ຜູ້ຍິງຖືກໃຈສິ່ງນີ້ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”

ເປັນປະໂຫຍກສັ້ນໆ ທີ່ເອົາໃຈສາວໆ ຫຼື ພັນລະເມຍ ຫຼາຍຄົນກັນເລີຍ “ຢາກໄດ້ເມຍງາມກະຮີບຫາເງິນແລ້ວພາເມຍໄປເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າເປັນຍ້ອນເມຍບໍ່ງາມ! ເນາະ ເນາະ Mirindar Seekhamphanh ກັບໂພສຂອງ Lamphoun Soukchaleun ທີ່ໂພສແຄັບຊັ້ນ ພ້ອມຮູບເມຍຂອງເພິ່ນທີ່ງາມ ແລະ ໜ້າຮັກໂດຍໂພສແບບນີ້ ແບບນີ້ເອົາໃຈໄປເລີຍ ເອົ້າ ຂໍໃຫ້ໄດ້ແບບນີ້ເດີ້ ພາໄປເຮັດງາມເລີຍ ງາມແລ້ວງາມອີກ ງາມເລື້ອຍໆໄປ ຮາຮາ.

ຢາກໃຫ້ຜົວທຸກຄົນເປັນແບບນີ້ເດ້ເນາະ ແຕ່ທັງນິ້ທັງນັ້ນກໍ່ແລ້ວແຕ່ຄົນ ບາງຄົນມີເງີນກໍ່ບໍ່ຢາກໃຫ້ເມຍສັນຍະກຳ ຢາກໃຫ້ເປັນທຳມະຊາດ ບາງຄົນມີເງີນກໍ່ຄິດອີກແບບໜຶ່ງພາເມຍໄປສັນຍະກຳ ອັນນີ້ກໍ່ແລ້ວແຕ່ປັດໃຈຕ່າງໆ ເພາະຢາກໃຫ້ເມຍງາມທັງນີ້ກໍ່ຕ້ອງມີເງີນນຳຈຶ່ງໄດ້ ສະນັ້ນເຫດຜົນຂອງແຕ່ລະຄອບຄົວຄິດບໍ່ຄືກັນ ແຕ່ຈັ່ງໃດຜູ້ຍິງທີຂື້ນຊື່ວ່າເມຍ ແລະ ຜູ້ຍິງທຸກຄົນລ້ວນແຕ່ຢາກງາມຄືກັນຫັ້ນລະ.

ຜູ້ຍິງຖືກໃຈ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”

ຜູ້ຍິງຖືກໃຈ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”