ເຮັດນາໝົດປີ ຫວັງໄດ້ເຂົ້າໃສ່ເລົ້າ ສຸດທ້າຍຖືກເດັກນ້ອຍຈູດ ໄໝ້ໝົດບໍ່ເຫຼືອ

ວັນທີ 16 ພະຈິກ 2022 ນີ້, ໄດ້ເກີດເຫດມີເດັກນ້ອຍເລາະຫລິ້ນໄປຈູດກອງເຂົ້າຂອງປະຊາຊົນ ບ້ານຢູ່ໜອງເດີນ ນະຄອນໄກສອນ ແຂວງສະຫວັນນະເຂດ

ເຮັດໃຫ້ກອງເຂົ້າໄໝ້ຈົນໝົດກອງບໍ່ເຫລືອຈັກເມັດ ແລະ ເຈົ້າຂອງກອງເຂົ້າກໍໄດ້ແຕ່ນັ່ງໄຫ້ດ້ວຍຄວາມເສຍໃຈ ແຕ່ກໍເອົາເຂົ້າຄືນມາບໍ່ໄດ້.

……

ພາບໂດຍ: LarTim Vlc