ອຸຕຸເຕືອນໄລຍະ 25-28 ມິຖຸນາ ຈະມີຝົນຕົກເປັນບໍລິເວນກວ້າງແຂວງພາກເໝືອ ຫາ ພາກກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດຕົ້ນອາທິດອາກາດຈະຮ້ອນຂຶ້ນ ແລະ ເຕືອນໃນໄລຍະວັນທີ 25 ຫາ 28 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງພັດປົກຄຸມປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ອາດຈະເກີດມີນ້ຳຖ້ວມຊູ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

.