ຊົມເຊີຍ ສັ່ງປິດຮ້ານບໍລິການແລກປ່ຽນເງິນຕາ ທີ່ບໍ່ສອດຄ່ອງຕາມລະບຽບ 437 ຮ້ານ

ໃນໄລຍະທ້າຍປີ 2021 ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຫັນຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດທັງໝົດ 550 ຮ້ານ.

ເປັນຕົວແທນທະນາຄານທຸລະກິດ ໃນການໃຫ້ບໍລິການ ແລກປ່ຽນເງິນຕາໄດ້ 419 ຮ້ານ ສຳເລັດໃນວັນທີ 31 ສິງຫາ 2021, ສ່ວນທີ່ເຫຼືອຈຳນວນ 131 ຮ້ານ ແມ່ນໄດ້ຖອນໃບອະນຸຍາດດຳເນີນທຸລະກິດ ແລະ ປິດການບໍລິການ.

ຜ່ານການຕິດຕາມ-ກວດກາຮ້ານແລກປ່ຽນເງິນຕາຕົວແທນ ເຫັນວ່າສ່ວນຫຼາຍແມ່ນ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບ ການເປັນຕົວແທນຂອງທະນາຄານທຸລະກິດ, ຈຳນວນຮ້ານແລກປ່ຽນດັ່ງກ່າວກໍມີຫຼາຍເກີນໄປບໍ່ສົມຄູ່ກັບປະສິດທິຜົນທີ່ໄດ້ຮັບ.

ດັ່ງນັ້ນ, ເພື່ອເຮັດໃຫ້ການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານຫຼາຍຍິ່ງຂຶ້ນຄຽງຄູ່ກັບການປັບປຸງການບໍລິການແລກປ່ຽນເງິນຕາແກ່ສັງຄົມໃຫ້ສອດຄ່ອງຕາມລະບຽບການ, ທຫລ.

ຈຶ່ງໄດ້ມີການປະເມີນການເຄື່ອນໄຫວທຸລະກິດຂອງຮ້ານແລກປ່ຽນເງິນຕາຕົວແທນທົ່ວປະເທດ ແລະ ຖອນໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທີ່ເຄື່ອນໄປບໍ່ມີປະສິດທິພາບ ແລະ ປະຕິບັດບໍ່ສອດຄ່ອງຕາມລະບຽບການ.

ມາຮອດເດືອນ ກັນຍາ 2022 ທຫລ ໄດ້ຖອນໃບອະນຸຍາດດຳເນີນທຸລະກິດຮ້ານແລກປ່ຽນເງິນຕາຕົວແທນ ຈຳນວນ 306 ຮ້ານ (ຢູ່ນະຄອນຫຼວງວຽງຈັນ 123 ຮ້ານ ແລະ ຢູ່ຕ່າງແຂວງ 183 ຮ້ານ)

ເຮັດໃຫ້ປັດຈຸບັນຮ້ານແລກປ່ຽນເງິນຕາຕົວແທນ ມີຈຳນວນ 113 ຮ້ານ (ຢູ່ນະຄອນຫຼວງວຽງຈັນ 76 ຮ້ານ ແລະ ຢູ່ຕ່າງແຂວງ 37 ຮ້ານ) ຈາກ 419 ຮ້ານໃນທົ່ວປະເທດ,

ຊຶ່ງຮ້ານແລກປ່ຽນເງິນຕາຕົວແທນທີ່ຍັງສາມາດເຄື່ອນໄຫວບໍລິການແລກປ່ຽນເງິນຕາໄດ້ເຜີຍແຜ່ໃຫ້ສັງຄົມຮັບຊາບ ຕາມແຈ້ງການຂອງຫ້ອງການທະນາຄານແຫ່ງ ສປປ ລາວ ສະບັບເລກທີ 340/ຫກ, ລົງວັນທີ 14 ພະຈິກ 2022.

ເຖິງຢ່າງໃດກໍຕາມ ທຫລ ຈະເພີ່ມທະວີການຕິດຕາມ ແລະ ກວດກາຢ່າງໃກ້ຊິດ ແລະ ສືບຕໍ່ປະເມີນການເຄື່ອນໄຫວຂອງຮ້ານແລກປ່ຽນເງິນຕາຕົວແທນ ແລະ ຄັດເອົາແຕ່ຮ້ານແລກປ່ຽນເງິນຕາທີ່ມີຄຸນນະພາບ ແລະ.

ສາມາດປະຕິບັດຕາມເງື່ອນໄຂ ແລະ ລະບຽບການຂອງ ທຫລ ວາງອອກແຕ່ລະໄລຍະເທົ່ານັ້ນ, ໃນການອະນຸຍາດໃຫ້ບໍລິການແລກປ່ຽນ ເງິນຕາແກ່ສັງຄົມ.

ສະນັ້ນ, ເພື່ອເປັນການປະກອບສ່ວນຈາກສັງຄົມເຂົ້າໃນວຽກງານດັ່ງກ່າວ ຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນທົ່ວສັງຄົມ ກໍລະນີຫາກທ່ານພົບເຫັນການບໍລິການແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ

ໂດຍສະເພາະບໍ່ມີປ້າຍຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫຼື ບັນຊີທຸລະກິດອື່ນ ເຂົ້າໃນການແລກປ່ຽນເງິນຕາ, ມີການປະຕິບັດອັດຕາແລກປ່ຽນສູງກວ່າທະນາຄານທຸລະກິດ ທີ່ຂຶ້ນເປັນຕົວແທນທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590)

ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ. ການຮ່ວມມືຂອງພໍ່ແມ່ປະຊາຊົນ,

ບຸກຄົນ ແລະ ການຈັດຕັ້ງແມ່ນເປັນການປະກອບສ່ວນສຳຄັນ ເຂົ້າໃນການສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມການດຳເນີນທຸລະກິດ.

ໃຫ້ມີຄວາມຍຸດຕິທຳທີ່ຖືກຕ້ອງຕາມ ກົດໝາຍ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ຂ່າວ: ກົມນະໂຍບາຍເງິນຕາ, ທຫລ