ຂ່າວພາຍໃນ
ຈາກຊາວນາ ກາຍມາເປັນເຈົ້າຂອງຟາມ

ທ່ານ ບຸນຫຼັນ ຈັນພູວົງ ອາຍຸ 58 ປີ, ອາຊີບເຮັດນາ-ລ້ຽງສັດ(ລ້ຽງງົວ) ຢູ່ບ້ານໂນນແດງໃຕ້ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ຮັບການຄັດເລືອກເປັນຄອບຄົວຕົວແບບໃນການລ້ຽງສັດ

ທ່ານໄດ້ກ່າວວ່າ: ຄອບຄົວຂອງຂ້າພະເຈົ້າມີທັງໝົດ 11 ຄົນ, ຍິງ 6 ຄົນ, ແຮງງານຕົ້ນຕໍ 2 ຄົນ. ໃນເມື່ອກ່ອນຄອບຄົວຂອງຂ້າພະເຈົ້າຖືເອົາການເຮັດນາພຽງຢ່າງດຽວ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຍັງພົບຄວາມຫຍຸ້ງຍາກເພາະລາຍຮັບຕົ້ນຕໍກໍໄດ້ມາຈາກການຂາຍເຂົ້າພຽງຢ່າງດຽວ ຍ້ອນມີແນວທາງນະໂຍບາຍຂອງພັກ-ລັດ ໃນການຊຸກຍູ້ໃຫ້ປະຊາຊົນປູກຝັງລ້ຽງສັດເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະພັດທະນາໃຫ້ຮັ່ງມີຂຶ້ນເລື້ອຍໆ ແລະອີງໃສ່ສະພາບທີ່ຕັ້ງຈຸດພິ ເສດຂອງທ້ອງຖິ່ນ ແລະເງື່ອນໄຂທີ່ເອື້ອອຳນວຍເໝາະສົມໃຫ້ແກ່ການລ້ຽງສັດ, ດັ່ງນັ້ນ ຂ້າພະເຈົ້າຈິ່ງຕັດສິນໃຈລ້ຽງງົວໂດຍເລີ່ມລ້ຽງແຕ່ປີ 1985 ໃນເບື້ອງຕົ້ນມີ ງົວພຽງ 17 ໂຕ ການລ້ຽງແມ່ນລ້ຽງແບບປະຖົມປະຖານ(ປ່ອຍຫາກິນຕາມທຳມະຊາດ) ໄປພ້ອມກັບການເຮັດນາ.

