ສະຫຼະອ່ານ…!ຖ້າບໍ່ຢາກຕົກເປັນເຫຍື້ອຍ ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ ອາດຖືກກ໋ອບຂໍ້ມູນແບບບໍ່ຮູ້ຕົວ

ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ
ເນື່ອງຈາກບັດເຄດິດນິກນາທີ່ເອົາໄປໃຊ້ຢູ່ຕ່າງປະເທດ ຖືກຄົນກ໋ອບປີ້ຂໍ້ມູນແລ້ວເອົາບັດນິກນາໄປໃຊ້ ເລີຍຢາກມາເຕືອນກັນໄວ້ເພື່ອຄວາມປອດໄພຂອງທຸກຄົນ

ບັດທີ່ຖືກກ໋ອບປີ້ຂໍ້ມູນແມ່ນບັດ Master card ລຸ້ນເກົ່າຂອງ ທະນາຄານ BCEL ທີ່ຍັງບໍ່ແມ່ນໂຕລ່າສຸດທີ່ເປັນລະບົບສຳຜັດ
ສະຖານທີ່ທີ່ຄາດວ່າຖືກກ໋ອບປີ້ຂໍ້ມູນບັດ ແມ່ນຢູ່ສູນອາຫານໃນຫ້າງຢູ່ບູດາເປສ ຮົງກາລີ, ເນື່ອງຈາກຢູ່ຢູໂລບດຽວນີ້ ຖ້າໃຊ້ບັດເຄດິດເຂົາຈະຍື່ນເຄື່ອງກົດ POS ໃຫ້ລູກຄ້າສຽບບັດ ຫລືແຕະບັດ ແລ້ວກົດເອງໝົດ,

ມີຮ້ານດຽວນີ້ທີ່ເອົາບັດນິກນາໄປກົດເອງ, ເຮົາກໍ່ບໍ່ເອະໃຈ ຖືວ່າປະໝາດເລີຍກໍ່ວ່າໄດ້ ເພາະບໍ່ຮູ້ວ່າເຂົາຖ່າຍຮູບບັດເຮົາທັງດ້ານໜ້າດ້ານຫລັງ ເຂົາກໍ່ເອົາຂໍ້ມູນບັດເຮົາໄປຮູດໄດ້ແລ້ວ ຫລືມີເຄື່ອງໂຈນລະກຳຂໍ້ມູນບັດເຮົາ ພຽງສຽບບັດເຮົາເຂົ້າໄປ ເຂົາສາມາດພິມບັດເຮົາອອກມາອີກບັດໜຶ່ງເພື່ອໃຊ້ໄດ້ເລີຍ

ຫລັງຈາກໃຊ້ບັດຢູ່ບ່ອນນັ້ນ ຜ່ານໄປ4ມື້ ຈົນເຮົາອອກຈາກບູດາເປສ ມາຢູ່ບາເຊໂລນ່າ ສະເປນແລ້ວ ມີລາຍການແຈ້ງເຕືອນໃຊ້ບັດຢູ່ບູດາເປສ ລາຍການລະ 114.45$ 3ລາຍການຕິດ ຍອດດຽວກັນ ບ່ອນດຽວກັນ, ຍັງໂຊກດີທີ່ລະບົບຂອງ BCEL ONE ມີການແຈ້ງເຕືອນອອນລາຍ ເຮົາເລີຍເຂົ້າໄປລ໋ອກບັດ ແລະແຈ້ງສູນປິດບັດທັນທີເລີຍ, ກັບມາຮອດລາວກໍ່ເຂົ້າໄປເຮັດເລື່ອງຂໍຮຽກເກັບເງິນຄືນລາຍການທີ່ເຮົາບໍ່ໄດ້ໃຊ້ (ຫວັງວ່າຊິໄດ້ຄືນ ເພາະເພິ່ນຕ້ອງສົ່ງເລື່ອງໄປສູນ Master card ສາກົນ ໃຊ້ເວລາປະມານ45ວັນ) ແລະອອກບັດໃໝ່ລຸ້ນລ່າສຸດເລີຍ

ຂໍ້ແນະນຳສຳລັບຜູ້ທີ່ຈະເອົາບັດເຄດິດໄປໃຊ້ຢູ່ຕ່າງປະເທດ
1. ໄປປ່ຽນບັດເປັນລຸ້ນສຳຜັດ ລຸ້ນລ່າສຸດ ຄວາມປອດໄພສູງສຸດເລີຍ

2. ຫ້າມໃຫ້ໃຜຈັບບັດເຮົາເດັດຂາດ ເຖິງຊິເປັນພະນັກງານຮ້ານໃດກໍ່ຕາມ ເຮົາຕ້ອງແຕະເອງ ສຽບເອງ ກົດເອງ
3. ລ໋ອກບັດໄວ້ຕະຫລອດເວລາ ເວລາຈະໃຊ້ຈິ່ງເປີດ (ຕາມຮູບ3)

ແຫລ່ງທີ່ມາ: