ອົງການອະນາໄມໂລກ ເຕືອນ ໂຄວິດ-19 ກຳລັງເຂົ້າສູ່ໄລຍະໃໝ່ ທີ່ອັນຕະລາຍກ່ວາເກົ່າ

ອົງການອະນາໄມໂລກ (WHO) ປະກາດ ໃນວັນທີ 19/06/2020 ນີ້ວ່າ ໂລກກໍາລັງຍັບເຂົ້າສູ່ ໂຄວິດ-19 ໄລຍະໃໝ່ ທີ່ອັນຕະລາຍກ່ວາເກົ່າ (Dangerous Phrase)

ຫລັງຈາກຫຼາຍປະເທດ ໃນທົ່ວໂລກ (ລວມທັງ ສປປ ລາວ) ເລີ້ມຫລຸດຜ່ອນ ມາດຕະການ Lockdown ແຕ່ການແຜ່ເຊື້ອໃນຫຼາຍປະເທດຍັງຮຸນແຮງ ແລະ ອີກຫຼາຍປະເທດ ກັບຄືນມາຕິດເຊື້ອໃໝ່ ແຕ່ຄວາມຫວັງ ໃນການຊອກຫາ ວັກແຊ້ງ ມາປິ່ນປົວ ຍັງຕ້ອງໃຊ້ເວລາອີກດົນ

ປະຈຸບັນ ຍອດຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ໃກ້ຈະຮອດ 9 ລ້ານຄົນ ແລະ ເສຍຊີວິດໄປແລ້ວ ເກືອບ 5 ແສນຄົນ !!! ຄວາມຢ້ານ ອີກອັນໜຶ່ງຂອງໄວຣັສ ໂຄວິດ-19 ກໍ່ຄື ການແຜ່ລະບາດຂອງເຊື້ອໄປກ່ອນ ຈຶ່ງສາມາດ ກວດພົບເຊື້ອໄດ້ຕາມຫລັງ ແລະ ການປິ່ນປົວ ກໍ່ແມ່ນໃຊ້ເວລາດົນ.