ໂຄວິດ-19 ລະບາດໜັກ ມື້ດຽວຕິດເຊື້ອເກືອບ 200.000ຄົນ – ສື່ລາວ.ຄອມ
Connect with us

ຕິດຕາມໂຄວິດ-19

ໂຄວິດ-19 ລະບາດໜັກ ມື້ດຽວຕິດເຊື້ອເກືອບ 200.000ຄົນ

Published

on

ຂໍ້​ມູນ​ຈາກ​ ອົງການ​ ອະນາ​ໄມ​ໂລກ ​ເປີດ​ເຜີຍ​​ວ່າ: ສະຖານະ​ການ​ ແຜ່​ລະບາດ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ຍັງ​ຄົງ​ຮຸນ​ແຮງ ​​ໃນ​ຫລາຍ​ພື້ນ​ທີ່ ​ເນື່ອງ​ຈາກ ​ໃນ​ວັນ​ທີ 21 ມິຖຸນາ ມີ​ຜູ້​ຕິດ​ເຊື້ອ 183.000 ກວ່າ​ຄົນ ​ໂດຍ ບຣາຊິນ ມີ​ຜູ້​ຕິດ​ເຊື້ອ​ ຫລາຍ​ທີ່​ສຸດ​ເກືອບ 55,000 ຄົນ ຕາມ​ມາ​ດ້ວຍ ສ.ອາ​ເມ​ລິ​ກາ ​ເກືອບ 37.000 ຄົນ ​ເຮັດ​ໃຫ້​ເວລາ​ນີ້ ຈຳນວນ​ ຜູ້​ຕິດ​ເຊື້ອ ສະ​ສົມ​ທົ່ວ​ໂລກ 9 ລ້ານ​ກວ່າ​ຄົນ ​ແລະ ມີ​ຜູ້​ເສຍ​ຊີວິດ 470.000 ຄົນ, ສ.ອາ​ເມ​ລິ​ກາ ຍັງ​ຄົງ​ມີ​ ຜູ້​ຕິດ​ເຊື້ອ ​ແລະ ​ເສຍ​ຊີວິດ ຫລາຍ​ທີ່​ສຸດ​ໃນ​ໂລກ ​ແລະ ບຣາຊິນ ຕາມ​ມາ​ເປັນ​ທີ່ 2 ​ເວລາ​ນີ້ ພາກ​ພື້ນ​ ອາ​ເມ​ລິ​ກາ ລາ​ຕິນ ພວມ​ເປັນ​ສູນ​ກາງ​ແຜ່​ລະບາດ​ ຂອງ​ໂຄ​ວິດ-19.

