ (ສຸວັນນະຣາຊະຫົງ) ຊົງປົກຄອງຫມູ່ຫົງທັງຫຼາຍ 96,000 ໂຕ ແລະໃນຄັ້ງຫນຶ່ງ ພຣະມະຫາສັດເຈົ້າ (ພຣະໂພທິສັດເຈົ້າ) ຊົງເກີດເປັນ ຊະວະນະສຸວັນນະຣາຊະຫົງ (ຫົງຄໍາທີ່ບິນໄດ້ໄວສຸດ) ປົກຄອງ ເຫຼົ່າຫົງທັງຫຼາຍ 90,000 ໂຕ ໄດ້ເປັນພຣະສະຫາຍກັນກັບ ພຣະເຈົ້າພຣົມມະທັດ ແຫ່ງປະເທດກາສີ ໄດ້ ຊົງສະແດງທັມໃຫ້ພຣະຣາຊາ ຊົງຈະເຣີນ ມະຣະນານຸດສະຕິ (ໃຫ້ລະນຶກເຖິງຄວາມຕາຍຕະຫຼອດເວລາ)

ເລື່ອງວ່າດ້ວຍ ຫົງຄໍາ-ພຣະດໍາຣົງ ພ. ທັມມິກະມຸນີ ແລະກາລະຄັ້ງຫນຶ່ງ ໄດ້ເກີດເປັນ ສຸວັນນະຫົງ ມີຂົນປີກເປັນຄໍາທັງຫມົດ ເພາະສະນັ້ນ ຫົງຈຶ່ງກ່ຽວຂ້ອງ ກັບພຣະພຸດທະສາສະຫນາເປັນຢ່າງຍິ່ງ ແລະປະການຫນຶ່ງ ຫົງຍັງເປັນສັນຍະລັກ ມຸງຄຸນ 108 ປະການ ດັ່ງທີ່ ປາກົດຢູ່ທີ່ຮອຍພຣະພຸດທະບາດ ຂອງອົງພຣະສັມມາສັມພຸດທະເຈົ້າ. – ໃນສາສະຫນາພຣາມ-ຮິນດູ (ສາສະຫນາຂອງພວກຊາວອິນເດຍ) ມີຄວາມເຊື່ອວ່າ ເປັນສັດປີກຊັ້ນ ສູງ ມີຄວາມສະງ່າງາມຍິງ ແລະເປັນພາຫະນະຊົງ (ສີ່) ຂອງພຣະພຣົມມະຫາເທບເຈົ້າ ຜູ້ເປັນໃຫຍ່ ຈຶ່ງໄດ້ ນາມວ່າ ຄັນໄລຫົງ ເຊິ່ງບາງຕໍາຣາກໍກ່າວວ່າ ພຣະພຣົມມະຫາເທບເຈົ້າ ຊົງປະທັບເທິງຣາຊະຣົດ

ທີ່ມີ ຫົງ 7 ໂຕ ເປັນພາຫະນະນໍາພາໄປ ສ່ວນຄວາມເຊື່ອທີ່ໄດ້ຮັບຈາກທາງປະເທດມຽນມາ ຄື ຫົງເປັນເຄື່ອງຫມາຍ ຂອງພຣະອງທິດ ດັ່ງນັ້ນ ຈຶ່ງພົບຮູບຫົງ ແລະກະຕ່າຍ ທີ່ມີຄວາມຫມາຍເປັນ ພຣະອາທິດ ແລະ ພຣະຈັນ ຄູ່ ກັນສະເຫມີ ໃນຂະນະທີ່ ຫົງຕາມຄະຕິຄວາມເຊື່ອຂອງຈີນ ເຊື່ອວ່ານົກຫົງສາມາດຢັ່ງຮູ້ຄວາມວຸ້ນວາຍ ທີ່ ໂລກມະນຸດໄດ້ ດັ່ງນັ້ນ ຫົງມັກຈະປາກົດຕົວສະເພາະໃນຍາມສະຫງົບສຸກເທົ່ານັ້ນ ສະຖານທີ່ ຫຼືຕໍາແຫນ່ງ ທີ່ພົບການປະດັບຮູບຫົງ ເຊັ່ນ ຮູບປະຕູໂຂງ ໂຂງພຣະເຈົ້າ ເສົາຫິງ ແລະສັນຫຼັງຄາວິຫານ ເຊິ່ງເປັນຕໍາ ແຫນ່ງທີ່ສູງ ຈາກສັນຍະລັກຂອງຫົງ ເຊິ່ງເປັນສັດປີກ ແລະຄຸ້ມຄອງສາສະນະສະຖານ ຈາກອັນຕະຣາຍໃນ ທິດເບື້ອງເທິງ.

