ສ.ເກົາຫລີ ປະກາດເຂົ້າສູ່ການລະບາດໂຄວິດ-19 ຮອບທີ່2

ຕາມ​ຂໍ້​ມູນ​ຈາກ​ ກະຊວງ​ ສາທາລະນະ​ສຸກ ສ.​ເກົາຫລີ ປະກາດ​ ໃນ​ວັນ​ທີ 22 ມິຖຸນາ​ວ່າ: ສ.​ເກົາຫລີ ​ໄດ້​ເຂົ້າສູ່​ ການ​ແຜ່​ລະບາດ ​ຂອງ​ເຊື້ອ​ພະຍາດ​ ໂຄ​ວິດ-19 ຮອບ​ທີ່ 2 ຫລັງ​ຈາກ ​ກວດ​ພົບ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ 17 ຄົນ ​ໃນ​ຈຳນວນ​ນີ້ ​ເປັນ​ຜູ້​ຕິດ​ເຊື້ອ ​ໃນ​ປະ​ເທດ 11 ຄົນ ສົ່ງ​ຜົນ​ໃຫ້​ຍອດ ​ຜູ້​ຕິດ​ເຊື້ອ ​ສະ​ສົມ​ເຖິງ 12.438 ຄົນ, ປິ່ນປົວ​ດີ​ແລ້ວ 10.881 ຄົນ ​ແລະ ​ເສຍ​ຊີວິດ 280 ຄົນ.

ແຕ່​ຢ່າງ​ໃດ​ກໍ່​ຕາມ ສະຖານະ​ການ​ໂຄ​ວິດ-19 ​ໃນ​ສ.​ເກົາຫລີ ​ເລີ່​ມສົ່ງ​ສັນຍານ​ບໍ່​ດີ ນັບ​ຕັ້ງ​ແຕ່​ພົບ​ການ​ຕິດ​ຕໍ່​ເຊື້ອ​ພະຍາດ ຈາກ​ສະຖານ​ບັນ​ເທີ​ງ ​ໃນ​ເຂດ ອີ​ແທວ​ອນ ຂອງ​ນະຄອນຫລວງ ​ເຊ​ອຸນ ​ເຊິ່ງມີ​ຈຳນວນ​ ຜູ້​ຕິດ​ເຊື້ອ​ທີ່​ພົບ​ໃໝ່​ຢູ່​ລະຫວ່າງ 10-50 ຄົນ ​ເປັນຕົ້ນມາ.