ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ

Published

on

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄື: ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກ, ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງ; ໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ.

ສໍາລັບ 4 ເປົ້າໝາຍແມ່ນ ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກ; ໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍ; ສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ.
ທ່ານ ຄໍາມະນີ ອິນທິລາດ ຍັງໃຫ້ຮູ້ິອີກວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າດັ່ງກ່າວ, ມີສ່ວນຮ່ວມໃນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການສົ່ງເສີມ ການຜະລິດຄໍ້າປະກັນສະບຽງອາຫານ ເຊິ່ງຈະເຫັນໄດ້ຈາກລາຄາໃໝ່ແມ່ນ 600ກີບ/KWh ເປັນລາຄາຖືກອັນດັບ 2 ຮອງຈາກລາຄາໄຟຟ້າເພື່ອກະສິກໍາ (ຊົນລະປະທານ ແລະ ປໍ້ານໍ້າ) ທີ່ມີລາຄາ 526 ກີບ/KWh ເຊິ່ງຕໍ່າທີ່ສຸດ ໃນໂຄງສ້າງຂອງລາຄາໄຟຟ້າໃໝ່, ສາ ມາດໃຊ້ໄຟຟ້າດູດນໍ້າມາຫົດສວນຜັກໃນລາຄາທີ່ຖືກລົງ. ສຳລັບ ລາຄາໄຟຟ້າ ສຳລັບຜະລິດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື SME ຫລຸດລົງຈາກ 799 ກີບ

ເປັນ 3 ຂັ້ນ (761 ກີບ/725 ກີບ/690 ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-5.000 KWh/ເດືອນ= 761 ກີບ/KWh, ແຕ່ 5.001-10.000 KWh/ເດືອນ= 721 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000 KWh/ເດືອນ= 690 ກີບ/KWh, ສົ່ງເສີມໂຮງງານອຸດສາຫະກໍາປຸງແຕ່ງທີ່ໃຊ້ໄຟແຮງດັນສູງ 115 ກິໂລໂວນ ດ້ວຍລາຄາທີ່ຕໍ່າລົງຈາກ 714 ກີບ ເປັນ 3 ຂັ້ນ(662 ກີບ/630ກີບ/600ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-1.000.000 KWh/ເດືອນ=662 ກີບ/KWh, 1.000.001-10.000.000KWh/ເດືອນ=630 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000.000KWh/ເດືອນ=600 ກີບກີບ/KWh.
ສະນັ້ນ ໂຄງສ້າງລາຄາແບບໃໝ່ ຈຶ່ງບໍ່ນໍາໃຊ້ການຄິດໄລ່ທີ່ເກື້ອກູນ ແຕ່ຄິດໄລ່ແບບ ລາຄາດຽວ ໝາຍວ່າພະລັງງານຕົກຢູ່ໃນຂັ້ນລາຄາໃດກໍ່ຄູນໃຫ້ລາຄານັ້ນເລີຍ, ເປັນການລິເລີ່ມເພຶ່ອ ລຶບລ້າງການເກື້ອກູນເທື່ອລະກ້າວ, ພ້ອມທັງເປັນການສົ່ງເສີມຊຸກຍູ້ໃຫ້ປະຊາຊົນພະນັກງານຫັນມາ ເຮັດການຜະລິດແບບຄອບຄົວຫລາຍຂຶ້ນ, ວິທີນີ້ຈະສະດວກ ແລະ ຊັດເຈນ ໃຫ້ແກ່ການປັບປຸງລາຄາ ໃນອານາຄົດ ໃຫ້ຂຶ້ນລົງຄືກັບການກໍານົດການຂຶ້ນລົງຂອງລາຄານໍ້າມັນເຊື້ອໄຟ ແລະ ສອດຄ່ອງກັບ ສະພາບເສດຖະກິດຕະຫລາດ ຫລື ຕາມການຜະລິດແບບລະດູແລ້ງ ແລະ ລະດູຝົນຂອງບັນດາເຂື່ອນໄຟຟ້າ.

ຂ່າວ ສົມຫວັງ ພາບ ຂັນໄຊ

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້