ດ້ວຍເຫດທີ່ຫົງ ເປັນສັດປ່າຫິມະພານ ທີ່ເປັນສັດຊັ້ນສູງ ແລະມີຄວາມກ່ຽວຂ້ອງກັບພຣະພຸດທະ ສາສະຫນາເປັນຢ່າງຍິ່ງ ດ້ວຍວ່າພຣະໂພທິສັດເຈົ້າ (ພຣະພຸດທະເຈົ້າ ໃນຄັ້ງທີ່ຍັງບໍາເພັນປາຣະມີທັມຢູ່) ໄດ້ ເກີດເປັນພຣະຍາຫົງຄໍາ ຫຼາຍຊາດ ດ້ວຍເຫດນີ້ເອງ ຈຶ່ງມີຮູບຫົງ ສ້າງເປັນຫົວໂງຢູ່ເທິງຫຼັງຄາສິມ ສາລາ ໂຮງທັມ ກຸຕິວິຫານ ຕ່າງໆ ມາຕັ້ງແຕ່ສະໄຫມບູຮານ ຄຽງຄູ່ກັບພຣະຍານາກ ໂດຍສະເພາະທີ່ປະເທດລາວ ເຮົາ ມີຄວາມເຊື່ອເລື່ອງພຣະຍານາກ ໃນການສ້າງບ້ານແປງເມືອງ ແລະຄຸ້ມຄອງພຣະພຸດທະສາສະຫນາ ຈຶ່ງ ນໍາມາສ້າງໄວ້ທີ່ຮາວບັນໄດສາລາໂຮງທັມ ຮາວບັນໄດສິມ ຮາວບັນໄດພຣະວິຫານ ແລະສ້າງເປັນຫາງ ປ້ານລົມ ສ້າງເປັນຫົວໂງເທິງຫຼັງຄາ ພຣະວິຫານ ສິມ ພາຍໃນວັດຕ່າງໆ.

ອີກປະການຫນຶ່ງ ສຸວັນຣາຊະຫົງ ໃນປະເທດທີ່ນັບຖືພຣະພຸດທະສາສະຫນາໃກ້ຄຽງ ຍັງນໍາເອົາໄປ ສ້າງເຮືອພຣະທີ່ນັ່ງ ຂອງພຣະມະຫາກະສັດ ຊົງຂີ່ໄປທອດຖວາຍກະຖິນ ເອີ້ນວ່າ ສະຖິ່ນລະມາກ ເຊັ່ນທີ່ ປະເທດໄທ ປະເທດກໍາປູເຈຍ ຕັ້ງແຕ່ບູຮານມາ ຈົນເຖິງປັດຈຸບັນ ຄຽງຄູ່ກັບພຣະຍານາກ ເອີ້ນວ່າ ເຮືອທີ່ນັ່ງອະນັນຕະນາກຄະຣາດ ເປັນຕົ້ນ ສ່ວນປະເທດພະມ້າ ໃນສະໄຫມກຸງຫົງສາວະດີ (ຫົງສາວະດີ ແປວ່າ ເມືອງທີ່ປະດັບ ຫຼືສະຖິດຢູ່ຂອງຫົງ) ປະເທດລາວ

ໃນສະໄຫມອານາຈັກລ້ານຊ້າງ ພຣະມະຫາກະສັດ ເຊັ່ນ ພຣະເຈົ້າໄຊຍະເຊດຖາທິຣາດ, ພຣະເຈົ້າສຸຣິຍະວົງສາທັມມິກະຣາດ ໄດ້ສະເດັດປະທັບນັ່ງເຮືອ ພຣະ ສຸວັນນະຫົງ ເຮືອພຣະທີ່ນັ່ງສຸວັນນະນາຄະຣາດ ໄປໃນການທອດຖວາຍຜ້າມະຫາກະຖິນ ທີ່ພຣະວິຫານຫຼວງຕ່າງໆ ຕະຫຼອດ ສະເດັດມາຖວາຍຜ້າມະຫາກະຖິນ ທີ່ວັດພຣະທາດຫຼວງ ດ້ວຍການປະທັບນັ່ງທີ່ ເຮືອພຣະວັນນະຣາຊະຫົງ ແລະ ເຮືອພຣະທີ່ນັ່ງສຸວັນນະນາຄະຣາດ.

