ທາງລົດໄຟ ລາວ-ຈີນຈະຫັນປ່ຽນພາບຟົດຂອງລາວຈາກຈຸດເສຍປຽບມາເປັນຈຸດໄດ້ປຽບ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ທາງລົດໄຟ ລາວ-ຈີນຈະຫັນປ່ຽນພາບຟົດຂອງລາວຈາກຈຸດເສຍປຽບມາເປັນຈຸດໄດ້ປຽບ

Published

on

ວັນທີ 23 ມິຖຸນາ 2020, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນດໍາເນີນການກໍ່ສ້າງໄວເກີນຄາດທີ່ວາງໄວ້ ປັດຈຸບັນຄືບຫນ້າສະເລ່ຍເກີນ 89% ແລະ ສໍາເລັດວາງລາງແລ້ວ 50 ກິໂລແມັດ, ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນພາຍໃນ 2021.

-ຖ້າເສັ້ນທາງລົດໄຟລາວ-ຈີນສໍາເລັດຈະເຮັດໃຫ້ ສປປ ລາວປ່ຽນສະຖານະພາບຈາກປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຈອດໂລກພາຍນອກແບບອັດຕະໂນມັດ ພ້ອມກາຍເປັນປະຕູອອກສູ່ 10 ປະເທດສະມາຊິກອາຊຽນກັບປະຊາກອນ 600 ລ້ານຄົນ ແລະ ເຊື່ອມຕໍ່ກັບພາກພື້ນ-ສາກົນໂດຍຜ່ານ ສປ ຈີນພາຍໃຕ້”ຫນຶ່ງແລວຫນຶ່ງເສັ້ນທາງ”

-ກ່ອນຫນ້ານັ້ນຜູ້ປະກອບການທຸລະກິດລາວຈ່າຍຄ່າຂົນສົ່ງສິນຄ້າ 5.000-6.000 ໂດລາຕໍ່ 1 ຕູ້ສິນຄ້າ ໂດຍລົດບັນທຸກຈາກລາວຜ່ານໄທສູ່ແຫລມສະບັງ ແລະ ຜ່ານຫວຽດນາມໄປຫາທະເລນໍ້າເລີກອິນເດຍເພື່ອໄປທະວິບເອີລົບ ແລະ ປະເທດທີ 3 ແຕ່ຖ້າເສັ້ນລົດໄຟສໍາເລັດຈະເຮັດໃຫ້ຜູ້ປະກອບການຈ່າຍຄ່າຂົນສົ່ງຫລຸດລົງເຫລືອພຽງປະມານ 500-3000 ໂດລາຕໍ່ 1 ຕູ້ສິນຄ້າ ສະນັ້ນຈະເຫັນສ່ວນຕ່າງກັນປານຟ້າກັບດິນ ແລະ ຜູ້ປະກອນຈະມີກໍາໄລຫລາຍຂຶ້ນ

-ຄ່າຂົນສົ່ງໂດຍສານສໍາລັບນັກທ່ອງທ່ຽວ, ແຂກຕ່າງດ້າວທ້າວຕ່າງເມືອງຖືກກວ່າ ຍົກຕົວຢ່າງ ຂີ່ລົດໄຟແຕ່ນະຄອນຫລວງວຽງຈັນ-ຫລວງພິບາງ-ຫລວງນໍ້າທາຈະຕົກຢູ່ປະມານ 100.000-150.000 ກວ່າກີບ ພ້ອມທັງປະຢັດເວລາ ແລະ ມີຄວາມປອດໄພສູງ

-ສປ ຈີນເປີດຮັບຊື້ງົວຈາກ ສປປ ລາວ 500.000 ໂຕຕໍ່ປີ, ຊື້ເຂົ້າຈ້າວ-ເຂົ້າຫນຽວ 20.000 ໂຕນ-80.000 ໂຕນຕໍ່ປີໃນເບື້ອງຕົ້ນ ແລະ ສິນຄ້າກະສິກໍາອື່ນໆ

-ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ລາຍງານວ່າ: ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ມູນຄ່າເກືອບ 6 ຕື້ໂດລາ, ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ;

ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 400 ກວ່າກິໂລແມັດ.

ສໍາລັບຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນໄລຍະ 2 ແຕ່ສະຖານີໂດຍສານ ນະຄອນຫລວງວຽງຕັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ແມ່ນສໍາເລັດການປັກຫລັກຂອບເຂດສະຖານີໂດຍສານໃນເນື້ອທີ່ 150 ເຮັກຕາ, ສໍາເລັດການປັກຫລັກຂອບເຂດສະຫງວນທາງລົດໄຟ ຄວາມຍາວ 17 ກິໂລແມັດ, ສໍາເລັດການປັກຫລັກຂອບເຂດສະຖານີສິນຄ້າວຽງຈັນໃຕ້ 2 ຈຸດ ໃນຈໍານວນ 3 ຈຸດ; ສ່ວນການມອບພື້ນທີ່ເພື່ອການກໍ່ສ້າງຂອງໂຄງການ ແມ່ນປະຕິບັດໄດ້ 100% .

-ເປັນຫຍັງປະເທດທີ່ພັດທະນາແລ້ວຈິ່ງພັດທະນາໄວ ແລະ ຈະເລີນຮຸ່ງ? ຕົວຢ່າງ ປະເທດອັງກິດມີເສັ້ນທາງລົດໄຟກ່ອນສົງຄາມໂລກຄັ້ງທີ 1 ໃນຊຸມປີ 1917 ໂດຍເບື້ອງແມ່ນລົດໄຟໃຊ້ອາຍນໍ້າ ເຊິ່ງສ້າງຂຶ້ນມາເພື່ອຂົນສົ່ງສິນຄ້າປະເພດຖ່ານຫີນ, ນໍ້າມັນດິບ ແລະ ບໍລິການອື່ນໆ

-ຈຸດພິເສດຂອງປະເທດຕາເວັນຕົກສ້າງລົດໄຟເພື່ອຫລຸດຜ່ອນຄ່າຂົນສົ່ງ, ຂົນໄດ້ຈໍານວນຫລາຍ, ປະຢັດເວລາ ແລະ ມີຄວາມສ່ຽງນ້ອຍ.

ພາບ-ຂ່າວ: ນໍ້າອອ້ຍຂົມ

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້