ມາຮອດປີ 2010 ຈຳນວນງົວໄດ້ເພີ່ມຂຶ້ນເປັນ 125 ໂຕ ເພື່ອສະດວກໃນການລ້ຽງ, ເບິ່ງແຍງ ແລະບໍ່ສິ້ນເປືອງເວລາຈິ່ງໄດ້ຫັນວິທີການລ້ຽງແບບປະຖົມປະຖານລ້ຽງຕາມທຳມະຊາດໃນເມື່ອກ່ອນມາລ້ຽງແບບເປັນຄອກ- ເປັນຟາມ ໃນເນື້ອທີ່ 75 ເຮັກຕາ ຊຶ່ງໄດ້ສຶກສາຂໍ້ມູນເຕັກນິກນຳປຶ້ມຄູ່ມືໃນການລ້ຽງທີ່ເມືອງສະໜອງໃຫ້ເພື່ອເປັນພື້ນຖານໃຫ້ແກ່ການລ້ຽງສັດເປັນຟາມ ແລະໄດ້ໄປທັດສະນະເອົາບົດຮຽນນຳຄອບຄົວຕົວແບບໃນການລ້ຽງສັດຫຼາຍບ່ອນ ໂດຍແມ່ນການຈັດຕັ້ງຂອງເມືອງນຳພາໄປຈາກນັ້ນ ຂ້າພະເຈົ້າຈິ່ງຕັດສິນໃຈເອົາເງິນທີ່ສະສົມໄວ້ຈາກການຂາຍເຂົ້ານາແຕ່ລະປີໄປຊື້ງົວແມ່ພັນຕື່ມອີກຈຳນວນ 30 ໂຕ. ມາຮອດປີ 2013 ຈຳນວນງົວເພີ່ມຂຶ້ນເປັນ 325 ໂຕ ຈິ່ງໄດ້ຂະຫຍາຍເນື້ອທີ່ໃນການລ້ຽງອອກຕື່ມອີກເຮັດໃຫ້ງົວຂ້າພະເຈົ້າເພີ່ມຂຶ້ນໃນແຕ່ລະປີ ແລະຂາຍອອກໂດຍສະເລ່ຍ 25 ໂຕຕໍ່ປີ; ນັບແຕ່ປີ 2013 ເປັນຕົ້ນມາຍອດຂາຍເພີ່ມຂຶ້ນຄື: ປີ 2011 ຂາຍອອກ 29 ໂຕ, ປີ 2012 ຂາຍອອກ 34 ໂຕ, ປີ 2013 ຂາຍອອກ 50 ໂຕ, ອັນພົ້ນເດັ່ນໃນປີ 2014 ນີ້ຂ້າພະເຈົ້າໄດ້ຂາຍອອກຈຳນວນ 202 ໂຕ ໄດ້ເງິນ 565 ລ້ານກີບ ຊຶ່ງເປັນການສ້າງລາຍຮັບໄດ້ດີພໍສົມຄວນຍ້ອນແນວນັ້ນຂ້າ ພະເຈົ້າ ແລະຄອບຄົວຈິ່ງໄດ້ຢຶດຖືເອົາການລ້ຽງສັດເປັນອາຊີບຕົ້ນຕໍ ແລະເຮັດນາເປັນອາຊີບເສີມ, ປະຈຸບັນສາມາດຂະຫຍາຍເນື້ອທີ່ຟາມໄດ້ 111 ເຮັກຕາ. ແຕ່ພາກປະຕິບັດຕົວຈິງຍັງມີຫຼາຍດ້ານທີ່ເຮັດບໍ່ທັນໄດ້ດີເທົ່າທີ່ຄວນເປັນຕົ້ນ ແມ່ນການສັກຢາປ້ອງກັນພະຍາດ, ການຮັກສາສຸຂະພາບຂອງສັດ, ວິທີຮັກສາ, ຕິດຕາມອາການສັດ ຍັງເຮັດບໍ່ຖືກຕ້ອງຕາມຫຼັກວິຊາການມາຮອດປະຈຸບັນງົວຂອງຂ້າພະເຈົ້າມີທັງໝົດ 235 ໂຕ ໄປຄຽງຄູ່ກັບການລ້ຽງງົວແບບເປັນຟາມແລ້ວຂ້າພະເຈົ້າຍັງໄດ້ເຮັດ ນາຕື່ມອີກ 4 ເຮັກຕາ ໄດ້ຜົນຜະລິດ 12 ໂຕນ ສະເລ່ຍລາຍຮັບຂາຍເຂົ້າເປືອກໄດ້ 24 ລ້ານກີບຕໍ່ປີ, ຫັດຖະກຳແກະສະຫຼັກຈັກສານຈຳນວນໜຶ່ງ ຊຶ່ງມີລາຍຮັບຈາກການຂາຍແຕ່ລະປີປະມານ 25 ລ້ານກີບ, ໜອງປາຕື່ມອີກ 4 ໜອງ ແລະປ່ອຍປາແລ້ວຈຳນວນ 2 ພັນໂຕ ນອກນັ້ນຂ້າພະເຈົ້າຍັງໄດ້ມີສ່ວນຮ່ວມໃນການອະນຸຮັກສັດນ້ຳ, ສັດປ່າຢູ່ໃນບໍລິເວນຂອບເຂດ ຟາມຂອງຕົນເປັນຕົ້ນແມ່ນກະຕ່າຍ, ກະແຕ, ກະທ້າງ, ເຕົ່າ, ແລນ, ໄກ່ປ່າ ແລະອື່ນໆ ປະຈຸບັນ ເຫັນວ່າສັດເຫຼົ່ານັ້ນໄດ້ມີການແຜ່ພັນຢ່າງຫຼວງຫຼາຍ.
ລວມແລ້ວໃນ 1 ປີ ຄອບຄົວຂອງ ທ່ານ ບຸນຫຼັນ ຈັນພູວົງ ມີລາຍຮັບຈາກການຂາຍງົວ, ຂາຍເຂົ້າ, ຂາຍເຄື່ອງຫັດຖະກຳໄດ້ປະມານ 600 ລ້ານກີບ ສະເລ່ຍລາຍຮັບຕໍ່ຄົນໄດ້ 54 ລ້ານກີບຕໍ່ປີ, ເຮັດໃຫ້ພື້ນຖານຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນເລື້ອຍໆ ຜ່ານການສະສົມລາຍໄດ້ໃນແຕ່ ລະປີຂ້າພະເຈົ້າປຸກເຮືອນຖາວອນໄດ້ 6 ຫຼັງ, ມີລົດກະບະ 2 ຄັນ, ລົດໄຖນາເທັກເຕີ້ 2 ຄັນ, ສົ່ງລູກຮຽນ 5 ຄົນ, 1 ຄົນໄປຮຽນຕໍ່ຢູ່ ສສ ຫວຽດນາມ ຜົນສຳເລັດດັ່ງກ່າວ ແມ່ນຍ້ອນແນວທາງນະໂຍບາຍ ຂອງພັກ-ລັດ ບວກກັບຄວາມເອົາໃຈໃສ່ຂອງອຳນາດການປົກຄອງຂັ້ນເມືອງທີ່ອຳນວຍຄວາມສະດວກໃຫ້ແກ່ຄອບຄົວຂອງຂ້າພະເຈົ້າໄດ້ສ້າງເສດຖະກິດຄອບຄົວນັບມື້ນັບດີຂຶ້ນເລື້ອຍໆ. ສຳລັບແຜນການໃນຕໍ່ໜ້າຂ້າພະເຈົ້າຈະສືບຕໍ່ພັດທະນາຄອບຄົວກໍຄືບ້ານຂອງຕົນໃຫ້ມີຄວາມສະຫງົບ, ສ້າງເສດຖະກິດໃຫ້ຮັ່ງມີເຂັ້ມ ແຂງຕາມແນວທາງຂອງພັກ-ລັດວາງອອກ, ຈະຕັ້ງໜ້າປະກອບສ່ວນຊຸກຍູ້ຊ່ວຍພັກ-ລັດ ແລະອົງການປົກຄອງເພື່ອແນໃສ່ແກ້ໄຂຊີ ວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວເມືອງສຸຂຸມາໃຫ້ນັບມື້ນັບດີຂຶ້ນ ແລະຈະປັບປຸງການລ້ຽງສັດ ໃຫ້ເປັນແບບທັນສະໄໝບໍ່ປ່ອຍຊະຊາຍ, ປັບປຸງແນວພັນສັດ, ຂະ ຫຍາຍເນື້ອທີ່ປູກຫຍ້າໃຫ້ໄດ້ຕື່ມອີກ 20 ເຮັກຕາ ແລະຂຸດໜອງປາອີກ 3 ໜອງ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