ເລື່ອງວ່າດ້ວຍ ຫົງຄໍາ-ພຣະດໍາຣົງ ພ. ທັມມິກະມຸນີ ນອກຈາກນັ້ນແລ້ວ ຫົງຍັງນໍມາຕົກແຕ່ງເປັນຣາຊະພາຫະນະ ເພື່ອປະດິດສະຖານ ພຣະໂກດສົບ ຂອງພຣະສົງມະຫາເຖຣະເຈົ້າຊັ້ນສູງ ຕັ້ງແຕ່ເຈົ້າຣາຊາຄະນະ ໂດຍສະເພາະ ອົງພຣະຍອດແກ້ວປະມຸກສົງ ຕະຫຼອດເຈົ້ານາຍຊັ້ນສູງ ມີພຣະມະຫາກະສັດ ເຈົ້າຣາຊະບຸດ ເຈົ້າຣາຊະທິດາ ແລະພຣະບໍຣົມວົງສານຸວົງ ຊັ້ນສູງ ໃນບາງປະເທດ ທີ່ນັບຖືພຣະພຸດທະສາສະຫນາ ໃກ້ຄຽງກັບລາວ ມາແຕ່ສະໄຫມບູຮານ ເຊັ່ນ ປະເທດກໍາປູເຈຍ ເປັນຕົ້ນ ພຣະຣາຊະຣົດສຸວັນຣາຊະຫົງ ພຣະຣາຊະຣົດສຸວັນນະນາຄະຣາດ ເພື່ອນໍາ ເອົາພຣະໂກດພຣະສົບ ໄປສູ່ພຣະຈິດຕະກາທານ (ກອງຟອນ) ທີ່ຫໍພຣະເມຣຸມາດ ເພື່ອຖວາຍພຣະເພີງ. ປະເທດລາວເຮົານິຍົມສ້າງຣາຊະຣົດ ເພື່ອເຄື່ອນພຣະສົບ ຂອງເຈົ້ານາຍຊັ້ນສູງ ແລະພຣະສົງມະຫາ ເຖຣະເຈົ້າ ທີ່ໃຊ້ມີ ພຣະຍານາກ ພຣະຍາຫົງ ແລະ ນົກຫັດສະດີຈິງ

ໃນການສ້າງຮູບແບບພຣະເມຣຸມາດ ຖວາຍພຣະເພີງ ຂອງບຸກຄົນສໍາຄັນ ທີ່ຖືວ່າມີບຸນຍາພິນິຫານຫຼາຍ ຕະຫຼອດເຈົ້ານາຍຊັ້ນສູງ ເຊິ່ງໃນ ປັດຈຸບັນ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ) ໄດ້ລະ ສັງຂານໄປ ດັ່ງທີ່ໄດ້ກ່າວມາຂ້າງເທິງ ເມື່ອເພິ່ນລະສັງຂານແລ້ວ ຄະນະບໍຣິຫານງານປະຈໍາການ ສູນກາງ ອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ໃນນາມຄະນະສົງທັງປວງ ໄດ້ມີມະຕິໃນກອງປະຊຸມ ເຫັນດີໃຫ້ສ້າງຣາຊະຣົດ

ໂດຍເອົາຮູບແບບ ສຸວັນນະຣາຊະຫົງ (ພຣະຍາຫົງຄໍາ) ເປັນຣາຊະຣົດເຄື່ອນພຣະ ສະຣີຣະສັງຂານ ຂອງອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ ໄປສູ່ ພຣະເມຣຸມາດ ພຣະ ຈິດຕະກາທານ ເພື່ອຖວາຍພຣະເພີງ ພຣະສະຣີຣະສັງຂານ. ເຫດຜົນທີ່ໃຊ້ສຸວັນນະຣາຊະຫົງ ເປັນພຣະຣາຊະຣົດ ເພື່ອເຄື່ອນພຣະສະຣີຣະສັງຂານ ຂອງອົງພຣະ ຍອດແກ້ວນັ້ນ ກໍເນື່ອງດ້ວຍວ່າ ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ ມີຖິ່ນກໍາເນີດຢູ່ ທີ່ເມືອງສະຫວັນນະເຂດ ຄໍາວ່າ ສະຫວັນນະເຂດ ມີເຄົ້າເດີມມາຈາກພາສາປາລີສັນສະກິດວ່າ ສຸວັນນະ ແລະ ເຂຕຕະ.

ສຸວັນນະ ແປວ່າ ຄໍາ ເຂຕຕະ ແປວ່າ ຜືນແຜ່ນດິນ ເພາະສະນັ້ນ ເມື່ອເອົາຄໍາ 2 ຄໍານີ້ ມາຜະສົມກັນ ຈຶ່ງເປັນ ສຸວັນນະເຂຕຕະ ແປວ່າ ແຜ່ນດິນຄໍາ ຈາກພາສາປາລີສັນສະກິດນັ້ນ ໄດ້ກາຍມາເປັນ ສຸວັນນະ ເຂດ ສະວັນນະເຂດ ແລະ ສະຫວັນນະເຂດ ເພາະສະນັ້ນ ຈຶ່ງໃຊ້ສຸວັນນະຣາຊະຫົງ ຄື ຣາຊະຣົດຮູບແບບ ພຣະຍາຫົງຄໍາ ເປັນຣາຊະຣົດເຄື່ອນ ຍ້າຍໂກດພຣະສົບພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວມະຫາ ງອນ ດໍາຣົງບຸນມະຫາເຖຣະເຈົ້າ ອອກສູ່ພຣະເມຣຸມາດຈິດຕະກາທານ ເພື່ອຖວາຍພຣະເພີງ. ລາຍລະອຽດ ຂັ້ນຕອນ ວິທີການ ແລະກໍານົດການຕ່າງໆ ທາງຄະນະອະນຸກັມມະການທີ່ກ່ຽວຂ້ອງ ກໍາລັງດໍາເນີນການ ແລະຈະໄດ້ລາຍງານໃຫ້ຊາບ ໄປໃນແຕ່ລະໄລຍະ.

