ຈັບແມ່ຕູ້ ທັງເສບ ແລະ ຂ າຍ ຢ າ ເ ສ ບ ຕິ ດ

ວັນທີ 4 ພະຈິກ 2022 ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນໄດ້ນຳກຳລັງລົງໄປສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫາສະຖານ ເຮືອນຂອງ ນາງ ມໍຊົງ ອາຍຸ 57 ປີ ອາຊີບ ປະຊາຊົນ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານນາຢາງ ເມືອງວຽງໄຊ ແຂວງຫົວພັນ.

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ພົບເຫັນ ຂອງກາງຢ າເ ສ ບ ຕິ ດ ປະເພດ ຢ າ ບ້ າ 559 ເມັດ ແລະ ເງິນ 1,200,000 ກີບ ທີ່ຊຸກເຊື້ອງໄວ້ນຳຖົງເສື້ອຂອງຜູ້ກ່ຽວ ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈຶ່ງໄດ້ຢຶດຂອງກາງຢາບ້າ ພ້ອມທັງຈັບຕົວຜູ້ກ່ຽວມາສືບສວນ-ສອບສວນ.

ຜ່ານການ ສອບສວນ ຂັ້ນເບື້ອງຕົ້ນຜູ້ກ່ຽວໄດ້ສາລະພາບວ່າ: ຢ າ ເ ສ ບ ຕິ ດ ຈຳນວນດັ່ງກ່າວແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່, ຈຸດປະສົງເພື່ອນຳເອົາ ຢ າ ເ ສ ບ ຕິ ດ ຈຳ ນວນດັ່ງກ່າວນັ້ນມາເສບ ແລະ ຂາຍຍ່ອຍ, ສ່ວນເປົ້າໝາຍດັ່ງກ່າວນີ້ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈະນຳສົ່ງໃຫ້ພະ ແນກສະກັດກັ້ນ – ຕ້ານ ຢ າ ເ ສ ບ ຕິ ດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ເພື່ອດຳເນີນການສືບສວນ – ສອບສວນ, ສືບຕໍ່ຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

Cr: ປກສ ແຂວງຫົວພັນ