ນອກຈາກ​ ບຣາຊິນ​ແລ້ວ ຍັງ​ມີ​​ເມັກ​ຊິ​ກ, ​ເປຣູ ​ແລະ ອີ​ກຫລາຍ​ປະ​ເທດ ທີ່​ຍັງ​ມີ​ ການ​ແຜ່​ລະບາດ ຢ່າງ​ຮຸນ​ແຮງ ສະຖານະ​ການ ​ຍັງ​ບໍ່ດີ​ຂຶ້ນ ​ເຮັດ​ໃຫ້​​​ເມັກ​ຊິກ ຕ້ອງ​ເລື່ອນເວລາ ​ການ​ເປີດ​ຕະຫລາດ, ຮ້ານ​ອາຫານ, ຮ້ານ​ຊັບ​ພະ​ສິນຄ້າ ​ແລະ ອື່ນໆ​ອອກ​ໄປ.ສ່ວນ​ສະຖານະ​ການ​ໃນ ສ.ອາ​ເມ​ລິ​ກາ ຕົວ​ເລກ ​ຜູ້​ເສຍ​ຊີວິດ ລາຍ​ວັນ ​ເລີ່​ມດີ​ຂຶ້ນ ຕາມ​ລຳດັບ ​ໂດຍ​ສະ​ເພາະ​ມື້ວານ​ນີ້ ​ມີ​ຜູ້​ເສຍ​ຊີວິດ​ພຽງ 305 ຄົນ ນັບ​ເປັນ ວັນ​ທີ 11 ຕິດ​ຕໍ່​ກັນ ສ.ອາ​ເມ​ລິ​ກາ ມີ​ຜູ້​ເສຍ​ຊີວິດ ຕ່ຳ​ກວ່າ​ ວັນ​ລະ 1.000 ຄົນ ​ແລະ ​ເປັນຄັ້ງທີ່ 3 ທີ່​ມີ​ຜູ້​ເສຍ​ຊີວິດ ລາຍ​ວັນ​ ຕ່ຳ​ກວ່າ 400 ຄົນ ​ເວລາ​ນີ້ ຫລາຍ​ລັດ ຍັງ​ມີ​ການ​ແຜ່​ລະບາດ ຮຸນ​ແຮງ ​ໂດຍ​ພົບ​ວ່າ ຈຳນວນ​ ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ຍັງ​ເພີ່ມ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ ພື້ນ​ທີ່​ທາງ​ພາກ​ໃຕ້ ​ແລະ ຕາ​ເວັນ​ອອກ ມີ​ຍອດ​ຜູ້​ຕິດ​ເຊື້ອ ສະ​ສົມ​ສູງ​ເກືອບ 2,36 ລ້ານ​ຄົນ​ແລ້ວ ​ແລະ ມີ​ຜູ້​ເສຍ​ຊີວິດ 120.000 ກວ່າ​ຄົນ. ສ່ວນ​ສະຖານະ​ການ​ ແຜ່​ລະບາດ ​ໃນ​ອາຊີ ທີ່​ຈິນ ຍັງ​ພົບ​ຜູ້​ຕິດ​ເຊື້ອ ລາຍ​ໃໝ່ 18 ຄົນ ​ໃນ​ນີ້ 9 ຄົນ ຢູ່​ນະຄອນຫລວງ​ ປັກ​ກິ່ງ ຂະນະ​ທີ່​ ​ເຈົ້າໜ້າ​ທີ່ທາງ​ການ​ ໃຊ້​ມາດ​ຕະການ ​ເຂັ້ມງວດ ​ເພື່ອ​ຄວບ​ຄຸມ​ ໂລກ​ຕະຫລອດ ຫລາຍ​ວັນ​ຜ່ານ​ມາ ຫລັງ​ກັບ​ມາ ​ມີ​ຜູ້​ຕິດ​ເຊື້ອ ​ອີກ​ຄັ້ງ​ໃໝ່. ຂະນະ​ທີ່ ​ອິນ​ເດຍ ສະຖານະ​ການ ມີ​ຜູ້​ຕິດ​ເຊື້ອ​ເພີ່ມ 15.000 ກວ່າ​ຄົນ ​ເຮັດ​ໃຫ້​ຍອດ​ ສະ​ສົມ​ ເພີ່ມ​ເກືອບ 427.000 ຄົນ ມາ​ເປັນອັນ​ດັບ 4ຂອງ​ໂລກ ​ແລະ ມີ​ຜູ້​ເສຍ​ຊີວິດ ​ເກືອບ 14.000 ຄົນ ​ແລະ ​ໃນ​ບາງ​ພື້ນ​ທີ່ ຕ້ອງ​ມີ​ມາດ​ຕະການ ​ປິດ​ເມືອງ​ຮອບ​ສອງ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ຂປລ

ຕິດຕາມໂຄວິດ-19

ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

Published

on

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

Continue Reading

ຕິດຕາມໂຄວິດ-19

ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

Published

on

By

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ

ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.

ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

Continue Reading

ຕິດຕາມໂຄວິດ-19

ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

Published

on

By

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.

ລາຍລະອຽດແຕ່ລະແຂວງມີຄື:

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້