ຈາກ ພຣະຍອດຄຳພັດທະຣະເກສີ (ປອ.ດຳຣົງພິມມະຈັກ ) ຄວາມໝາຍຂອງ ພຣະສຸວັນນະຫົງ(ພຣະຍາຫົງຄຳ) ທີ່ຈະແຫ່ກາຍສັງຂານຂອງອົງພຣະຍອດແກ້ວໃນງານຖວາຍພຣະເພີງ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະ ໂພທິຄຸນວິບູນທັມມະ ຣັດຕະນະຍານນາຍົກ ໄຕຣ໌ປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ {ມະຫາງອນດຳຣົງບຸນມະຫາເຖຣະເຈົ້າ}ຣັດຕະນະມະຫາສັງຄະປາໂມກ. ອະດີດປະທານສູນກາງອົງການພຸດທະສາສະນາສັມພັນແຫ່ງ ສປປ ລາວ ອົງທີ໕. ເຊິ່ງຈະໄດ້ຈັດພິທີຖວາຍພຣະເພີງລະລາຍທາດຂັນໃນວັນທີ 24/25/26. ເດືອນ ມິຖຸນາ ປີ ພສ 2562 ຄສ 2020 ທີ່ເດີນພຣະທາດຫລວງ ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ…

ເລື່ອງວ່າດ້ວຍ ຫົງຄໍາ-ພຣະດໍາຣົງ ພ. ທັມມິກະມຸນີ ສຸວັນນະຣາຊະຫົງ(ພຣະຍາຫົງຄໍາ) ເນື່ອງດ້ວຍວ່າ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດໍາຣົງບຸນມະຫາເຖຣະ ເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ໄດ້ ລະສັງຂານ ສ້ຽງຊົນມາຍຸໄປ ໃນວັນທີ 24 ມີນາ 2020 ທີ່ໂຮງພະຍາບານ 103 ນະຄອນຫຼວງວຽງ ຈັນ ດ້ວຍອາຍຸ 91 ປີ 91 ວັນ ແລະ 71 ພັນສາ. ເມື່ອ ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ ໄດ້ລະສັງຂານແລ້ວ ໃນການຕໍ່ມາ ຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ

ໃນນາມ ຄະນະ ສົງລາວ ແລະພຸດທະສາສະນິກະຊົນລາວທັງປວງ ໄດ້ມີມະຕິເຫັນດີໃນກອງປະຊຸມວ່າ ພຣະວໍຣະຣາຊະຣົດ ທີ່ຈະນໍາມາເຄື່ອນ ພຣະສະຣີຣະສັງຂານ ແລະພຣະເມຣຸມາດຈິດຕະກາທານ ນັ້ນ ໃຫ້ເຮັດເປັນຮູບ ສຸວັນນະ ຣາຊະຫົງ ທີ່ປະດັບດ້ວຍລວດລາຍ ວິຈິດສີນ ຕາມແບບບູຮານຮີດຄອງປະເພນີທີ່ສືບທອດຕໍ່ມາ ເພື່ອໃຫ້ ຖືກຮີດຄອງປະເພນີ ທັງຊົງໄວ້ເຊິ່ງກຽດຕິຄຸນອັນສູງສົ່ງ ສົມກັບຖານະຕໍາແຫນ່ງ ຄຸນງາມຄວາມດີ ທີ່ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາ ສັງຄະປາໂມກ ໄດ້ກະທໍາມາ ທັງຊົງໄວ້ເຊິ່ງຄຸນຄ່າ ທາງດ້ານສີລະປະວັດທະນະທັມ ຂອງຊາດ ແລະປະກາດ ກຽດຕິຄຸນຂອງການນໍາພັກລັດ ທີ່ຊີ້ນໍານໍາພາໃນການງານຄັ້ງນີ້. ຂໍ້ມູນຈາກ “ພຣະດຳຣົງ ພ ທັມມິກະມຸນີ”

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້