ຂ່າວພາຍໃນ
ສຶກສາແຂວງຈໍາປາສັກ ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

ພາຍຫລັງເກີດມີພາບ ວີດີໂອຂອງສາວຄູຄົນໜຶ່ງ ທີ່ມີນັກຮຽນທັງຍິງ ແລະ ຊາຍຫລາຍຄົນນັ່ງຢູ່ໃກ້ ແລະ ຮ້ອງໃຫ້ໃສ່ກັນດ້ວຍ ຄວາມຄິດຮອດຄິດເຖິງ ໄດ້ຖືກເຜີຍແຜ່ລົງ ໃນສື່ສັງຄົມອອນລາຍ (Facebook) ເມື່ອບໍ່ດົນຜ່ານມາ, ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະ ມີຜູ້ເຂົ້າໄປສະແດງຄວາມຄິດເຫັນ ເປັນຈໍານວນຫລາຍ, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານຫ້ວຍເງິນ, ເມືອງ ແລະ ແຂວງຈໍາປາສັກ, ຫລັງຈາກສາວຄູຄົນດັ່ງກ່າວ ຈະໄດ້ອໍາລານ້ອງນັກຮຽນ ທີ່ຕົນເຄີຍສິດສອ ນມາເປັນເວລາ 5 ປີ ໄປຢ່າງໜ້າເສຍດາຍ ດ້ວຍເຫດຜົນບໍ່ໄດ້ຕົວເລກ ເຂົ້າເປັນລັດຖະກອນ. ຈາກພາບທີ່ເກີດຂຶ້ນນັ້ນ ກໍໄດ້ມີຄົນເຂົ້າມາສະແດງ ຄໍາຄິດຄໍາເຫັນ ຫລາຍຮູບແບບ ນັບແຕ່ຜູ້ທີ່ຊົມເຊີຍ ໃນຄວາມມານະ ອົດທົນສິດສອນມາເປັນເວລາ ຫລາຍປີຂອງສາວຄູ, ມີທັງຜູ້ທີ່ໃຫ້ກໍາລັງໃຈແກ່ສາວຄູ ເພື່ອໄປເຮັດໜ້າທີ່ວຽກງານໃໝ່ ແລະ ລວມເຖິງການຕໍານິວິຈານ ຕາມຄວາມເຂົ້າໃຈ ແລະ ບໍ່ເຂົ້າໃຈຂອງຄົນສັງຄົມ.

ຕໍ່ເຫດການດັ່ງກ່າວ, ທ່ານ ບົວໄຂ ສຸພາພອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ ໄດ້ຊີ້ແຈງໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງຈໍາປາສັກ ມີຄູອາສາສະໝັກ 740 ກວ່າຄົນ ແລະ ໃນສົກປີນີ້ ລັດຖະບານໄດ້ຈັດສັນ ຕົວເລກລັດຖະກອນ ໃຫ້ພະແນກສຶກສາແຂວງພຽງແຕ່ 69 ຄົນ, ສະເພາະ ເມືອງຈໍາປາສັກ ໄດ້ພຽງ 4 ຕົວເລກເທົ່ານັ້ນ ແລະ ກໍໄດ້ມີການຈັດການສອບເສັງ ເອົາຕົວເລກລັດຖະກອນ ຕາມລະບຽບການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກເປັນທີ່ຮຽບຮ້ອຍແລ້ວ, ໂດຍມີຄູອາສາສະໝັກທົ່ວເມືອງ ມາສອບເສັງທັງໝົດ 54 ຄົນ ແລະ ຄັດເອົາພຽງ 4 ຄົນ, ເຊິ່ງຜູ້ທີ່ໄດ້ຮັບການຄັດເລືອກຕ້ອງມີເງື່ອນໄຂສໍາຄັນຄື: ເປັນຄົນມີຄຸນສົມບັດ ສິນທໍາປະຕິວັດ, ມີຜົນງານການ

ສິດສອນດີ-ສອນເກັ່ງ ແລະ ສິດສອນມາໄດ້ຫລາຍປີ ໂດຍມີຄະນະກໍາມະການ ຂັ້ນແຂວງ-ຂັ້ນເມືອງ ໄດ້ລົງມາຕິດຕາມ ແລະ ກວດກາການສອບເສັງ ເພື່ອໃຫ້ດໍາເນີນໄປດ້ວຍ ຄວາມໂປ່ງໃສ ແລະ ຍຸຕິທໍາ. ສ່ວນສາວຄູທີ່ເປັນຂ່າວ ຢູ່ໃນສື່ສັງຄົມຄົນນັ້ນ ກໍເຂົ້າຮ່ວມສອບເສັງ ເຊັ່ນກັນ ແລະ ຜົນສອບເສັງໄດ້ຄະແນນບໍ່ສູງ ຈຶ່ງບໍ່ສາມາດໄດ້ຮັບຕົວ ເລກລັດຖະກອນດັ່ງກ່າວ.
ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ກ່າວວ່າ: ກົດເກນຂອງການສອບເສັງ ແມ່ນຕ້ອງມີຜູ້ທີ່ໄດ້ ແລະ ບໍ່ໄດ້. ສະນັ້ນ ຂໍຮຽກຮ້ອງໃຫ້ຄູ ອາສາສະໝັກທຸກຄົນ ຈົ່ງສືບຕໍ່ຕັ້ງໃຈອົດທົນສິດສອນໃຫ້ດີ, ສູ້ຊົນແຕ່ງບົດສອນໃຫ້ເກັ່ງ, ມີຫລັກການວິທະຍາສາດ ແລະ ໝັ່ນຄົ້ນຄວ້າຮໍ່າຮຽນຫາ ຄວາມຮູ້ອັນໃໝ່ ເພື່ອໃຫ້ສາມາດ ສອບເສັງຍາດແຍ່ງ ເອົາຕົວເລກລັດຖະກອນ ໃຫ້ໄດ້ໃນຕໍ່ໜ້າ ເພື່ອສານຕໍ່ອາຊີບແມ່ພິມ ຂອງຊາດ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