ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ

ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຈາກ ພັນໂທ ຂຶ້ນພັນເອກ ຈຳນວນ 35 ສະຫາຍ ໃນວັນທີ 19 ມິຖຸນາ 2020 ນີ້ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມ ການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມ​ດ້ວຍ​ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ, ທັງ​ນີ້ ກໍ​ເພື່ອ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງໜ້າທີ່​ວຽກງານ​ ໃນ​ໄລຍະ​​ໃໝ່ ​​ແລະ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ ​ເງື່ອນ​ໄຂ​ຕົວ​ຈິງ ​ໃນ​ການ​ເພີ່ມ​ກຳລັງ​ແຮງ​ ໃຫ້​ແກ່​ການ​ນຳ​ຂອງກະຊວງ.​ 

ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ທິດຊີ້ນຳ ຫລາຍບັນຫາສຳຄັນຕໍ່ ນາຍທະຫານຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມເນັ້ນໜັກໃຫ້ນາຍທະຫານ ແຕ່ລະສະ ຫາຍສືບຕໍ່ເຝິກຝົນຫລໍ່ ຫລອມຕົນເອງໃນຮອບດ້ານ, ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າ ໂຮມ ຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕ້ອງສຸມໃສ່ປັບ ປຸງແບບແຜນວິທີເຮັດວຽກ ໃຫ້ຮັດກຸມ ໃນການປັບປຸງແບບແຜນ ວິທີເຮັດວຽກເປັນບັນຫາສໍາຄັນບົນພື້ນ ຖານຕ້ອງປະຕິບັດຕາມ ຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນເຮັດ ວຽກຕ້ອງມີຂັ້ນມີຕອນ ແລະ ມີຈຸດສຸມ, ສືບຕໍ່ປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ສຳເລັດດີກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບ ກ້າວຂຶ້ນເປັນກອງທັບ ປະຕິວັດມີແບບ ແຜນທັນສະໄໝ.